
ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສູນກາງແນວລາວສ້າງຊາດ(ສນຊ) ພ້ອມດ້ວຍຄະນະ ແລະ ພຣະອາຈານ ເຫວດ ມະເສໄນ ຮອງປະທານ ສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະສົງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນວິສາຄະບູຊາໂລກ ຄັ້ງທີ 20 ທີ່ນະຄອນໂຮ່ຈິມິນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(ສສ ຫວຽດນາມ) ໂດຍການເປັນກຽດເຂົ້າຮ່ວມ ແລະ ກ່າວຄໍາປາໄສຕໍ່ພິທີ ຂອງທ່ານ ເລືອງເກື່ອງ ປະທານປະເທດແຫ່ງ ສສ ຫວຽດນາມ;

ທ່ານປະທານປະເທດ ສສ ຫວຽດນາມ ກ່າວວ່າ: ການສະເຫລີມສະຫລອງຄັ້ງນີ້ ເປັນເທື່ອທີ 4 ທີ່ ສສຫວຽດນາມເປັນເຈົ້າພາບ ແລະ ເປັນເທື່ອທໍາອິດ ທີ່ຈັດຢູ່ນະຄອນໂຮ່ຈິມິນ ທ່ານເໜັ້ນວ່າ: “ຫວຽດນາມ ແມ່ນປະເທດທີ່ມີມູນເຊື້ອພຸດທະສາສະໜາມາແຕ່ດົນນານ ໂດຍຕິດພັນກັບປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງເລິກເຊິ່ງ; ພັກ-ລັດຖະບານຫວຽດນາມ ເວລາໃດກໍ່ອໍານວຍຄວາມສະດວກໃຫ້ແກ່ບັນດາສາສະໜາ ໂດຍສະເພາະພຸດທະສາສະໜາ ເຄື່ອນໄຫວຕາມລະບຽບກົດໝາຍ, ປະຕິບັດນະໂຍບາຍເຄົາລົບ ແລະ ປົກປ້ອງໃນການເຫຼື້ອມໃສ-ເຊື່ອຖື ຂອງປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ ແລະສິ່ງເຫຼົ່ານັ້ນແມ່ນພື້ນຖານສໍາຄັນ ໃນການສ້າງກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ;
ພຸດທະສາສະໜາຫວຽດນາມບໍ່ພຽງແຕ່ຕິດພັນກັບຊາດເທົ່ານັ້ນ ຫາກຍັງຕັ້ງໜ້າໃນການປະກອບສ່ວນເຄື່ອນໄຫວເຂົ້າໃນພຸດທະສາສະໜາໂລກອີກດ້ວຍ. ພັກ-ລັດຖະບານ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັບພະສົງ ສາມະເນນ, ພຸດທະສາສະນິກກະຊົນໃນໂລກ ເຄົາລົບປະຕິບັດທໍາມະ ແລະ ມວນມະນຸດ ເພື່ອເປົ້າໝາຍລວມແມ່ນ: ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ”.ພິທີສະເຫລີມສະຫລອງວັນດັ່ງກ່າວ ມີ 85 ປະເທດເຂົ້າຮ່ວມ ໃນຕອນເຊົ້າວັນທີ 6 ພຶດສະພາ 2025 ນີ້.
ເນື້ອໃນຂ່າວ: ຫວິງຟອງ
ຂໍ້ມູນຈາກເພຈ: VOV5
ຮຽບຮຽງ: ກຄນ


