ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ພົບປະຢ້ຽມຢາມ ແນວລາວສ້າງຊາດ ນະຄອນຫຼວງ ວຽງຈັນ

 

ທ່ານ  ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະແນວລາວສ້າງຊາດ ນະຄອນຫຼວງ ວຽງຈັນ ໂດຍການຕ້ອນຮັບຂອງທ່ານ ຖະໜອມ ທຳທອງ ຄະນະປະຈຳພັກ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ທີ່ເມືອງສັງທອງ ນະຄອນຫຼວງ ວຽງຈັນ, ມີບັນດາທ່ານປະທານ-ຮອງປະທານແນວລາວສ້າງຊາດທີ່ມາຈາກບັນດາເມືອງອ້ອມຂ້າງ, ຄະນະນຳເມືອງສັງທອງ, ບັນດາທ່ານພະນັກງານບຳນານປະຕິວັດອາວຸໂສ, ເລຂາພັກ-ນາຍບ້ານ ແລະ ປະທານແນວລາວສ້າງຊາດບ້ານ ທົ່ວເມືອງສັງທອງ ເຂົ້າຮ່ວມ ໃນວັນທີ 18 ພຶດສະພາ 2023.

           ທ່ານ ພົງສະຫວັນ ສິລິພັນ ເລຂາພັກເມືອງເຈົ້າເມືອງເມືອງສັງທອງ ໄດ້ລາຍງານຫຍໍ້ໃຫ້ຮູ້ວ່າ: ເມືອງສັງທອງມີພົນລະເມືອງທັງໝົດ 33 ພັນກວ່າຄົນ, ຍິງ 16 ພັນກວ່າຄົນ, ລວມມີ 35 ບ້ານ; ມີເນື້ອທີ່ 75.982 ຮຕ; ປະຊາຊົນສ່ວນຫຼາຍປະກອບອາຊີບປຸກຝັງ-ລ້ຽງສັດ ແລະ ຄ້າຂາຍ. ໃນສະພາບ ເສດຖະກິດ, ການເງິນຢູ່ພາຍໃນປະເທດຂອງພວກເຮົາທີ່ມີຄວາມຫຍຸ້ງຍາກ, ການເໜັງຕີງຂອງອັດຕາແລກປ່ຽນເງິນຕາ, ລາຄານໍ້າມັນເຊື້ອໄຟ ແລະ ອື່ນໆ ຖີບຕົວສູງຂຶ້ນ ໄດ້ຮັບຜົນກະທົບ ຢ່າງໜັກໜ່ວງໃນໄລຍະຜ່ານມາ ຄະນະພັກອົງການປົກຄອງເມືອງສັງທອງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ສ້າງຄວາມເປັນເອກະພາບ, ສ້າງຄວາມເສຍສະຫຼະ ຕິດພັນກັບການແກ້ໄຂວຽກງານຕົວຈິງ; ພ້ອມທັງປຸກລະດົມການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ໃຫ້ມີຄວາມສະຫງົບທາງດ້ານການເມືອງໜັກແໜ້ນ, ຮັບ​ປະກັນຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງ​ຄົມ, ຕິດ​ພັນ​ກັບ​ການ​ສ້າງບ້າ​ນ​ປ້ອງ​ກັນ​ຊາດ​ເຂ​ັ້ມ​ແຂງ, ບ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ດີ ຢ່າງ​ເປັນ​ເຈົ້າ​ການ. ໄດ້ຖືສໍາຄັນຕໍ່ວຽກສຶກສາ ສົ່ງເສີມການສອນດີ ຮຽນເກັ່ງ. ທົ່ວເມືອງມີໂຮງຮຽນພາກລັດ ແລະ ເອກະຊົນທັງໝົດ 51 ແຫ່ງ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຕົ້າໂຮມຄວາມສາມັກຄີປອງດອງ ເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ; ສ້າງບ້ານສາມັກຄີປອງດອງໄດ້ 35 ບ້ານ, ຄອບຄົວສາມັກຄີປອງດອງໄດ້ 6.156 ຄອບຄົວ.

ໃນໂອກາດນີ້, ທ່ານປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍານະຄອນຫຼວງ ວຽງຈັນ ແລະ ເມືອງ ສັງທອງ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາ ສາມາດເສີມຂະຫຍາຍມູນເຊື້ອອັນດີງາມຂອງແນວລາວສ້າງຊາດ, ເພິ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກໍາລັງແຮງຂອງປະຊາຊົນທຸກຊັ້ນຄົນ, ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທີ່ຕິດພັນກັບ 4 ຄາດໝາຍລວມຂອງແນວລາວສ້າງຊາດ: ເພີ່ມທະວີຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນ ຂອງປະຊາຊົນ, ສ້າງສະຕິຊາດເອກະພາບອັນໜຶ່ງອັນດຽວ ຍົກສູງມູນເຊື້ອຊາດ, ດຸໝັ່ນຂະຫຍັນພຽນ, ຮັກຄວາມຍຸຕິທໍາ; ເສີມຂະຫຍາຍສິດປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ; ເສີມຂະຫຍາຍ ແລະ ຮັບປະກັນພັນທະພາບລະຫວ່າງຊົນຊັ້ນກໍາມະກອນກັບ ຊາວກະສິກອນ ແລະ ປັນຍາຊົນ ພາຍໃຕ້ການນໍາພາຂອງພັກແຕ່ລະຂັ້ນ, ຮັດແໜ້ນ ແລະ ຂະຫຍາຍສາຍພົວພັນກັບອົງການພາຄີ ກັບພີ່ນ້ອງເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ ແລະ ຍົກສູງບົດບາດ, ຂອງຄະນະກໍາມະການແນວລາວສ້າງຊາດ ໂດຍຮັບປະກັນ ໃຫ້ອົງການແນວລາວສ້າງຊາດແຕ່ສູນກາງຮອດທ້ອງຖິ່ນໃຫ້ເຄື່ອນໄຫວເປັນລະບົບ, ສາມາດເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ. ພ້ອມກັນນີ້, ທ່ານໄດ້ເນັ້ນໃຫ້ແນວລາວສ້າງຊາດແຕ່ລະຂັ້ນຜັນຂະຫຍາຍ ມະຕິ 55/ຄປຈ ວ່າດ້ວຍການຫາລາຍໄດ້ເພີ່ມ ຂອງແນວລາວສ້າງຊາດ ແລະ ທ່ານໄດ້ຍົກໃຫ້ເຫັນເນື້ອໃນ 4 ການຫັນປ່ຽນ: ຕ້ອງສ້າງຄວາມຮັບຮູ້ຄວາມເຂົ້າໃຈ ຕໍ່ວຽກງານແນວໂຮມໃນໄລຍະໃໝ່ໃຫ້ເລິກເຊິ່ງ, ຊຶ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິ  108 ຂອງກົມການເມືອງສູນກາງພັກ; ຍົກສູງຄຸນນະພາບການເຄື່ອນໄຫວຂອງແນວລາວສ້າງຊາດແຕ່ລະຂັ້ນ, ໂດຍເລັ່ງໃສ່ສ້າງການຫັນປ່ຽນ ແລະ ແກ້ໄຂຂອດທີ່ຍັງຫຍຸ້ງຍາກດ້ານລາຍຮັບ ທີ່ອາໄສຈາກງົບປະມານຂອງລັດພຽງແຫຼ່ງດຽວ ມາສູ່ການສ້າງລາຍຮັບເພີ່ມ ທີ່ບໍ່ຜິດກົດໝາຍໃຫ້ຫຼາຍຂຶ້້ນ; ສ້າງການຫັນປ່ຽນດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ນໍາເອົາໝາກຜົນຂອງການແຂ່ງຂັນເຫຼົ່ານັ້ນ ມາໃຫ້ປະຊາຊົນບັນດາເຜົ່າ ແລະ ສ້າງການຫັນປ່ຽນດ້ານຮູບແບບການຮ່ວມສໍາພັນ ລະຫວ່າງອົງການພາຄີດ້ວຍກັນ ແລະ ວຽກຈຸດສຸມໃນຕໍ່ໜ້າຂອງແນວລາວສ້າງຊາດແມ່ນ 5 ແຜນງານ ແລະ 41 ໂຄງການ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນເປັນຈິງ ພ້ອມກັນນັ້ນ, ຄະນະໄດ້ໄປຢ້ຽມຢາມກອງທຶນສາມັກຄີ ແລະ ພັດທະນາຂອງບ້ານປາກແຖບ ແລະ ໄດ້ຢ້ຽມຊົມບ່ອນທົດລອງໃນການຜະລິດກະສີກໍາປອດສານຜິດຂອງບ້ານຕື່ມອີກ.

ບກ: ກົງແກ້ວ+ຄໍາຜາຍ

ຂ່າວພາບ: ສຸວັນລີ

info@lfnd.org.la | 021 213754 | (856-21) 453191