ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງທ່ານ ບິລາລ ອູແຣັງ ເຊັບ ດູຣານິ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈໍາ ສປປ ລາວ ຄົນໃໝ່ ທີ່ສູນກາງແນວລາວສ້າງຊາດ ມີບັນດາທ່ານຈາກສອງອົງການເຂົ້າຮ່ວມ ໃນວັນທີ 9 ມັງກອນ 2025 ນີ້.

ທ່ານ ປະທານ ສນຊ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ບີລາລ ໂອແຣັງ ເຊັບ ດູຮານີ ທີ່ໄດ້ຖືກແຕ່ງຕັ້ງເປັນຜູ້ຕາງໜ້າຄົນໃໝ່ຂອງ ອົງການຢູນິເຊັບ ປະຈໍາ ສປປ ລາວ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການຢູນິເຊັບ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ຕໍ່ໂຄງການລິເລີ່ມຕ່າງໆ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ຕໍ່ເດັກນ້ອຍ ແລະ ແມ່ຍິງລາວ; ທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການຮ່ວມມື ລະຫວ່າງ ອົງການຢູນິເຊັບ ແລະ ອົງການແນວລາວສ້າງຊາດ ຕະຫຼອດໄລຍະຜ່ານມາ ແລະ ເພື່ອສືບຕໍ່ຮ່ວມມືໃຫ້ບັນລຸເປົ້າໝາຍທີ່ໄດ້ກໍານົດໄວ້;

ຜູ້ຕາງໜ້າອົງການຢູນີເຊັບໄດ້ສະແດງຄວາມຂອບໃຈ ເປັນຢ່າງຍິງ ສໍາລັບການຕ້ອນຮັບອັນອົບອຸ່ນ ແລະ ໄດ້ເນັ້ນຢໍ້າເຖິງຄວາມມຸ່ງໝັ້ນ ໃນປີ 2025 ລະຫວ່າງ ອົງການຢູນິເຊັບ ແລະ ສູນກາງແນວລາວສ້າງຊາດການຮ່ວມມືທີ່ດີ ເປັນຕົ້ນ ທາງດ້ານການປົກປ້ອງສິດທິເດັກ ແລະ ແມ່ຍິງ, ການເຂົ້າເຖິງຊຸມຊົນໃນການປຸກລະດົມການສັກຢາວັກຊິນຕ່າງໆ. ພ້ອມກັນນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນຕໍ່ໜ້າຕື່ມອິກ.
ບກ: ສຊ ຈື້ໄຊ+ຈິດຕະພົງ
ຂ່າວ+ພາບ: ລີ


