ເປັນຫຍັງຈຶ່ງເຮັດບຸນທາດຫຼວງເດືອນສິບສອງເພັງ?
ອີງຕາມປະຫວັດ ການສ້າງພະເຈດີໂລກະຈຸນລະມະນີ ຫຼືພະທາດຫຼວງວຽງຈັນ (ສີິລາ ວີລະວົງ) ໄດ້ກ່າວໄວ້ວ່າ: ພະທາດຫຼວງໄດ້ຖືກສ້າງຂຶ້ນພ້ອມກັບການສ້າງເມືອງວຽງຈັນ ສ້າງຂຶ້ນເປັນຄັ້ງທຳອິດສະຕະວັດທີ 3 ປະມານພ.ສ 236 ກົງກັບສະໄໝທີ່ພຣະເຈົ້າອະໂສກມະຫາລາດ ໄດ້ສົ່ງພຣະສະມະນະທູດອອກໄປເຜີຍແຜ່ສາສະໜາໃນດິນແດນຕ່າງໆ ເຖິງເກົ້າສາຍ. ຕໍ່ມາເຖິງປະມານ ຄສ.ທີ 347 ພະຍາບຸລີຈັນປະສິດທິສັກໄດ້ຖືກສະຖາປະນາເປັນພໍ່ເມືອງວຽງຈັນ ແລະ ກໍຂຶ້ນກັບມະລຸກຂະນະຄອນຈຶ່ງໄດ້ພ້ອມກັບພຣະມະຫາພຸດທະວົງສາ ພຣະມະຫາສັດສະດີ ນໍາເອົາພຣະອັດຖິຫົວເນົ່າຂອງພຣະພຸດ ທະເຈົ້າມາປະດິດສະຖານຢູ່ພູເຂົາຫຼວງວຽງຈັນ ຫຼື ສ້າງພຣະທາດຫຼວງໄລຍະສອງ. ຕໍ່ມາໃນປີ ຄ.ສ 1556 ພະທາດຫຼວງໄດ້ຖືກສ້າງຂຶ້ນໂດຍ ພະເຈົ້າໄຊຍະເຊດຖາທິລາດ ເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ໃຫ້ມີຄວາມແໜ້ນແຟ້ນ ແລະ ເປັນບ່ອນເຄົາລົບສັກກາລະບູຊາຂອງປວງຊົນ.
ນັບແຕ່ປີ ພ.ສ 2103 (ຄ.ສ 1560) ພະເຈົ້າໄຊຍະເຊດຖາທິລາດ ໄດ້ຍ້າຍນະຄອນຫຼວງຂອງປະເທດມາເມືອງວຽງຈັນ ແລະ ໃສ່ຊື່ໃຫ້ວ່າ “ນະຄອນຈັນທະບູລີສີສັດຕະນາຄະຫຸດອຸດຕະມາລາຊະນີ” ຂຶ້ນເປັນນະຄອນຫຼວງເມື່ອປີຈຸນລະສັກ ກະຫຼາດ 992 ກົງກັບ ພ.ສ 2813 ຄ.ສ 1568 ແລ້ວເຖິງປີ ພ.ສ 2189 ( ຄ.ສ 1556 ) ພະອົງໄດ້ສ້າງທາດຫຼວງຂຶ້ນ ໂດຍກໍ່ກວມເອົາພະທາດລູກເກົ່າທີ່ມີມາແຕ່ບູຮານ. ເມື່ອສ້າງສຳເລັດແລ້ວພະອົງໄດ້ໃສ່ຊື່ພະທາດ ຫຼື ພະເຈດີລູກນີ້ວ່າ “ເຈດີໂລກະຈຸຸນລະມະນີ” ແຕ່ທຸກວັນນີ້ ຄົນສ່ວນຫຼາຍຮຽກວ່າ “ພະທາດຫຼວງ”. ຄຳວ່າ ທາດຫຼວງນັ້ນຄົງຈະໝາຍຄວາມວ່າ ທາດໃຫຍ່ນັ້ນເອງ.
ຫຼັງຈາກການສ້າງພະທາດສຳເລັດແລ້ວ ພະເຈົ້າໄຊຍະເຊດຖາທິລາດ ໄດ້ນຳພາປວງຊົນຈັດງານບຸນສະເຫຼີມສະ ຫຼອງພະທາດເຈດີໂລກະຈຸນລະມະນີ ຫຼື ພະທາດຫຼວງນີ້ຂຶ້ນເພື່ອສະຫຼອງເປັນທີ່ສັກກາລະບູຊາ.

ດັ່ງນັ້ນໃນທຸກໆປີເພັງ 15 ຄໍ່າ ເດືອນ 12 ຂອງລາວ ຈຶ່ງມີພິທີກຳການເຮັດບຸນນະມັດສະການພະທາດຫຼວງນີ້ຂຶ້ນ ຈຶ່ງກາຍເປັນປະເພນີທີ່ບັນພະບຸລຸດໄດ້ພາກັນເຮັດ ແລະ ສືບທອດກັນມາຮອດປັດຈຸບັນນີ້ດັ່ງປາກົດອອກໃນຄອງສິບສີ່ຂອງ ພຣະເຈົ້າມະຫາຊີວິດວ່າ
“ເດືອນ 12 ເພັງ ເສນາອາມາດ ແລະສັງຂະເຈົ້າພ້ອມລາດສະດອນ ແຫ່ພະເຈົ້າມາຫາຊີວີດ ແລະ ເຈົ້່າຍິງໝ່ອມນາງທັງ 5 ໄປນະມັດສະການພຣະສີທໍາມະໂສກະລາດ (ທາດຫຼວງ) ພ້ອມທັງເຄື່ອງ ມີຕົ້ນທຽນ ດອກໄມ້ບັ້ງໄຟດອກ ໄຟຫາງກະຫວ່າຍກອງປີດກອງຍາວຮູບຫຸ່ນລະຄອນ ສິງໂຂນ ແລະເຄື່ອງຫຼິ້ນມະໂຫລະສົບຕ່າງໆ ໄປຫຼິ້ນຢູ່ພະລານເດີ່ນພະທາດ ຖ້ວນ 3 ວັນ 3 ຄືນ ແລ້ວຈຶ່ງສະເດັດກັບຄືນ ເພື່ອໃຫ້ເປັນທີ່ຊົມຊື່ນຍິນດີເຊິ່ງກັນ ແລະ ກັນ ຂ້າລາວຊາວດອຍທັງຫຼາຍ ກໍຈະໄດ້ເຫັນກັນ ແລະ ກັນ ແລະ ຈະໄດ້ເວົ້າລົມກັນເປັນມິດສະຫາຍ ຈຶ່ງຈະເປັນກຽດຕິຍົດລືຊາປະກົດແກ່ບ້ານນ້ອຍເມືອງ ອັນຢູ່ໄກ້ຄຽງນັ້ນຊະແລ.”
ການເຮັດບຸນນະມັດສະການພຣະທາດຫຼວງ ເພື່ອສັກກາລະບູຊາພະພຸດທະເຈົ້າ ແລະ ອຸທິດສ່ວນບຸນສ່ວນກຸສົນໃຫ້ແກ່ຜູ້ທີ່ລ່ວງລັບໄປແລ້ວ ພ້ອມນັ້ນ, ຍັງລະນຶກເຖິງຄຸນງາມຄວາມດີຂອງບັນພະບຸລຸດທີ່ໄດ້ເສຍສະຫຼະຫຍາດເຫື່ອແຮງກາຍສະຕິປັນຍາເຂົ້າໃນການສ້າງພະທາດຫຼວງ ເຊິ່ງກົງກັບວັນແຫ່ພຣະຂ້ຽວແກ້ວອັນເປັນພຣະອັຕຖິຂອງພຮະພຸດທະເຈົ້າ ຢູ່ທີ່ສາລະນາດ (ສະຖານທີ່ປະຖົມເທສະໜາໂຜດພຣະປັນຈະວັກຄີ) ເມືອງພາລານະສີເເຄວ້ນອຸຕະລະປະເທດ (ປະເທດອີນເດຍ) ສ່ວນປະເທດໄທ ກໍມີການລອຍກະໂທງໃນວັນນີ້ອັນເປັນນການບູຊາຮອຍພຮະບາດ ທີ່ພຣະພຸດທະອົງປະທັບໄວ້ທີ່ແມ່ນ້ຳນໍາມະທາ ປະເທດອິນເດຍ. ຊາວລາວຈຶ່ງໄດ້ຖືເອົາວັນນີ້ ເປັນວັນນະມັດການພຣະທາດຫຼວງວຽງຈັນສືບຕໍ່ກັນມາ ແລະ ເຊື່ອວ່າພິທີນີ້ຈະຕ້ອງດຳລົງຄົງຢູ່ຕະຫຼອດຊິວີດຈິດໃຈຂອງຊາວລາວເຮົາ ຕາບເທົ່າຊົ່ວຟ້າດິນສະຫຼາຍຕະຫຼອດນິລັນການ.

ພິທີເຮັດບຸນພຣະທາດຫຼວງ
ພິທີບຸນນະມັສກາຣພຣະທາດຫຼວງວຽງຈັນ ປະຈໍາແຕ່ລະປີເລີ່ມຕົ້ນແຕ່ເຈົ້າໄຊຍະເຊຕຖາເປັນຕົ້ນມາ ຕ້ອງໄດ້ຈັດພິທີເປັນທາງການ ແລະ ຖືວ່າເປັນຄອງໜຶ່ງຂອງເຈົ້າຊີວິດທີ່ຈະຕ້ອງໄດ້ພາປະຊາລາດສະດອນເຮັດບຸນນ້ອມນະມັັັດສະການ ພຣະທາດຫຼວງດັ່ງປາກົດໃນຄອງສິບສີ່ສໍາລັບພຣະລາຊາວ່າ “ເດືອນ 12 ເພັງ ເສນາອາມາດ ແລະສັງຂະເຈົ້າພ້ອມລາດສະດອນ ແຫ່ພະເຈົ້າມາຫາຊີວີດ ແລະ ເຈົ້່າຍິງໝ່ອມນາງທັງ 5 ໄປນະມັດສະການພະສີທໍາມາໂສກະລາດ (ທາດຫຼວງ) ພ້ອມທັງເຄື່ອງ ມີຕົ້ນທຽນ ດອກໄມ້ບັ້ງໄຟດອກ ໄຟຫາງກະຫວ່າຍກ້ອງປີດກ້ອງດາວຮູບຫຸ່ນລະຄອນ ສິງໂຂນ ແລະເຄື່ອງຫຼິ້ນມະໂຫຼະສົບຕ່າງໆ ໄປຫຼິ້ນຢູ່ພະລານເດີ່ນພຣະທາດຖ້ວນ 3 ວັນ 3 ຄືນ ແລ້ວຈຶ່ງສະເດັດກັບຄືນ ເພື່ອໃຫ້ເປັນທີ່ຊົມຊື່ນຍິນດີຊື່ງກັນ ແລະກັນ ຂ້າລາວຊາວດອຍທັງຫຼາຍ ກໍຈະໄດ້ເຫັນກັນ ແລະ ກັນ ແລະ ຈະໄດ້ເວົ້າລົມກັນເປັນມິດສະຫາຍ ຈຶ່ງຈະເປັນກຽດຕິຍົດລືຊາປະກົດແກ່ບ້ານນ້ອຍເມືອງ ອັນຢູ່ໄກ້ຄຽງນັ້ນຊະແລ.”
ຈາກຈຸດນີ້ສັງເກດໄດ້ວ່າ, ຄອງສິບທີ່ຂໍ້ນີ້ຄົງກໍາເນີດຂຶ້ນໃນສະໄໝເຈົ້າໄຊຍະເຊດຖາທິລາດ ເພື່ອຢາກໃຫ້ບຸນນະມັດ ສະການພຣະທາດຫຼວງເປັນບຸນທີ່ສໍາຄັນ ແລະ ຄວນໄດ້ຮັບການສືບທອດກັນມາພຣະອົງຈຶ່ງໄດ້ນໍາໄປບັນຍັດເປັນຄອງສິບສີ່ສໍາລັບພຣະລາຊາເປັນແນ່ແທ້. ຈາກນັ້ນມາຈຶ່ງມີການປະຕິບັດສືບທອດກັນມາ ພໍຕົກສະໄໝລະບອບຣາຊາທີປະໄຕແມ່ນເຈົ້າເເຜ່ນດິນເປັນຜູ້ນຳພາໄພ່ພົນ ມີນາຍົກລັດຖະມົນຕີຂ້າລາຊະການໃຫຍ່-ນ້ອຍ ແລະ ປະຊາຊົນກະທຳກັນເປັນ 1 ອາທິດຫຼື 2 ອາທິດແລ້ວຕໍ່ໃສ່ບຸນວັດອົງຕື້ – ອິນແປງໃນເເຮມ 1 ຄໍ່າເດືອນ 12 ຂອງທຸກປີ. ຕົກມາໃນ ລະບອບສັງຄົມນິຍົມ ກໍຈັດພີທີເປັນທາງການໂດຍມີປະທານປະເທດ, ນາຍົກລັດຖະມົນຕີ, ຄະນະລັດຖະມົນຕີ, ຂ້າລັດຖະການ ເປັນຊາຊົນກະທໍາຕາມຮີດຄອງປະເພນີດັ່ງເດີມທຸກຢ່າງ.
ພິທີກຳການເຮັດບຸນນະມັດສະການພຣະທາດຫຼວງນີ້ ຍັງຄົງປະຕິບັດຕາມທີ່ເຄີຍໄດ້ປະຕິບັດກັນມາຕັ້ງແຕ່ເດີມນັ້ນກໍຄື ພໍຮອດມື້ຂຶ້ນ 13 ຄໍ່າ ເດືອນ 12 ລາວຂອງທຸກໆປີຈະຕ້ອງໄດ້ມີການຫ້າງຫາກະກຽມ ແລະ ເຕົ້າໂຮມຫ້າງຫາຕົກແຕ່ງຜາສາດເຜິ້ງແຫ່ໄປວັດສີເມືອງ ຄົບງັນຢູ່ທີ່ນັ້ນຄືນໜຶ່ງ ເພື່ອສະແດງຄວາມສາມັກຄີ ແລະສະແດງຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ, ຕໍ່ຕົນເອງອີກດ້ວຍ.
ຫຼັງຈາກນັ້ນ, ໃນມື້ຂຶ້ນ 14 ຄໍ່າ ກໍຈະມີພິທີການແຫ່ຜາສາດເຜິ້ງຈາກ 4 ຕົວເມືອງຄື ເມືອງໄຊເຊດຖາ, ເມືອງຈັນທະບູລີ, ເມືອງສີສັດຕະນາກ ແລະເມືອງສີໂຄດຕະບອງ ແລະຈາກພາດສ່ວນຕ່າງໆ. ການແຫ່ຜາສາດເຜິ້ງຈາກ 4 ຕົວເມືອງນັ້ນແມ່ນມາເຕົ້າໂຮມກັນຢູ່ວັດໜອງບອນ ແລ້ວຈຶ່ງມີການແຫ່ຜາສາດເຜິ້ງອອກຈາກວັດໜອງບອນມາທາດຫຼວງ ແລະຄົບງັນຢູ່ບໍລິເວນທາດຫຼວງ. ມື້ຂຶ້ນ 15 ຄໍ່າ ມີການຕັກບາດຢູ່ໃນກົມມະລຽນ ແລະບໍລິເວນເດີ່ນດ້ານນອກ. ຕອນບ່າຍມີການຕີຄີເຊິ່ງເປັນກິລາພື້ນເມືອງປະເພດໜຶ່ງທີ່ສືບທອດກັນມາຕັ້ງແຕ່ອະດີດຈົນຮອດປັດຈຸບັນ. ຕອນຄໍ່າ ມີການວຽນທຽນອ້ອມພຣະທາດ ແລະ ຈູດບັ້ງໄຟດອກເຊິ່ງໃນງານບຸນນະມັດສະການພະທາດຫຼວງນີ້ປະກອບມີຫຼາຍໆກິດຈະກຳໃຊ້ເວລາຢູ່ 7 ມື້ 7 ຄືນ. ມື້ຕໍ່ມາຄືວັນແຮມ 1 ຄໍ່າ ເດືອນ 12 ເພິ່ນກໍ່ມີພິທີແຫ່ຜາສາດເຜິ້ງມາວັດອົງຕື້ ຈາກນັ້ນກໍແຫ່ໄປວັດອິນແປງ ວຽນທຽນ 3 ຮອບແລ້ວແຫ່ກັບມາວຽນທຽນທີ່ວັດອົງຕື້ ສ່ວນອີກຂະບວນໜຶ່ງກໍຈະມີການແຫ່ຜາສາດເຜິ້ງຈາກພຣະທາດຫຼວງໄປວັດໄຕໃຫຍ່ ເຊັ່ນດຽວກັນກັບວັດອົງຕື້ ສະຫລຸບແລ້ວ ບຸນນະມັດສະການພຣະທາດຫຼວງແມ່ນເລີ່ມຈາກວັດສີເມືອງ(ຫາງເມືອງ)ໄປຈຸດໃຈກາງ ກໍຄືພຣະທາດຫຼວງ ຈາກນັ້ນກໍຈະແຫ່ໄປທາງວັດອົງຕື້ ອິນແປງ ແລະວັດໄຕໃຫຍ່ (ເຊິ່ງເປັນວັດທາງຫົວເມືອງ) ຈຶ່ງເປັນອັນຈົບພິທີ ບຸນນະມັດສະການພຣະທາດຫຼວງຢ່າງເປັນທາງການ






