ປະທານສູນກາງແນວລາວສ້າງຊາດ ຕ້ອນຮັບເອກອັກຄະລັດຖະທູດເກົາຫຼີ ເຂົ້າຢ້ຽມພົບປະ ເພື່ອຮັດແໜ້ນຄວາມຮ່ວມມື.

     ໃນວັນທີ 13 ພຶດສະພາ 2026 ທີ່ຜ່ານມາ, ຢູ່ທີ່ຫ້ອງຮັບແຂກສູນກາງແນວລາວສ້າງຊາດ, ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ເກົາຫຼີ (ເກົາຫຼີໃຕ້) ປະຈຳ ສປປ ລາວ ໃນໂອກາດທີ່ທ່ານມາຢ້ຽມພົບປະ ແລະ ເສີມສ້າງສາຍພົວພັນມິດຕະພາບ, ໃນການພົບປະຄັ້ງນີ້, ທ່ານ ປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານທູດ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມຮ່ວມມື ລະຫວ່າງ ສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ.
     ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນບົດບາດໃນການເຕົ້າໂຮມຄວາມສາມັກຄີ ແລະ
ການເປັນຂົວຕໍ່ລະຫວ່າງພັກ-ລັດ ກັບ ປະຊາຊົນ, ລວມທັງການຮ່ວມມືກັບອົງການຈັດຕັ້ງສາກົນ, ການແລກປ່ຽນບົດຮຽນ ແລະ ການຊ່ວຍເຫຼືອຈາກ ສ.ເກົາຫຼີ ໃນການພັດທະນາຊົນນະບົດ ແລະ ໂຄງການ “ແຊມາອຸນ ອຸນດົງ” (Saemaul Undong) ທີ່ສອດຄ່ອງກັບວຽກງານສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ, ພ້ອມທັງຕີລາຄາສູງຕໍ່ການສະໜັບສະໜູນຂອງລັດຖະບານ ແລະ ປະຊາຊົນເກົາຫຼີໃຕ້ ທີ່ມີຕໍ່ ສປປ ລາວ ໃນໄລຍະຜ່ານມາ, ເຊິ່ງໄດ້ຊ່ວຍຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາໃຫ້ມີບາດກ້າວຂະຫຍາຍຕົວ.
     ທ່ານເອກອັກຄະລັດຖະທູດເກົາຫຼີໃຕ້ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າ ຈະສືບຕໍ່ປະສານງານຢ່າງໃກ້ຊິດ ກັບສູນກາງແນວລາວສ້າງຊາດ ເພື່ອຊຸກຍູ້ບັນດາໂຄງການຮ່ວມມືຕ່າງໆ ໃຫ້ເກີດດອກອອກຜົນຕົວຈິງ, ພ້ອມທັງຈະສືບຕໍ່ສົ່ງເສີມໃຫ້ນັກລົງທຶນ ແລະ ນັກທ່ອງທ່ຽວເກົາຫຼີ ເຂົ້າມາ ສປປ ລາວ ໃຫ້ຫຼາຍຂຶ້ນ.
ບກ: ໄພຈິດ
ຂ່າວ, ພາບ: ສຸກສຳລານ, ວັນນາ