ປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມພິທີປ່ອຍປາ ຢູ່ເມືອງນາຊາຍທອງ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີປ່ອຍປາ ຢູ່ອ່າງນ້ຳຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 17 ກໍລະກົດ 2025 ນີ້, ເຂົ້າຮ່ວມມີ ທ່ານ ສຸລິວັນ ພົມມະຫາໄຊ ເລຂາຄະນະບໍລິຫານງານພັກເມືອງນາຊາຍທອງ, ທ່ານ ບຸນຊູ ພະວິເສດ ຮັກສາການເຈົ້າເມືອງນາຊາຍທອງ, ມີບັນດາທ່ານຕາງໜ້າຈາກບັນດາຫ້ອງການຂ້ອມຂ້າງເມືອງ, ພາກທຸລະກິດຂອງເມືອງ ແລະ ພໍ່ແມ່ປະຊາຊົນ ພ້ອມດ້ວຍນ້ອງນັກຮຽນ ອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ, ໄດ້ຮັບຟັງການລາຍງານໂດຍຫຍໍ້ ຈາກທ່ານຮັກສາການເຈົ້າເມືອງ ແລະ ທ່ານ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງ ເຊິ່ງບາງຕອນກ່າວວ່າ: ພິທີປ່ອຍປາໃນຄັ້ງນີ້ແມ່ນເພື່ອຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດກົດໝາຍວ່າດ້ວຍສັດນ້ຳ ແລະ ການປະມົງ ໃຫ້ປະກົດຜົນເປັນຈິງ ເຊິ່ງໃນແຕ່ລະປີເມືອງນາຊາຍທອງ ກໍໄດ້ຈັດກິດຈະກຳປ່ອຍປາເປັນປົກກະຕິ ໂດຍໝູນວຽນໃຫ້ແຕ່ລະບ້ານເປັນເຈົ້າພາບ, ປາໄດ້ກາຍເປັນອາຫານທີ່ມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ສະນັ້ນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ ກໍ່ເປັນປັດໄຈໜຶ່ງທີ່ອົງການຈັດຕັ້ງເມືອງນາຊາຍທອງ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນພາຍໃນເມືອງ ລ້ຽງປາແບບຄອບຄົວ ແລະ ລ້ຽງແບບເປັນຟາມ ແລະ ພິທີປ່ອຍປາຢູ່ອ່າງນ້ຳຫຸມ ໃນຄັ້ງນີ້ ລວມມີລູກປາທັງໝົດ 350 ພັນກວ່າໂຕ.

ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ, ອົງການປົກຄອງເມືອງ ແລະ ຜູ້ເຂົ້າຮ່ວມ ກໍ່ໄດ້ພ້ອມກັນປ່ອຍປາລົງສູ່ອ່າງນ້ຳຫຸມ ຢ່າງເປັນຂະບວນການຟົດຟື້ນ.

ຂ່າວ+ພາບ: ເຢ

ບກ: ພ. ບຸບຜາ