ທ່ານ ຮອງປະທານ ສນຊ ຕ້ອນຮັບຄະນະພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ

ເນຶ່ງໃນໂອກາດທີ່ຄະນະພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ປະເທດອົດສະຕຣາລີ ແລະ ນິວຊີແລນ ເດີນທາງມາເຮັດກອງກະຖິນໄປທອດຖະຫວາຍຢູ່ວັດພະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄຳມ່ວນ ໃນລະຫວ່າງວັນທີ 19-20 ຕຸລາ 2024 ທີ່ຈະມາເຖິງນີ້. ຄະນະໄດ້ເຂົ້າພົບປະຢ້ຽມຢາມ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ ໃນວັນທີ 16 ຕຸລາ 2024 ນີ້ ທີ່ສູນກາງແນວລາວສ້າງຊາດ ນໍາພາໂດຍພະອາຈານ ທອງສະຫວັນ ຈັນທາທິລາດ.

ທ່ານ ຮອງປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງພີ່ນ້ອງຄົນເຊື້ອຊາດລາວ ໃນຄັ້ງນີ້ ພ້ອມທັງໄດ້ເຮັດກອງກະຖິນໄປທອດຖະຫວາຍຢູ່ແຂວງຄຳມ່ວນ ເຊິ່ງເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ຂໍເຊີນຊວນພີ່ນ້ອງທີ່ຍັງບໍ່ທັນກັບມາຢ້ຽມຢາມປະເທດລາວ ໃຫ້ສືບຕໍ່ມາທ່ອງທ່ຽວ ແລະ ມາປະກອບທຸລະກິດຢູ່ ສປປ ລາວ ໃຫ້ຫຼາຍຂື້ນ. ພ້ອມກັນນັ້ນ, ທ່ານ ໄດ້ຍົກໃຫ້ເຫັນສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກໃຫ້ເຫັນພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ໃຫ້ຄະນະໄດ້ຮັບຊາບ.

ພະອາຈານ ທອງສະຫວັນ ຈັນທາທິລາດ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານຮອງປະທານສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຄະນະໃນຄັ້ງນີ້ ແລະ ລາຍງານຈຸດປະສົງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານ ດຣ ຈັນເພັງ ສຸດທິວົງ  ໄດ້ຮັບຊາບ.