ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ທີ່ວິທະຍາຄານເຕັກນິກການທະຫານ

ໃນວັນທີ 30 ມັງກອນ 2024 ນີ້ ວິທະຍາຄານເຕັກນິກການທະຫານໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ(20 ມັງກອນ 1949-20 ມັງກອນ 2024) ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ; ມີທ່ານ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຮອງຫົວໜ້າກົມໃຫຍ່ເຕັກນິກອງທັບ, ມີບັນດາຄະນະພັກ- ຄະນະອຳນວຍການ, ບັນດາກົມກອງອ້ອມຂ້າງ, ອຳນາດການປົກຄອງຂັ້ນຕ່າງໆເມືອງໄຊທານີ ແລະ ແຂກຖືກເຊີນ ຕະຫລອດຮອດນາຍ ແລະ ພົນທະຫານວິທະຍາຄານເຕັກນິກການທະຫານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ກ່ອນອື່ນແມ່ນໄດ້ຮັບຊົມການສະແດງສິລະປະວັນນະຄະດີ, ຫຼັງຈາກນັ້ນ, ໄດ້ຮັບຟັງຄຳສັ່ງປະຈຳວັນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ການຫວນຄືນປະຫວັດການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 75 ປີທີ່ຜ່ານມາໂດຍຫຍໍ້, ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານທີ່ຜົ້ນເດັ່ນຮອບດ້ານ ຂອງວິທະຍາຄານເຕັກນິກການທະຫານ ໃນໄລຍະ 10 ປີຜ່ານມາ( 20 ທັນວາ 2013 – 20 ທັນວາ 2023).

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນວ່າ: ໃນນາມຕາງໜ້າກົມການເມືອງສູນກາງພັກ, ແນວລາວສ້າງຊາດ-ອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນລາວບັນດາເຜົ່າ ຂໍຊົມເຊີຍຜົນງານອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 75 ປີ ໂດຍສະເພາະສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕ່າງໆທີ່ວິທະຍາຄານເຕັກນິກການທະຫານ ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ ແລະ ທ່ານ ໄດ້ມີຄຳເຫັນເນັ້ນຕໍ່ບາງວຽກງານທີ່ສຳຄັນຕື່ມວ່າ: ໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນ ແລະ ຄູອາຈານ ພ້ອມກັນສືບຕໍ່ຮັກສາໝາກຜົນການປະຕິວັດ, ສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ, ສືບຕໍ່ປັບປຸງແບບແຜນການສອນ-ການຮຽນໃຫ້ມີວິທະຍາສາດ, ສືບຕໍ່ພົວພັນຮ່ວມມືກັບເພື່ອນມິດສາກົນເພື່ອແລກປ່ຽນບົດຮຽນນຳກັນ ເພື່ອເຮັດໃຫ້ວິທະຍາຄານມີຄວາມກ້າວໜ້າ. ພ້ອມກັນນັ້ນ, ໃຫ້ພ້ອມກັນຄົ້ນຄວ້າຮ່ຳຮຽນແນວທາງຂອງພັກ, ນິຕິກຳຂອງລັດ ໂດຍສະເພາະໃຫ້ພ້ອມກັນເຂົ້າໃຈໃຫ້ເລິກເຊິ່ງໃນການຫັນປ່ຽນໃໝ່ຕາມມະຕິກອງປະຊຸມໃຫຍ່ຂອງພັກວາງອອກ, ພ້ອມກັນປະຕິບັດລັດຖະທຳມະນູນ ແຫ່ງ ສປປ ລາວ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ໃນໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ມອບຄອມພິວເຕີ 1 ຊຸດ ແລະເຄື່ອງກິລາຈຳນວນໜຶ່ງ ໃຫ້ວິທະຍາຄານເຕັກນິກການທະຫານ ຕື່ມອີກ.

ຂ່າວ+ພາບ: ເຢ

ບກ: ແພງພັນ

info@lfnd.org.la | 021 213754 | (856-21) 453191