ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ ສນຊ ພ້ອມດ້ວຍຄະນະເຂົ້າຢ້ຽມຂໍ່ານັບ ທ່ານປະທານປະເທດ ສສ ຫວຽດນາມ

 

ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫວໍ ວັນ ເຖືອງ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 10 ເມສາ 2023 ນີ້, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ ທີ່ໂຮງແຮມຄລາວພຣາຊາ ນະຄອນຫລວງວຽງຈັນ.​

ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ການນຳຂັ້ນສູງຂອງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດ ກໍ່ຄືສອງຊາດ ລາວ-ຫວຽດນາມໄລຍະຜ່ານມາ ແລະ ຄັ້ງນີ້ ກໍ່ເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ນໍາເອົາການພົວພັນພິເສດ ລາວ-ຫວຽດນາມກ້າວສູ່ຈຸດສູງອັນໃໝ່ທ່ານປະທານປະເທດ ໄດ້ຕີລາຄາສູງຕໍ່ບົດບາດຂອງ ອົງການແນວໂຮມເຊິ່ງເປັນພາກສ່ວນທີ່ສຳຄັນໃນລະບົບການເມືອງຂອງສອງປະເທດ ແລະ ຈະສະໜັບສະໜູນ ໃຫ້ສອງອົງການແນວໂຮມ ໄດ້ຂະຫຍາຍການພົວພັນຮ່ວມມືລົງສູ່ທ້ອງຖິ່ນຢ່າງທົ່ວເຖິງ.

 

ຂ່າວ-ຮູບ: ສຸວັນລີ+ ເລົາລໍ

ບ.​ກ:   ພ. ບຸບຜາ

info@lfnd.org.la | 021 213754 | (856-21) 453191