ປະທານ ສນຊ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງປະທານສູນກາງສະຫະພັນແມ່ຍິງລາວ

ວັນທີ 6 ເມສາ 2026, ທ່ານ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ອາລີ ວົງໜໍ່ບຸນທຳ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ ຢູ່ທີ່ສູນກາງແນວລາວສ້າງຊາດ.

ໃນໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ແຈ້ງຈຸດປະສົງການເຂົ້າພົບປະຢ້ຽມຢາມ ແລະ ສະແດງຄວາມຍິນດີ ພ້ອມທັງຊົມເຊີຍ ຕໍ່ການດໍາລົງຕໍາແໜ່ງປະທານ ສນຊ ຂອງທ່ານ ໂດຍສະເພາະ ໄດ້ຊົມເຊີຍ ຜົນສໍາເລັດໃນການເລືອກຕັ້ງ ສສຊ ທີ່ຜ່ານມາ. ພ້ອມນັ້ນ ຍັງໄດ້ສະແດງຄວາມຫວັງວ່າ ຈະໄດ້ຮັບການຊີ້ນໍາ, ນໍາພາ ແລະ ການສະໜັບສະໜູນ ຈາກທ່ານ ເພື່ອຊຸກຍູ້ ແລະ ພັດທະນາ ວຽກງານອົງການມະຫາຊົນໃນຕໍ່ໜ້າ.

ທ່ານ ປະທານ ສນຊ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເຂົ້າຢ້ຽມຢາມໃນຄັ້ງນີ້. ພ້ອມທັງໄດ້ຊົມເຊີຍ ຜົນງານອັນໂດດເດັ່ນ ຂອງສະຫະພັນແມ່ຍິງລາວ ທີ່ບັນລຸໄດ້ໃນໄລຍະຜ່ານມາ.ທັງສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບຫຼາຍປະເດັນ ໂດຍສະເພາະການປັບປຸງ ກົງຈັກການຈັດຕັ້ງຂອງອົງການ ເພື່ອໃຫ້ການບໍລິຫານ, ການຄຸ້ມຄອງ ແລະ ການບໍລິການ ເຂົ້າເຖິງສະມາຊິກຂອງຕົນໃນທ້ອງຖິ່ນຮາກຖານຢ່າງທົ່ວເຖິງ. ໃນນີ້, ທ່ານ ຍັງເນັ້ນໜັກ ໃຫ້ສືບຕໍ່ການປຶກສາຫາລື ແລະ ເພື່ອສ້າງການຫັນປ່ຽນໃໝ່ໄປສູ່ອະນາຄົດທີ່ດີໃຫ້ແກ່ອົງການຈັດຕັ້ງມະຫາຊົນໃນຕໍ່ໜ້າ.

ໃນໂອກາດດຽວກັນນີ້, ຄະນະນໍາສະຫະພັນແມ່ຍິງລາວ ຍັງໄດ້ນໍາກະຕ່າດອກໄມ້ ມາອວຍພອນ ໃຫ້ແກ່ທ່ານ ປະທານ ສນຊ ເນື່ອງໃນໂອກາດ ປີໃໝ່ລາວ ພສ 2569 ທີ່ກໍາລັງຈະມາເຖິງ ພ້ອມທັງອວຍພອນໃຫ້ມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດ ໃນວຽກງານທຸກປະການ.

ບກ: ພ ພຽງ

ຂ່າວ+ພາບ: ລີ