ງານສັບປະດາ ສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ ໄດ້ສືບຕໍ່ເປັນມື້ທີ 3 ໃນວັນທີ 10 ສິງຫາ 2025 ເປັນກຽດເຂົ້າຮ່ວມໂດຍ ທ່ານ ປະລິນຍາເອກ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ປອ ສິນນະວົງ ຄຸດໄພທູດ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ມີບັນດາທ່ານການນຳພັກ-ລັດ ຂັ້ນສູງ, ຄອບຄົວການນໍາ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ບັນດາແຂກຖືກເຊີນ ຈາກສູນກາງ, ພະນັກງານ-ລັດຖະກອນ, ພໍ່ແມ່ພີ່ນ້ອງບັນດາເຜົ່າທີ່ມາຈາກນະຄອນຫຼວງວຽງຈັນ, ບັນດາແຂວງທົ່ວປະເທດ ແລະ ຜູ້ປະກອບການ ເຂົ້າຮ່ວມ.

ການຈັດງານສັບປະດາຄັ້ງນີ້ ເພື່ອທົບທວນ ແລະ ເສີມຂະຫຍາຍມູນເຊື້ອ, ຜົນງານອັນໃຫຍ່ຫຼວງຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ໃນເມື່ອກ່ອນ ແລະ ແນວລາວສ້າງຊາດ ໃນປັດຈຸບັນ ທີ່ໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ແລະ ເປັນໜຶ່ງໃນ 9 ກິດຈະກໍາ ຂອງການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ.

ທ່ານ ນາງ ມະນີວັນ ພະມີສິດ ຮອງປະທານ ສວນບັນດາເຜົ່າ, ໄດ້ລາຍງານຫຍໍ້ຄວາມເປັນມາຂອງສວນບັນດາເຜົ່າແຫ່ງນີ້ ເຊິ່ງໄດ້ເປີດໃຫ້ບໍລິການມາແຕ່ປີ 2017, ເພື່ອສ້າງເປັນແຫຼ່ງທ່ອງທ່ຽວທາງວັດທະນະທໍາຂອງບັນດາຊົນເຜົ່າຕ່າງໆ ທົ່ວປະເທດ (50 ຊົນເຜົ່າ) ສະຖານທີ່ຕັ້ງຂອງສວນບັນດາເຜົ່າ ຢູ່ບ້ານດານຊີ, ເມືອງນາຊາຍທອງ ຫ່າງຈາກໃຈກາງນະຄອນຫຼວງວຽງຈັນປະມານ 20 ກິໂລແມັດ ໄດ້ຮັບການໄກ້ຊິດຕິດແທດຈາກການຊີ້ນໍາຂອງຄະນະພັກເມືອງ ນາຊາຍທອງ. ພາຍໃນສວນຂອງພວກເຮົາປະກອບດ້ວຍຈຸດທ່ອງທ່ຽວຢ້ຽມຊົມ-ຮຽນຮູ້ຄື: ມີ ເຮືອນເຜົ່າ ຕົວຈິງ 10 ຊົນເຜົ່າ, ມີຫ້ອງວາງສະແດງຂໍ້ມູນບັນດາເຜົ່າ, ຫ້ອງຂາຍເຄື່ອງທີ່ລະນຶກ, ບ່ອນສັກກະລະບູຊາ ວັງພະຍານາກ, ສວນພືດເປັນຢາ, ຣີສອດ, ສະໂມສອນ, ຮ້ານອາຫານ – ຮ້ານເຄື່ອງດື່ມ, ຕູບນັ່ງຊົມວິວ, ຈໍາລອງນໍ້າຕົກ, ທໍາມະຊາດອື່ນໆ.
ກິດຈະກໍາໃນງານມື້ນີ້ ແມ່ນໄດ້ຮັບຊົມການເດີນແບບ ແລະ ສິລະປະຂອງບັນດາເຜົ່າ, ຢ້ຽມຊົມເຮືອນຊົນເຜົ່າ, ສໍາຜັດອາຫານ ເຄື່ອງດື່ມແບບພື້ນບ້ານຂອງບັນດາເຜົ່າ, ຊົມຜະລິດຕະພັນຂອງຊົນເຜົ່າ, ຟ້ອນລໍາວົງສາມັກຄີແບບມວນຊົນທຸກເຜົ່າ ແລະ ຊົມການສະແດງສິລະປະບັນດາເຜົ່າ ດ້ວຍບັນຍາກາດຄຶກຄື້ນຟົດຟື້ນ.
ບກ: ກົງແກ້ວ
ຂ່າວ-ພາບ: ນາ, ຜາຍ



