ໃນຫວ່າງບໍ່ດົນມານີ້ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານ ສນຊ ໄດ້ເຂົ້າຮ່ວມເປັນຄະນະປະທານກອງປະຊຸມສໍາມະນາ ສ້າງຄວາມເຂັ້ມແຂງໃຫ້ແກ່ກໍາມະທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານທົ່ວປະເທດ ຂອງສູນກາງອົງການພຸດທະສາສະໜາ ແຫ່ງ ສປປ ລາວ ຮ່ວມກັບ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານສູນກາງ ອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ.
ກອງປະຊຸມໃນຄັ້ງນີ້ ທ່ານ ຮອງປະທານ ສນຊ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກໍາມະທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ຍາດມາໄດ້ໃນໄລຍະຜ່ານມາທັງຍົກໃຫ້ເຫັນເຖິງມູນເຊື້ອ, ບົດບາດຂອງພຣະສົງທີ່ມີຕໍ່ສັງຄົມລາວ ພ້ອມນັ້ນ, ກໍໄດ້ຖວາຍຄໍາເຫັນຈໍານວນໜຶ່ງຕໍ່ກອງປະຊຸມ ເປັນຕົ້ນ: ກໍາມະທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ນອກຈາກ ສຶກສາອົບຮົມ ແລະ ເຜີຍແຜ່ສິນລະທັມແກ່ ພຣະສົງ ສາມະເນນ, ພໍ່ຂາວ ແມ່ຂາວ, ເຍົາວະຊົນ – ອະນຸຊົນ ແລ້ວ ຕ້ອງໄດ້ ເຮັດບົດບາດໃນການເຜີຍແຜ່ ແລະ ຜັນຂະຫຍາຍບັນດານິຕິກໍາ, ມະຕິຄໍາສັ່ງ ຕ່າງໆ ຂອງສູນກາງອົງການ ອພສ ໃຫ້ມີຫຼາຍຮູບຫຼາຍສີ ແລະ ທົ່ວເຖິງສັງຄົມກວ່າເກົ່າຕື່ມ; ນ້ອມສະເໜີ ໃຫ້ກໍາມະທິການເຜີຍແຜ່ ມີການຄົ້ນຄວ້າວຽກງານວິປັດສະນາກັມມະຖານໃຫ້ຄວາມເປັນເອກະພາບກັນໃນທາງປະຕິບັດ ເພາະໄລຍະຜ່ານມາຍັງມີລັກສະນະຕ່າງຖິ່ນຕ່າງປະຕິບັດ ເຮັດໃຫ້ສັງຄົມເກີດມີຄວາມສັບສົນ; ສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ກໍຄືກໍາມະທິການເຜີຍແຜ່ສີລະທັມ ແລະ ປະຕິບັດກັມມະຖານ ຊ່ວຍນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ໄປເຜີຍແຜ່ໃຫ້ແກ່ພຸດທະສາສະນິກະຊົນລາວບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ແມ່ນ 2 ວາລະແຫ່ງຊາດ ຂອງລັດຖະບານ ຄື: ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ເປັນຕົ້ນ: ຊຸກຍູ້ໃຫ້ອອກໂຕນຍາດໂຍນປະກອບສ່ວນເສຍພາສີ-ອາກອນ, ການປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ, ການເພີ່ມພູນຜະລິດຜົນເພື່ອເປັນສິນຄ້າໃຫ້ຫຼາຍຂື້ນ. ສໍາລັບວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ ກໍເທສະໜາໃຫ້ສາສະນິກະຊົນຊຸກຍູ້ໃຫ້ລູກຫຼານປະຊາຊົນບັນດາເຜົ່າ ບໍ່ຊື້, ບໍ່ຂາຍ, ບໍ່ເສບ ແລະ ບໍ່ຜະລິດ; ສ້າງຫຼັກສູດ ແລະ ຝຶກອົບຮົມວຽກງານທໍາມະທູດ ໃຫ້ສໍາເລັດໂດຍໄວ; ຄົ້ນຄວ້າສ້າງປື້ມຄູ່ມືວຽກງານພິທີກໍາທາງພຸດທະສາສະໜາ, ວຽກງານສິນລະວັດ ແລະ ໝໍພອນ ເພື່ອແນ່ໃສ່ສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນທົ່ວສັງຄົມລາວ.
ຂ່າວ: ຊົ່ງທໍ່
ບກ: ສືເຊັ່ງ



