ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ເອກອັກຄະລັດຖະທູດ ສ.ກູບາ ປະຈຳ ສປປ ລາວ

     ໃນວັນທີ 20 ມີນາ 2026 , ທີ່ສູນກາງແນວລາວສ້າງຊາດ ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ ປະທານສະພາທິດສະດີສູນກາງພັກ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ແອນນາ ເອສຕີ້ ວາລເດສ ເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈຳ ສປປລາວ ພ້ອມຄະນະທັງສອງພາກສ່ວນເຂົ້າຮ່ວມ.
     ການພົບປະຄັ້ງນີ້, ນາງ ເອນນາ ເອສຕີ້ ວາລເດສ ລາຍງານໂດຍຫຍໍ້ກ່ຽວກັບການມາເຮັດວຽກປະຈໍາຢູ່ ສປປ ລາວ ແລະ ເພື່ອເປັນການສືບຕໍ່ຮັດແໜ້ນຄວາມສາມັກຄີການຮ່ວມມືທັງສອງຝ່າຍໃຫ້ມີຄວາມເຂັ້ມແຂງ , ຍົກລະດັບຄວາມຮ່ວມມືໃນເງື່ອນໄຂໃໝ່ ຜັນຂະຫຍາຍ MOU ທີ່ສູນກາງແນວລາວສ້າງຊາດ ແລະ ຄະນະປ້ອງກັນການປະຕິວັດ ກູບາ ເຊັນຮ່ວມກັນໃຫ້ເປັນຮູບປະທໍາຫຼາຍຂຶ້ນ ແລະ ທັງເປັນການອວຍພອນ ສະແດງຄວາມຍິນດີ ຕໍ່ທ່ານປະທານ ທີ່ໄດ້ຮັບດໍາລົງຕໍາແໜ່ງໃໝ່.
     ໂອກາດນີ້, ປະທານ ສູນກາງແນວລາວສ້າງຊາດ ກໍ່ໄດ້ສະແດງຄວາມຕ້ອນຮັບ ແລະ ມີຄໍາເຫັນພົບປະ ໂດຍສະເພາະທ່ານໄດ້ຍົກໃຫ້ເຫັນເຖິງສາຍພົວພັນ, ມິດຕະພາບໃນການຮ່ວມມືອັນຍິ່ງໃຫຍ່, ລະຫວ່າງ ສອງປະເທດ ລາວ- ກູບາ ຕະຫຼອດໄລຍະຜ່ານມາ ແລະ ຈະຮ່ວມກັນສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມື, ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ແລະ ສ້າງເງື່ອນໄຂຈັດຕັ້ງປະຕິບັດ MOU ທີ່ໄດ້ຮ່ວມກັນເຊັນໃຫ້ມີບາດກ້າວໃໝ່ ສູ່ພາກຈັດຕັ້ງປະຕິບັດໃຫ້ໄວ ແລະ ມີປະສິດທິຜົນສູງ .
ບກ: ອຸດອນ
ຂ່າວ+ພາບ: ໄຊວ່າງ