ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າພົບປະການນໍາແຂວງເຊກອງ

ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບຸນຫຼາຍ ບຸດທິ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີທ່ານ ນາງ ບຸນຮຽງ ບຸນຈິດ ກຳມະການປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ, ສະພາປະຊາຊົນແຂວງ, ທ່ານຫົວໜ້າພະແນກພາຍໃນແຂວງ, ຕາງໜ້າຄະນະກວດກາພັກ-ລັດແຂວງ ແລະ ຮອງປະທານແນວລາວສ້າງຊາດແຂວງ ໃນວັນທີ 13 ມີນາ 2024 ນີ້ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງເຊກອງ.

ທ່ານ ປະທານແນວລາວສ້າງຊາດແຂວງເຊກອງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງແນວລາວສ້າງຊາດແຂວງເຊກອງ. ຈາກນັ້ນ, ທ່ານຮອງປະທານສູນກາງແນວລາວສ້າງຊາດໄດ້ລາຍງານຈຸດປະສົງໃນການພົບປະ ແລະ ເຄື່ອນໄຫວເຮັດວຽກໃນຄັ້ງນີ້ ເພື່ອແນໃສ່ຈັດຕັ້ງຜັນຂະຫຍາຍຄໍາສັ່ງ ເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ແຈ້ງການ ຂອງຄະນະປະຈໍາສູນກາງແນວລາວສ້າງຊາດ ເລກທີ 17/ຄປຈ, ລົງວັນທີ 14 ກຸມພາ 2024 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແນວລາວສ້າງຊາດ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ວັນສໍາຄັນຂອງພັກ, ຂອງຊາດ.

ໂອກາດນີ້, ທ່ານ ບຸນຫຼາຍ ບຸດທິ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາເຄື່ອນໄຫວ ແລະ ເຮັດວຽກຂອງທ່ານຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໃນຄັ້ງນີ້. ທັງລາຍງານສະພາບທີ່ພົ້ນເດັ່ນຂອງແຂວງເຊກອງ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຂອງແຂວງ ໄລຍະຜ່ານມາ. ເພື່ອເຫັນໄດ້ດ້ານດີ ແລະ ຂໍ້ຄົງຄ້າງຕ່າງໆ ທີ່ຕິດພັນກັບວຽກງານແນວລາວສ້າງຊາດ ເພື່ອພ້ອມກັນແກ້ໄຂໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ.

ຂ່າວ+ພາບ: ຄຳຜາຍ

ບກ: ກົງແກ້ວ