ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ຣາຊະອານາຈັກກຳປູເຈຍ ຂອງຄະນະຜູ້ແທນຂັ້ນສູງ ສູນກາງແນວລາວສ້າງຊາດ ນຳໂດຍ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ປະທານທີ່ປຶກສາສູງສຸດຂອງກະສັດ, ປະທານພັກປະຊາຊົນກຳປູເຈຍ ແລະ ປະທານສະພາສູງກຳປູເຈຍ ທີ່ສຳນັກງານຫ້ອງວ່າການສະພາສູງ, ໃນວັນທີ 18 ຕຸລາ 2024;
ທ່ານປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງກໍາປູເຈຍ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ກຳປູເຈຍ ກໍຄືສູນກາງແນວລາວສ້າງຊາດ ແລະ ສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກຳປູເຈຍ ໃຫ້ຂະຫຍາຍຕົວຍິ່ໆຂຶ້ນ ແລະ ສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນຕະຫຼອດໄປ;
ໂອກາດດັ່ງກ່າວ, ປະທານສູນກາງແນວລາວສ້າງຊາດ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃຈເປັນຢ່າງສູງ ທີ່ ໄດ້ໃຫ້ຫານຕ້ອນຮັບອັນອົບອຸ່ນ ຂອງທ່ານປະທານພັກປະຊາຊົນກໍາປູເຈຍ, ປະທານສະພາສູງກໍາປູເຈຍ, ພ້ອມທັງລາຍງານຫຍໍ້ກ່ຽວກັບຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກຳປູເຈຍ ຄັ້ງນີ້ ໂດຍສະເພາະການພົບປະສອງຝ່າຍ ທີ່ໄດ້ມີການແລກປ່ຽນຄຳຄິດເຫັນຢ່າງມີບັນຍາກາດທີ່ດີຫຼາຍ, ສ້າງສັນ ແລະ ເປັນພື້ນຖານໃຫ້ແກ່ການພົວພັນຮ່ວມມືສອງຝ່າຍ ໃຫ້ເກີດດອກອອກຜົນຕົວຈິງໃນຕໍ່ໜ້າ; ພ້ອມນີ້, ຈະຕັ້ງໜ້າປະຕິບັດພັນທະໜ້າທີ່ທີ່ກົມການເມືອງ, ສະພາແຫ່ງຊາດ ແລະ ລັດຖະບານມອບໝາຍໃຫ້ ລວມທັງພັນທະທີ່ໄດ້ຮ່ວມກັນລົງນາມກັບສະພາແນວໂຮມສາມັກຄີພັດທະນາມາຕຸພູມ ຣາຊະອານາຈັກກໍາປູເຈຍ ໃຫ້ມີຜົນສຳເລັດເປັນຢ່າງດີ ເພື່ອປະກອບສ່ວນເສີມສ້າງ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍາປູເຈຍ-ລາວ ໃຫ້ໝັ້ນຄົງທະນົງແກ່ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ;
ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງສູນກາງແນວລາວສ້າງຊາດ ຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮູນ ມາເນດ, ຮອງປະທານພັກປະຊາຊົນກຳປູເຈຍ, ທີ່ປຶກສາສະພາແນວໂຮມສາມັກຄີພັດທະນາມາຕຸພູມຣາຊະອານາຈັກກໍາປູເຈຍ ຢູ່ສຳນັກງານນາຍົກລັດຖະມົນຕີ ຣາຊະອານາຈັກກຳປູເຈຍ ອີກດ້ວຍ.
ພາບ ແລະ ຂ່າວ ໂດຍ: ຈິດຕະພົງ
ໂທ: 020 5456 4982
ບກ: ພ.ບຸບຜາ



