- ປີນີ້ເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XIV ຂອງ ສປ ຈີນ, ໃນໂອກາດສໍາຄັນທີ່ຈີນ ຈະດໍາເນີນກອງປະຊຸມ 2 ສະພາ ທີ່ຈະມາເຖິງໃນຕໍ່ໜ້ານີ້, ທ່ານມີຄວາມຄິດເຫັນແນວໃດຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ ຂອງຈີນ ພາຍໃຕ້ການນໍາພາຂອງສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ (ກະລຸນາເວົ້າຊື່ຂອງສະຫາຍປະທານສີຈິ້ນຜິງ ໃນເວລາກ່າວສໍາພາດ);
ຕອບ: ກ່ອນອື່ນ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຕໍ່ການດໍາເນີນກອງປະຊຸມ ປະຈໍາປີຂອງ 2 ສະພາ (ສະພາປະຊາຊົນ ແລະສະພາທີ່ປຶກສາການເມືອງທົ່ວປະເທດຈີນ), ຊື່ງໄດ້ເປີດຂຶ້ນ ໃນວັນທີ 5 ມີນາ 2025, ສອງກອງປະຊຸມດັ່ງກ່າວມີຄວາມສໍາຄັນຫຼາຍຕໍ່ຊີວິດການເມືອງຂອງ ສປ ຈີນ, ເນື່ອງຈາກວ່າກອງປະຊຸມໄດ້ມີການປະເມີນຜົນການຈັດຕັ້ງປະ ຕິບັດວຽກງານຂອງລັດຖະບານໃນຮອບໜຶ່ງປີຜ່ານມາ, ມີການຖະແຫຼງນະໂຍບາຍໃໝ່ ລວມເຖິງການກໍານົດເປົ້າໝາຍດ້ານເສດຖະກິດ-ສັງຄົມຂອງຈີນ ໃນປີຕໍ່ໜ້າ, ທັງຍັງໄດ້ກັ່ນຕອງເອົາຄວາມຄິດຄວາມເຫັນຈາກທ້ອງຖິ່ນຮາກຖານຫາສູນກາງ ເພື່ອພິຈາລະນາການອອກນະໂຍບາຍ, ກົດໝາຍການຈັດສັນງົບປະມານ ແລະກິດຈະກໍາການເມືອງອື່ນໆ, ສິ່ງເຫຼົ່ານັ້ນລ້ວນແຕ່ຕິດພັນກັບຊິວິດການເປັນຢູ່ຂອງປະຊາຊົນ ແລະການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ.
ສໍາລັບໝາກຜົນຕົວຈິງປີ 2024 ເຫັນວ່າບັນລຸຄາດໝາຍ ຂອງແຜນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XIV ຂອງ ສປ ຈີນ, ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ພາຍໃຕ້ການນໍາພາຂອງ ສະຫາຍປະທານສີຈິ້ນຜິງ ທີ່ເປັນແກນກາງ;
+ ໄດ້ເສີມສ້າງມະຫາຄວາມສາມັກຄີ ແລະນໍາພາທົ່ວພັກ ແລະປວງຊົນຈີນ ປະຕິບັດນະໂຍບາຍຢ່າງຮອບດ້ານ ເພື່ອພັດທະນາປະເທດ, ອັນໄດ້ເຮັດໃຫ້ສັງຄົມມີຄວາມສະຫງົບ, ສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດ ມີການຂະຫຍາຍຕົວຢ່າງໝັ້ນທ່ຽງ ແລະຕໍ່ເນື່ອງດ້ວຍຄຸນນະພາບສູງ.
+ ຕາມຂ້າພະເຈົ້າຕິດຕາມຂ່າວ: ເຖິງວ່າໃນປີຜ່ານມາສະພາບການຂອງໂລກມີການຜັນແປຢ່າງສັບສົນ ແຕ່ເຫັນວ່າເສດຖະກິດຈີນຍັງຂະຫຍາຍ ຕົວສູງ ໂດຍສະເພາະໃນໄຕມາດທີ 4, ລວມຍອດຜະລິດຕະພັນພາຍໃນ(GDP), ເພີ່ມຂຶ້ນ 5.0% ທຽບໃສ່ປີກາຍ, ເສດຖະກິດຈີນເປັນອັນດັບທີ 2 ຂອງໂລກ, ຊື່ງໄດ້ເປັນກໍາລັງແຮງສໍາຄັນ ໃນການຍູ້ດັນເສດຖະກິດຂອງໂລກ.
+ ອັນສໍາຄັນອັນໜຶ່ງເຫັນວ່າ ເພື່ອຕອບສະໜອງກັບການເຕີບໂຕຂອງເສດຖະກິດຂອງປະເທດທີ່ຊ້າລົງ ໃນໄຕມາດ 2 ແລະ 3 ສູນກາງພັກ ແລະລັດຖະບານ ສປ ຈີນ ໄດ້ເພີ່ມທະວີການຄວບຄຸມເສດຖະກິດມະຫາພາກ ຕາມສະພາບຕົວຈິງເວລານັ້ນ ແລະໄດ້ວາງນະໂຍບາຍສໍາຄັນຕ່າງໆອອກ (ນະໂຍບາຍມວຍປະສົມ)ເຊັ່ນ: ຍູ້ແຮງການກໍ່ສ້າງລະບົບອຸດສາຫະກໍາທັນສະໄໝ ແລະເລັ່ງລັດພັດທະນາຜະລິດຕະພັນໃໝ່, ຍຸດທະສາດສ້າງປະເທດ ໂດຍຜ່ານວິທະຍາສາດ ແລະການສຶກສາ, ເອົາໃຈໃສ່ເສີມຂະຫຍາຍຄວາມຕ້ອງການພາຍໃນປະເທດ ແລະຊຸກຍູ້ວົງຈອນທີ່ມີຄຸນນະພາບດ້ານເສດຖະກິດ, ຊຸກຍູ້ການພັດທະນາກະສິກໍາ ແລະຊົນນະບົດ ແລະ ນະໂຍບາຍ ອື່ນໆ, ຊື່ງແຜນນະໂຍບາຍເຫຼົ່ານັ້ນໄດ້ຊຸກຍູ້ການຟື້ນຕົວຂອງເສດຖະກິດຢ່າງມີປະສິດທິຜົນ ແລະໄດ້ສ້າງຄວາມເຊື່ອໝັ້ນທັງຢູ່ພາຍໃນຈີນ ແລະເປັນບົດຮຽນໃຫ້ໂລກອີກດ້ວຍ.
+ ບັນດາເປົ້າໝາຍ ແລະແຜນວຽກຈຸດສຸມ ຂອງການພັດທະນາສັງຄົມ, ດ້ານເຕັກນິກ-ວິທະຍາສາດທັນສະໄໝແບບກ້າວກະໂດດ, ການເປີດໂຕຂອງ DeepSeek ເຮັດໃຫ້ໂລກຕົກຕະລຶງ ແລະຊື່ນຊົມ;
+ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ນັບເຂັ້ມແຂງ… ບົນພື້ນຖານດັ່ງກ່າວ ສາມາດເວົ້າໄດ້ວ່າ: ການກໍ່ສ້າງສັງຄົມນິຍົມຕາມສີສັນພິເສດຂອງຈີນ ໃນຍ່ານທາງທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ ໄດ້ບັນລຸເປົ້າໝາຍໃນການສ້າງສັງຄົມອີ່ມໜຳສຳລານຢ່າງຮອບດ້ານໂດຍພື້ນຖານ.
- ປະຈຸບັນສະພາບແວດລ້ອມສາກົນມີຄວາມສັບສົນ, ທ່ານມີຄວາມຄິດເຫັນແນວໃດຕໍ່ແນວຄວາມຄິດ ແລະຄວາມສາມາດໃນການນໍາພາຂອງພັກກອມມູນິດຈີນ ພາຍໃຕ້ການນໍາພາຂອງທ່ານປະທານສີ ຈິ້ນຜິງ ແລະ ສປ ຈີນ ໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງໂລກບໍ ?
ຂ້າພະເຈົ້າ ໄດ້ຕິດຕາມກ່ຽວກັບທິດທາງ ແລະບາດກ້າວເດີນຂອງ ສປ ຈີນ ໂດຍຜ່ານເອກະສານລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XX ຂອງພັກກອມມູນິດຈີນ ແລະການບອກເລົ່າຂອງໝູ່ສະຫາຍ ສປ ຈີນ ແລະເຫັນວ່າ: ບໍ່ວ່າຈະເປັນແນວຄວາມຄິດ:
- “ການນໍາພາປະເທດຈີນກ້າວເຂົ້າສູ່ຖັນແຖວປະເທດແຫ່ງການປະດິດສ້າງ”;
- “ການຫັນເປັນທັນສະໄໝແບບຈີນ”;
- “ຂໍ້ລິເລີ່ມການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ” ດ້ວຍສາມເສົາຄໍ້າຄື:
- ຄວາມໝັ້ນຄົງດ້ານການເມືອງ-ຄວາມປອດໄພ;
- ຄວາມໝັ້ນຄົງດ້ານເສດຖະກິດ ແລະ ປະຊາຄົມຮ່ວມສ້າງອາລິຍະທໍາທົ່ວໂລກ”;
- “ການສ້າງໂລກທັງ 5 ຍຶດໝັ້ນ”:
- ຍຶດໝັ້ນຫຼັກການສົນທະນາ ແລະປຶກສາຫາລືກັນ ເພື່ອຊຸກຍູ້ການສ້າງໂລກທີ່ມີສັນຕິພາບຖາວອນ;
- ຍຶດໝັ້ນໃນການສ້າງສາ ແລະຊົມໃຊ້ຮ່ວມກັນ ເພື່ອຊຸກຍູ້ການສ້າງໂລກທີ່ມີຄວາມໝັ້ນຄົງ;
- ຍຶດໝັ້ນໃນການຮ່ວມມືກັນ ແລະໄດ້ຮັບຜົນປະໂຫຍດຮ່ວມກັນ ເພື່ອຊຸກຍູ້ການສ້າງໂລກທີ່ຮ່ວມກັນຈະເລີນຮຸ່ງເຮືອງ;
- ຍຶດໝັ້ນໃນການແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນ ເພື່ອຊຸກຍູ້ການສ້າງໂລກທີ່ເປີດກວ້າງ ແລະກວມລວມ;
- ຍຶດໝັ້ນໃນການລະບາຍກາກບອນຕ່ຳ ແລະ ຫັນເປັນສີຂຽວ ເພື່ອຊຸກຍູ້ການສ້າງໂລກທີ່ສະອາດ ແລະສວຍງາມ.
- ແລະ ພິເສດແນວຄວາມຄິດ “ໜຶ່ງແຖບ ໜຶ່ງເສັ້ນທາງ” ຫຼື ອີໄຕ້ ອີລູ້ ທີ່ຮູ້ກັນດີລ້ວນແຕ່ມີປະໂຫຍດສູງຫຼາຍ.
+ ຂ້າພະເຈົ້າ ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ແນວຄວາມຄິດ ແລະທິດທາງ ຂອງພັກ ແລະລັດຖະບານຈີນ, ຊື່ງຫຼາຍຂໍ້ລິເລີ່ມ ຂອງສະຫາຍ ສີຈິ້ນຜິງ ຂ້າງເທິງນັ້ນ ລ້ວນແຕ່ມີຄວາມໝາຍສໍາຄັນ ແລະໄດ້ຮັບການຕອບຮັບຈາກຫຼາຍປະເທດໃນທົ່ວໂລກເປັນຢ່າງດີນັ້ນ, ມັນສະແດງໃຫ້ເຫັນເຖິງ ໝາກຜົນຂອງການຄົ້ນຄວ້າວິໃຈຢ່າງເປັນລະບົບຄົບຊຸດຈາກທິດສະດີສູ່ພຶດຕິກໍາ, ທັງສອດຄ່ອງກັບສະ ພາບຕົວຈິງ ແລະຖືກກັບກາລະເວລາ ທີ່ທົ່ວໂລກ ພວມຕ້ອງການແກ້ໄຂບັນຫາລວມຮ່ວມກັນ.
+ ຕົວຢ່າງ: “ຂໍ້ລິເລີມວ່າດ້ວຍອາລິຍະທໍາທົ່ວໂລກ”: ເຫັນວ່າເປັນແນວຄິດທີ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ, ເປັນເງື່ອນໄຂໃຫມ່ທີ່ຈະເຮັດໃຫ້ບັນດາອາລິຍະທໍາທີ່ຫລາກຫລາຍໃນທົ່ວໂລກ ໄດ້ມີການເຊື່ອມໂຍງເຂົ້າກັນ, ແລກປ່ຽນການຮ່ວມມື ແລະ ພ້ອມກັນພັດທະນາໃຫ້ທັນສະໄໝ, ທັງສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບ ແລະ ການປະກອບສ່ວນທີ່ຈິງໃຈ ຂອງຈີນ ຕໍ່ຂະບວນວິວັດແຫ່ງການພັດທະນາຂອງມວນມະນຸດອີກດ້ວຍ.
+ ສປ ຈີນ ໄດ້ປະກອບສ່ວນທັງທາງດ້ານສະຕິປັນຍາ ແລະກໍາລັງແຮງຂອງຕົນ ອຸທິດໃຫ້ແກ່ຄວາມຈະເລີນຮຸ່ງເຮືອງ ແລະຄວາມສະຫງົບສຸກຂອງໂລກ, ຈີນໃນຖານະທີ່ເປັນປະເທດທີ່ມີເສດຖະ ກິດໃຫຍ່ທີສອງຂອງໂລກ ໄດ້ເດີນຕາມເສັ້ນທາງແຫ່ງການພັດທະນາຢ່າງສັນຕິ, ສະແຫວງຫາຜົນປະ ໂຫຍດຮ່ວມກັນ, ປະກອບສ່ວນຢ່າງແຂງແຮງໃຫ້ແກ່ການພັດທະນາຂອງໂລກ. ສະຫາຍ ສີຈິ້ນຜິງ ໄດ້ກ່າວ (ໃນກອງປະຊຸມຖະແຫຼງຂ່າວຂອງຄະນະປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ສະໄໝທີ 20 ເມື່ອວັນທີ 23 ຕຸລາ 2022): ການພັດທະນາຂອງຈີນປາສະຈາກໂລກບໍ່ໄດ້, ການພັດທະນາຂອງໂລກ ກໍຕ້ອງການຈີນເຊັ່ນດຽວກັນ, ປະເທດຈີນຈະຮ່ວມກັນກັບປະຊາຊົນຂອງປະເທດຕ່າງໆໃນໂລກ, ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດທີ່ສັນຕິພາບ, ການພັດທະນາ, ຍຸຕິທຳ, ຄວາມເປັນທຳ, ປະຊາທິປະໄຕ ແລະ ເສລີພາບ, ຮັກສາສັນຕິພາບຂອງໂລກ, ຊຸກຍູ້ການພັດທະນາຂອງໂລກ, ແລະສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.[1]
+ ແນວຄວາມຄິດຂອງຈີນກ່ຽວກັບການພັດທະນາຢ່າງສັນຕິ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດໃນໂລກ ໂດຍສະເພາະປະເທດທີ່ກໍາລັງພັດທະນາແມ່ນໄດ້ຮັບຜົນປະໂຫຍດຫຼາຍ ບໍ່ວ່າຈະເປັນທະວີບອາຟາລິກາ ແລະອາຊີ ລວມທັງ ສປປ ລາວ ຂອງພວກຂ້າພະເຈົ້າ ກໍມີຄວາມເພີ່ງພໍໃຈທີ່ເຫັນວ່າ ໃນຊຸມປີຜ່ານມານີ້ ການພົວພັນ-ຮ່ວມມືຂອງສອງປະເທດ ໄດ້ກ້າວເຂົ້າສູ່ໄລຍະໃໝ່ທີ່ມີຊີວິດຊີວາແທ້ໆ, ຊື່ງນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງບໍ່ຢຸດຢັ້ງ, ໝາກຜົນອັນພົ້ນເດັ່ນທີ່ປະກົດອອກກໍແມ່ນ 4 ດີ ນັ້ນເອງຄື: ເປັນບ້ານໃຫ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ເປັນເພື່ອນຮ່ວມງານທີ່ດີ, ເຊີ່ງຝ່າຍຈີນໄດ້ໃຫ້ຄວາມສຳຄັນການຮ່ວມມືທາງດ້ານເສດຖະກິດ ແລະ ໃຫ້ທຶນພັດທະນາພື້ນຖານໂຄງລ່າງຂອງ ສປປ ລາວ, ມາຮອດປັດຈຸບັນ ສປ ຈີນ ເປັນປະເທດແຖວໜ້າທີ່ໄດ້ລົງທຶນ ແລະໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຫຼາຍກວ່າໝູ່. ພິເສດແມ່ນ ສປ.ຈີນ ໃຫ້ຄວາມສຳຄັນຕໍ່ຍຸດທະສາດການພັດທະນາຂອງ ສປປ ລາວ ໂດຍສະເພາະໂຄງການສ້າງທາງດ່ວນວຽງຈັນ-ວັງວຽງ ແລະທາງລົດໄຟ ລາວ-ຈີນ, ເຂດພັດທະນາເສດຖະກິດກວມລວມໄຊເຊດຖາ, ໂຄງການປັບປຸງໂຮງໝໍມະໂຫສົດ, ໂຄງການແສງສະຫວ່າງນະຄອນຫຼວງວຽງຈັນ, ໂຄງການຊ່ວຍເຫຼືອແກ້ໄຂຄວາມທຸກຍາກຢູ່ທ້ອງຖິ່ນຕ່າງໆຂອງລາວ ແລະ ໂຄງການອື່ນໆໄດ້ກາຍເປັນສັນຍາລັກທີ່ໂດດເດັ່ນໃນການຮ່ວມມືລາວ-ຈີນ ໄລຍະໃໝ່.
+ ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງສູງວ່າ ພາຍໃຕ້ການນໍາພາຊີ້ນໍາອັນສະຫລາດສ່ອງໃສຂອງສູນກາງພັກກອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ, ດ້ວຍບົດຮຽນອັນອຸດົມສົມບູນ ແລະ ຫົວຄິດປະດິດສ້າງຂອງພັກກອມມູນິດຈີນ, ດ້ວຍກໍາລັງແຮງດ້ານເສດຖະກິດທີ່ເຂັ້ມແຂງ ແລະບຸກຄະ ລາກອນທີ່ມີຄຸນນະພາບສູງນັ້ນ, ສປ ຈີນ ຈະບັນລຸເປົ້າໝາຍໃນການສ້າງປະເທດໃຫ້ກາຍເປັນສັງຄົມນິຍົມທັນສະໄໝຮອບດ້ານ ທີ່ມັ່ງຄັ່ງເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມ ຕາມຄາດໝາຍກອງປະຊຸມໃຫຍ່ ກໍານົດໄວ້ຢ່າງແນ່ນອນ.
- ທ່ານມີຄວາມຄິດເຫັນແນວໃດຕໍ່ໝາກຜົນການຈັດຕັ້ງປະຕິບັດແນວຄວາມຄິດ”ການຫັນເປັນທັນສະໄໝ ຕາມຮູບແບບຈີນ” ທີ່ທ່ານປະທານສີ ຈິ້ນຜິງ ເປັນຜູ້ສະເໜີນັ້ນ, ຊື່ງສາມາດມີຄໍາເຫັນເລີ່ມຕັ້ງແຕ່ການພັດທະນາດ້ານວິທະຍາສາດ-ເຕັກໂນໂລຊີ ແລະການເປີດປະຕູສູ່ພາຍນອກດ້ວຍຄຸນນະພາບສູງ.(ທ່ານສາມາດເບີ່ງຂໍ້ມູນອ້າງອີງ: ລາວ-ກວງຊີ ໄດ້ເຊັນສັນຍາການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຊີ ນໍາກັນ).
+ ຂ້າພະເຈົ້າ ຕີລາຄາສູງ ຕໍ່ຄໍາເຫັນອັນສໍາຄັນຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ, ເຊິ່ງໄດ້ຍົກໃຫ້ເຫັນການຫັນເປັນທັນສະໄໝ່ແບບຈີນ ທີ່ມີເປົ້າໝາຍເພື່ອຮັບປະກັນໃຫ້ການພັດທະນາ ມີລັກສະນະຮອບດ້ານ ແລະ ແນໃສ່ເຮັດໃຫ້ປະຊາຊົນມີຄວາມຜາສຸກ, ມີເສລີພາບ;
+ ຂ້າພະເຈົ້າ ໄດ້ອ່ານ ແນວຄວາມຄິດ”ການຫັນເປັນທັນສະໄໝ ຕາມຮູບແບບຈີນ” ແລ້ວ, ຊື່ງເຫັນວ່າມີ 6 ຈຸດພິເສດສະເພາະ ນັ້ນຄື:
- ແມ່ນການສ້າງສັງຄົມນິຍົມທີ່ທັນສະໄໝ ທີ່ນຳພາໂດຍພັກກອມມູນິດຈີນ, ໂດຍລວມມີທັງຈຸດພິເສດຂອງຄວາມທັນສະໄໝຂອງປະເທດຕ່າງໆ ແລະສີສັນພິເສດຂອງຈີນ ຢູ່ນໍາກັນ;
- ແມ່ນຄວາມທັນສະໄໝທີ່ມີຈຳນວນປະຊາກອນອັນມະຫາສານ;
- ແມ່ນຄວາມທັນສະໄໝທີ່ໃຫ້ປະຊາຊົນທຸກຖ້ວນໜ້າບັນລຸຄວາມຮັ່ງມີຮ່ວມກັນ.
- ແມ່ນຄວາມທັນສະໄໝທີ່ໃຫ້ຄວາມສິວິໄລດ້ານວັດຖຸ ແລະຄວາມສິວິໄລດ້ານຈິດໃຈພັດທະນາໄປຢ່າງກົມກຽວ;
- ແມ່ນຄວາມທັນສະໄໝທີ່ບັນລຸໃຫ້ຄົນກັບທຳມະຊາດຢູ່ ຮ່ວມກັນຢ່າງກົມກຽວ ແລະ
- ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາ ໂດຍສັນຕິ.
+ ຂ້າພະເຈົ້າ ເຫັນວ່າຜົນສໍາເລັດຂອງຄວາມທັນສະໄໝແບບຈີນ ພວກເຮົາສາມາດເບີ່ງຈາກຫຼາຍດ້ານ ໃນນັ້ນອັນພົ້ນເດັ່ນແມ່ນວຽກງານດ້ານວິທະຍາສາດ-ເຕັກໂນໂລຊີ ມີການພັດທະນາທີ່ກ້າວກະໂດດ ແລະກາຍເປັນປະເທດວິທະຍາສາດທີ່ມີອິດທິພົນແຖວໜ້າຂອງໂລກ, ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XVIII ຂອງພັກກອມມູນິດຈີນເປັນຕົ້ນມາ ທີ່ມີສະຫາຍ ສີ ຈິ້ນຜິງ ເປັນຫຼັກ ໄດ້ຢືນຢັນການວາງນະໂຍບາຍດ້ານນະວັດຕະກໍາ ວິທະຍາສາດ ແລະເຕັກໂນໂລຊີ ໃຫ້ເປັນຫຼັກ, ເປັນຂໍກຸນແຈສໍາຄັນ ຂອງການພັດທະນາຮອບດ້ານ ແລະ ໄດ້ມີຜົນສໍາເລັດຕົວຈິງຢ່າງອັດສະຈັນ ຄືດັ່ງທີ່ພວກເຮົາໄດ້ຮັບຮູ້ແລ້ວ, ເປັນຕົ້ນ: ຂົງເຂດການສື່ສານ 5G ຈີນໄດ້ພັດທະນາໄກຫຼາຍ, ການຜະລິດ ZIP, ຫຸ່ນຍົນ,ດາວທຽມນໍາທາງ, ການຜະລິດເຮືອບິນຂະໜາດໃຫຍ່, ລົດໄຟຄວາມໄວສູງ, ລົດໄຟຟ້າ, ການນໍາໃຊ້ AI, ສື່ໂຊຊ້ຽວ: Tiktok, Alibaba, ໃໝ່ໆມານີ້ແມ່ນການເປີດໂຕ DeepSeek ແລະຜະລິດຕະພັນອື່ນໆ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມລໍ້າສະໄໝຂອງຈີນ ທີ່ໄດ້ເອົາໃຈໃສ່ຕໍ່ການພັດທະນາວິທະຍາສາດ-ເຕັກໂນໂລຊີ.
+ ຂ້າພະເຈົ້າເຊື່ອວ່າຜົນສໍາເລັດດ້ານວິທະຍາສາດ ແລະການປະດິດສ້າງດ້ານເຕັກໂນໂລຊີ ຂອງຈີນ ຈະປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງຄວາມເຂັ້ມແຂງທາງດ້ານວິທະຍາສາດ ແລະຄວາມກ້າວໜ້າດ້ານເຕັກໂນໂລຊີຂອງຈີນ ແລະຂອງໂລກຕໍ່ໄປ.
ການຫັນເປັນທັນສະໄໝແບບຈີນ ຖືເປັນບົດຮຽນອັນລ້ຳຄ່າ ແລະ ເປັນແຮງພັກດັນອັນສຳຄັນ ໃຫ້ແກ່ບັນດາປະເທດໃນທົ່ວໂລກ ກໍຄື ສປປ ລາວ ໃນການບຸກບືນສູ້ຊົນເພື່ອຫັນເປັນທັນສະໄຫມ ທີ່ສອດຄ່ອງກັບສະພາບການຕົວຈິງຂອງຕົນ ແລະໃນເດືອນ ສິງຫາ 2024 ຜ່ານມາ, ລາວ ແລະຈີນ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການເພີ່ມທະວີການຮ່ວມມືດ້ານດິຈິຕອນລະຫວ່າງ ກະຊວງເຕັກໂນໂລຊີ ແລະການສື່ສານ ສປປ ລາວ ກັບກົມພັດທະນາ Big data ແຂວງກວາງຊີ ສປ ຈີນ, ຊື່ງເນື້ອໃນສໍາຄັນຂອງການຮ່ວມມືແມ່ນເລັ່ງໃສ່ການພັດທະນາວຽກງານບໍລິຫານລັດທັນສະໄໝ ແລະວຽກງານເສດຖະກິດດິຈິຕອນ, ຍົກລະດັບລະບົບສື່ສານພາກລັດ G-chat ແລະການພັດທະນາລະບົບຫ້ອງການທັນສະໄໝ.
(ຂໍຂອບໃຈ, XieXie!)



