ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານ ສນຊ ເຄື່ອນໄຫວຢ້ຽມຢາມ ແຂວງ ໄຊສົມບູນ

ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ພົບປະປຶກສາບາງວຽກງານກັບທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໆ ໄຊສົມບູນ ໃນວັນທີ 4 ພຶດສະພາ 2023 ທີ່ຫ້ອງວ່າການແຂວງໄຊສົນບູນ.

ທ່ານ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ໄດ້ແຈ້ງຈຸດປະສົງການລົງເຄື່ອນໃຫວເຮັດວຽກໃນຄັ້ງນີ້ໃຫ້ທ່ານເຈົ້າແຂວງຮັບຊາບ ພ້ອມທັງກ່າວສະແດງຄວາມຂອບໃຈເປັນຢ່າງຍີ່ງຕໍ່ທ່ານເຈົ້າແຂວງກໍຄືການນຳ ຂອງແຂວງທີ່ໃຫ້ການຕ້ອນຮັບຄະນະໃນຄັ້ງນີ້. ພ້ອມກັນນີ້ ທ່ານຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດໄດ້ມີຄຳເຫັນແລກປ່ຽນງານວຽກງານແນວລາວສ້າງຊາດ ເປັນຕົ້ນແມ່ນການປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າໃຫ້ມີຄວາມສາມັກຄີປອງດອງ ແລະ ໃຫ້ທ່ານເຈົ້າແຂວງຊ່ວຍຊີ້ນຳວຽກງານແນວລາວສ້າງຊາດ ຂອງແຂວງໃຫ້ມີຄວາມເຂັ້ມແຂງຂຶ້ນຕໍ່ໄປ, ທ່ານເຈົ້າແຂວງໄດ້ຕີລາຄາສູງຕໍ່ ທ່ານ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ທີ່ລົງມາເຮັດວຽກຢູ່ແຂວງໄຊສົມບູນໃນຄັ້ງນີ້ ພ້ອມທັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໂດຍຫຍໍ້ໃຫ້ຮັບຊາບ ເປັນຕົ້ນແມ່ນບັນດາທ່າແຮງການພັດທະນາພື້ນຖານໂຄງລ່າງ, ທາງດ້ານເສດຖະກິດ, ການຜະລິດແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ມີຊີີວິດການເປັນຢູ່ດີຂຶ້ນໃນຕໍ່ໜ້າ.

ພ້ອມກັນນີ້, ຄະນະພົບປະ ປະຊາຊົນບ້ານ ຜາສະຫງົບ ເມືອງອະນຸວົງ ເພື່ອເປັນການຊຸກຍູ້ວຽກງານແນວລາວສ້າງຊາດ ແລະ ເກັບກຳຫັນສຽງ ຂອງສັງຄົມ. ທ່ານ ຕົວລໍ່ ຊາເຢີ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງອະນຸວົງ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານແນວລາວສ້າງຊາດຕະຫຼອດໄລຍະໜຶ່ງປີຜ່ານມາ ເຊິ່ງໃຫ້ຮູ້ວ່າ ຄະນະກຳມການແນວລາວສ້າງຊາດເມືອງໄດ້ເອົາໃຈສຶກສາອົບຮົມການເມືອງແນວຄິດໃຫ້ແກ່ປະຊາຊົນໂດຍຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ຄໍາແນະນຳຕ່າງໆ ແລະ ບັນດານະໂຍບາຍ ຂອງພັກ ລະບຽບກົດໝາຍລັດ ລົງສູ່ຮາກຖານປະຊາຊົນຢ່າງເປັນປົກກະຕິເຊິ່ງເມືອງອະນຸວົງສາມາດປະກາດຄອບຄົວ ແລະ ບ້ານສາມັກຄີປອງດອງໄດ້ທັງໝົດ 19 ບ້ານ ເທົ່າກັບ 100%.

ຈາກນັ້ນ, ທ່ານ ຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານແນວລາວສ້າງຊາດເມືອງ ແລະ ປະຊາຊົນບ້ານຜາສະຫງົບ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນຜົນງານທີ່ຍາດມາໄດ້ໃນໄຍລະຜ່ານມາ ພ້ອມກັນນັ້ນ, ທ່ານໄດ້ຍົກໃຫ້ເຫັນພາລະບົດບາດ ຂອງອົງການແນວລາວສ້າງຊາດເຊິ່ງເປັນອົງການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນຊົນເຜົ່າທຸກຊັ້ນຄົນ, ສາສະໜາ ແລະ ເພດ-ໄວ, ທ່ານໄດ້ເນັ້ນໃຫ້ຄະນະກຳມະການແນວລາວສ້າງຊາດເມືອງ, ບ້ານ ແລະ ຜູ້ຊົງຄຸນວຸດທິບັນດາເຜົ່າຈົ່ງເອົາໃຈໃສ່ຕິດຕາມ, ກຳແໜ້ນແນວຄວາມຄິດເຫັນ, ຄວາມມຸ່ງມາກປາຖະໜາ ຂອງປະຊາຊົນ ນຳພາປະຊາຊົນຈັດຕັ້ງປະຕິດບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປຸກລະດົມຂົນຂວາຍຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ເອົາໃຈໃສ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດຕິດພັນກັບວຽກງານປ້ອງຊາດປ້ອງກັນຄວາມສະຫງົບ, ຊຸກຍູ້ປະຊາຊົນຜະລິດໃຫ້ເປັນສິນຄ້າແກ້ໄຂຊີວິດການເປັນຢູ່ນັບມື້ດີຂຶ້ນ ເພື່ອເຮັດໃຫ້ແຂວງກໍ່ຄືເມືອງ ແລະ ບ້ານຄວາມຈະເລີນຢ່າງບໍ່ຢຸດຢັ້ງ.

ຂ່າວ+ພາບ: ເລົ່າລໍ່

ບກ: ພ.ບຸບຜາ

info@lfnd.org.la | 021 213754 | (856-21) 453191