ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ສົມທົບກັບຄະນະທີ່ປຶກສາວຽກງານສາສະໜາ, ກັມມາທິການຕ່າງປະເທດ, ບໍລິສັດວັງຕັດ ແລະ ກົມສາສະໜາ ສູນກາງແນວລາວສ້າງຊາດ ຮ່ວມກັນເປັນເຈົ້າພາບພິທີສູດອະພິທັມ (ຖວາຍບຸນ) ເພື່ອອຸທິດສ່ວນບຸນກຸສົນໃຫ້ແກ່ພຣະອາຈານໃຫຍ່ ມະຫາພູສະຫວັນ ພັນທະບົວລີ, ອະ ດີດຄະນະປະຈຳ, ອະດີດຫົວໜ້າກັມມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ຢູ່ທີ່ພັດທະສີມາ ວັດພຣະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໃນຕອນແລງ ວັນທີ 10 ມັງກອນ 2025;
ພຣະອາຈານໃຫຍ່ ມະຫາພູສະຫວັນ ພັນທະບົວລີ ໄດ້ມໍລະນະພາບ ໃນວັນທີ 31 ທັນວາ 2024, ວາລະບຳເພັນບຸນ ໃນແຕ່ລະມື້ ວັນທີ 02-17 ມັງກອນ 2025 ສູດອະພິທັມ (ຖວາຍບຸນ) ເວລາ 17:00 ໂມງ ຂອງທຸກວັນ, ວັນເສົາ ໃນວັນທີ 18 ມັງກອນ 2025 ເປັນມື້ຊາປະນະກິດ ຖວາຍເພີງ ທີ່ເດີ່ນທາດຫຼວງ (ຂ້າງວັດທາດຫຼວງໃຕ້) ນະຄອນຫຼວງວຽງຈັນ ແລະ ວັນອາທິດ ວັນທີ 19 ມັງ ກອນ 2025 ພິທີໃສ່ບາດ ຖວາຍສັງຄະທານ;
ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ຕາງໜ້າຄະນະ ມອບເງິນ ຈຳນວນ 67.500.000 ກີບ (ຫົກສິບເຈັດລ້ານຫ້າແສນກີບ) ໂດຍການຮ່ວມໂມທະນາທານຈາກ ສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາວຽກງານວຽກງານສາສະໜາ ແລະ ບໍລິສັດວັງຕັດ ເພື່ອມອບໃຫ້ຮັບໃຊ້ໃນງານດັ່ງກ່າວ ຕື່ມອີກ.



