ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ໂຄອິຊຶມິ ຊຶໂຕມຸ (Tsutomu Koizumi) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ຄົນໃໝ່ ໃນວັນທີ 11 ກັນຍາ 2024 ນີ້ ທີ່ສໍານັກງານສູນກາງແນວລາວສ້າງຊາດ. ໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ,

ທ່ານ ປະທານ ສນຊ ໄດ້ແຈ້ງສະພາບພົ້ນເດັ່ນຂອງ ພັກ-ລັດຖະບານ ໃຫ້ທ່ານທູດຊາບ ໂດຍສະເພາະພາລະບົດບາດຂອງອົງການແນວລາວສ້າງຊາດໃນແຕ່ລະໄລຍະເປັນຕົ້ນແມ່ນບົດບາດ ການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ, ທ່ານໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນໃນໄລຍະຜ່ານມາ ກໍຄື ປັດຈຸບັນ, ໂດຍສະເພາະ ໃນປີ 2025 ນີ້ແມ່ນມີເຫດການສໍາຄັນຂອງ ສອງປະເທດ ໃນໂອກາດຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຍິ່ປຸ່ນ; ພ້ອມກັນນັ້ນ, ທ່ານປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນແກ່ ສປປ ລາວ ໃນຫຼາຍດ້ານ ໂດຍສະເພາະການຊ່ວຍເຫຼືອທາງດ້ານການພັດທະນາ ຊັບພະຍາກອນມະນຸດ, ໂຄງລ່າງພື້ນຖານ, ດ້ານສາທາລະນະສຸກ, ດ້ານກະສິກໍາ ແລະ ປ່າໄມ້, ດ້ານການສຶກສາ ແລະ ອື່ນໆ. ໃນຕໍ່ໜ້າສະເໜີໃຫ້ມີໂຄງການໃດໜຶ່ງຮ່ວມກັນ ເພື່ອເປັນສັນຍາລັກ (ອາດຮ່ວມມືໃນດ້ານໂພສະນາການ).

ໃນໂອກາດດັ່ງກ່າວ, ທ່ານໂຄອິຊຶມິ ຊຶໂຕມຸ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານປະທານ ສນຊ ກໍຄືການແຈ້ງສະພາບພົ້ນເດັ່ນໃຫ້ຊາບ, ການຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການພົວພັນຄູ່ຮ່ວມຍຸດທະສາດ ຍີ່ປຸ່ນ-ລາວ ແລະ ໃຫ້ຄໍາໝັ້ນສັນຍາຈະເຮັດສຸດຄວາມສາມາດຂອງຕົນໃນການສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ຍີ່ປຸ່ນ-ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍິນດີສືບຕໍ່ເຮັດວຽກຮ່ວມກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ຍີ່ປຸ່ນ-ລາວໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ຂ່າວ+ພາບ: ລີ
ບກ: ກົງແກ້ວ+ໄມສຸກ


