ບຸນກຸດຈີນ ແລະ ລໍາວົງລາວ 8 ຈັງຫວະພື້ນຖານໄດ້ຮັບຮອງເປັນມໍລະດົກໂລກ

ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະກົມໂຄສະນາ, ຫົວໜ້າພະແນກ ໄປຢ້ຽມຢາມ ແລະ ອວຍພອນເນື່ອງໃນໂອກາດປີໃໝ່ ສປ ຈີນ ຫຼື ບຸນກຸດຈີນ ໂດຍການຕ້ອນຮັບຂອງ ທ່ານ ນາງ ແສງແກ້ວ (Mo Xiaoling) ຫົວໜ້າວິທະຍຸໂທລະພາບສູນກາງຈີນ (CMG ) ປະຈໍາລາວ ໃນວັນທີ 21 ມັງກອນ 2025.

ໂອກາດນີ້, ທ່ານ ນາງ ແສງແກ້ວ ໄດ້ລາຍງານສະພາບລວມການສ້າງຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວິທະຍຸໂທລະພາບສູນກາງຈີນ (CMG ) ປະຈໍາລາວ ເຊິ່ງທ່ານໄດ້ຍົກໃຫ້ເຫັນຈຸດປະສົງໃນການສ້າງຕັ້ງ ເພື່ອເປັນການແນະນໍາຈີນສູ່ໂລກແນະນໍາໂລກສູ່ຈີນ ແນະນໍາໂລກສູ່ໂລກ ເພື່ອເພີ່ມທະວີຄວາມເຂົ້າໃຈມິດຕະພາບລະຫວ່າງປະຊາຊົນຈີນກັບປະຊາຊົນໂລກ. ໂດຍສະເພາະ ຢູ່ ສ ປປ ລາວ ກໍໄດ້ແນະນໍາ ປະເທດຈີນໃຫ້ປະຊາຊົນລາວຮັບຮູ້ ແລະ  ແນະນໍາປະເທດລາວໃຫ້ປະຊາຊົນຈີນໄດ້ຮັບຮູ້ປະເທດລາວ. ມາຮອດປັດຈຸບັນ ທົ່ວໂລກໄດ້ມີສາຂາ ວິທະຍຸໂທລະພາບສູນກາງຈີນ (CMG ) ມີຊ່ອງໂທລະພາບ 51 ຊ່ອງ, ມີວິທະຍຸ 22 ຊ່ອງພາຍໃນ, ມີ 80 ພາສາຕ່າງປະເທດ, ມີສໍານັກງານ ປະຈໍາຢູ່ຕ່າງປະເທດ 200 ກວ່າແຫ່ງ.  ສໍາລັບຢູ່ ສ ປປ ລາວ ວິທະຍຸໂທລະພາບສູນກາງຈີນ (CMG ) ໄດ້ປະກອບສ່ວນເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີຜົນສໍາເລັດຫຼາຍດ້ານ ໂດຍການຮ່ວມມືກັບທຸກພາກສ່ວນ ຢູ່ ສ ປປ ລາວ ເພື່ອຮ່ວມກັນຈັດກິດຈະກຳ, ແປປື້ມເປັນພາສາລາວ, ແຕ່ງເພງ, ເສັງເວົ້າພາສາລາວ, ຖ່າຍທອດລາຍການວິທະຍຸ -ໂທ ລະພາບຫຼາຍຊ່ອງ, ສາຍຮູບເງົາເຄື່ອນທີ່ ແລະ ອື່ນໆ.

ພ້ອມນີ້ ທ່ານຮອງປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ວິທະຍຸໂທລະພາບສູນກາງຈີນ (CMG ) ປະຈໍາລາວ ຍາດມາໄດ້ໂດຍມີຜົນສໍາເລັດຫຼາຍດ້ານ.  ພ້ອມກັນນັ້ນ ທ່ານຮອງປະທານ ສນຊ ໄດ້ກ່າວຕື່ມວ່າ: ໃນປີ 2024 ນີ້ ບຸນກຸດຈີນ ໄດ້ຖືກຮັບຮອງເປັນມໍລະດົກໂລກ ເຊິ່ງເປັນຄວາມພາກພູມໃຈຂອງປະຊາຊົນຈີນທົ່ວໂລກ ທາງດ້ານວັດທະນະທໍາ. ສໍາລັບ ສ ປປ ລາວ ກໍ່ໄດ້ຖືກຮັບຮອງຟ້ອນລໍາວົງລາວ 8 ຈັງຫວະພື້ນຖານເຊັ່ນດຽວກັນ ແລະ ທ່ານໄດ້ກ່າວຄໍາອວຍພອນໄຊອັນປະເສີດມາຍັງ ທ່ານ ນາງ ແສງແກ້ວ  ພ້ອມດ້ວຍຄະນະຈົ່ງມີພະລານາໄມສົບບູນ, ມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວຂອງທ່ານ, ສືບຕໍ່ໃຫ້ການຊີ້ນຳ-ນຳພາ ວິທະຍຸໂທລະພາບສູນກາງຈີນ (CMG ) ປະຈໍາລາວ ໃຫ້ຂະຫຍາຍຕົວຂຶ້ນໄປເລື້ອຍໆ ແລະ ເຊື່ອໝັ້ນວ່າໃນຕໍ່ໜ້າຈະໄດ້ພົວພັນຮ່ວມມືກັນລະຫວ່າງກົມໂຄສະນາ ສູນກາງແນວລາວສ້າງຊາດ  ແລະ ວິທະຍຸໂທລະພາບສູນກາງຈີນ (CMG ) ປະຈໍາລາວ ເພື່ອພ້ອມກັນໂຄສະນາເຜີຍແຜ່ໝາກຜົນຂອງບົດບັນທຶກການຮ່ວມມືຂອງສອງກົມການເມືອງ ລາວ-ຈີນ, ຈີນ-ລາວ  ໃຫ້ປະຊາຊົນສອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈກວ້າງຂວາງຂຶ້ນເລື້ອຍໆ.

ຂ່າວ+ພາບ: ຄຳຜາຍ ຄຳແຫງ