ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ)ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງທ່ານ ນິໂກລາຍ ຊູຣາວະໂລບ, ຮອງປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນວັນທີ 2 ທັນວາ 2025 ນີ້ ທີ່ສູນກາງແນວລາວສ້າງຊາດ.

ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ຮອງປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ທີ່ໄດ້ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບຂອງ ສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈຕໍ່ສະຫະພັນຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນຫຼາຍດ້ານຕະຫຼອດໄລຍະຜ່ານມາ.
ທ່ານ ນິໂກລາຍ ຊູຣາວະໂລບ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະນຳຂອງສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ຍົກໃຫ້ເຫັນເຖິງສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງສະຫະພັນຣັດເຊຍ ໃນໄລຍະຜ່ານມາໂດຍຫຍໍ້ ແລະ ທ່ານຍັງໄດ້ກ່າວຕື່ມວ່າສະຫະພັນຣັດເຊຍຍິນດີທີ່ຈະສຶບຕໍ່ຮ່ວມມືໃນຂົງເຂດວຽກງານການສຶກສາ, ການບໍລິການ, ການທ່ອງທ່ຽວ ແລະ ວຽກງານອື່ນໆ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຂອງສອງຊາດ ລາວ-ຣັດເຊຍ, ຣັດເຊຍ -ລາວ ໃຫ້ເພິ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ+ພາບ: ເຢ
ບກ: ພ.ບຸບຜາ




