ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານ ສນຊ ພົບປະໂອ້ລົມພາກສ່ວນກ່ຽວຂ້ອງຂອງເມືອງໜອງແຮດ

    ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົ່ງຕົວ ຮອງປະທານ ສນຊ ພ້ອມດ້ວຍຄະນະ ໄດ້ພົບປະກັບໂອ້ລົມປະຊາຊົນທີ່ມາຈາກ 6 ບ້ານເທດສະບານທີ່ຂຶ້ນກັບເມືອງໜອງແຮດ ເຂົ້າຮ່ວມມີທ່ານ ຕູ້ຢ່າ ຢົງວ່າ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງໜອງແຮດ, ຮອງປະທານແນວລາວສ້າງຊາດແຂວງຊຽງຂວາງ, ມີອົງການພາຄີ, ຕາງໜ້າພະແນກການອ້ອມຂ້າງເມືອງ, ຜູ້ຊົງວຸດທິ, ຕະຫຼອດຮອດປະຊາຊົນພາຍໃນເມືອງໜອງແຮດເຂົ້າຮ່ວມ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໜອງແຮດ ໃນວັນທີ 15 ມິຖຸນາ 2023.
     ທ່ານ ນ. ຈົວຢ່າງ ຢົ້ວປົວ ປະທານແນວລາວສ້າງຊາດເມືອງໜອງແຮດ ໄດ້ລາຍງານຫຍໍ້ກ່ຽວກັບການກະກຽມສ້າງວັດຢູ່ຈຸດເທດສະບານເມືອງໜອງແຮດ ໃນໄລຍະທີ່ທາງສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດແຂວງຊຽງຂວາງ ໄດ້ມາທາບທາມປຶກສາຫາລືກ່ຽວກັບການສ້າງວັດຢູ່ເມືອງໜອງແຮດ, ເຫັນວ່າປະຊາຊົນພາຍໃນເມືອງມີຄວາມຮູ້ສຶກພາກພູມໃຈ; ສ່ວນດ້ານການປະກອບເອກະສານການສ້າງວັດແມ່ນສໍາເລັດໄປແລ້ວ 70% ແລະ ສ່ວນທີ່ຍັງເຫຼືອ 30% ຍັງຈະສືບຕໍ່ດຳເນີນງານຂຶ້ນອີກ.
     ຫຼັງຈາກນັ້ນ, ທ່ານຮອງປະທານ ສນຊ ກໍ່ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍີ່ງຕໍ່ທ່ານເຈົ້າເມືອງກໍຄືການນຳຂອງເມືອງທີ່ໃຫ້ການຕ້ອນຮັບຄະນະ, ພ້ອມທັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນໃນກອງປະຊຸມຄັ້ງນີ້.
ບກ: ໄພຈິດ
ຂ່າວ+ພາບ: ສົມຮັກ
info@lfnd.org.la | 021 213754 | (856-21) 453191