ທ່ານ ມີແຊນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ອາຊີຕາເວັນອອກ ຢູ່ ສປປ ລາວ ໃນຄັ້ງນີ້. ສະຫະພາບ ເອີຣົບ ຕີລາຄາສູງຕໍ່ການຮ່ວມມືຢ່າງໃກ້ຊິດກັບ ສປປ ລາວ ແລະ ເນັ້ນຢໍ້າເຖິງຄວາມສຳຄັນຂອງການເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດສຳຄັນເຊັ່ນ: ການພັດທະນາ, ການເຊື່ອມຕໍ່, ການຂົນສົ່ງ, ການສ້າງຄວາມດຸ່ນດ່ຽງລະຫວ່າງການເຕີບໂຕທາງດ້ານເສດຖະກິດ ກັບວຽກງານດ້ານດິນຟ້າອາກາດ.



