ປະທານ ສນຊ ມອບເຂົ້າສານ 100ໂຕນ ແລະເງິນສົດ 200ລ້ານກີບ ຊ່ວຍເຫຼືອຜູ້ປະສົບໄພພິບັດນ້ຳຖ້ວມ ຢູ່ແຂວງຈຳປາສັກ.

      ໃນວັນທີ 18 ກັນຍາ 2026, ຢູ່ຫ້ອງວ່າການປົກຄອງແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບ ເຂົ້າສານ ຈຳນວນ 100 ໂຕນ ພ້ອມດ້ວຍເງິນສົດ 200 ລ້ານກີບ ຢ່າງເປັນທາງການ ໃຫ້ກຽດກ່າວມອບໂດຍ ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໃຫ້ກຽດກ່າວຮັບໂດຍ ທ່ານ ປອ. ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາ ຊົນແຂວງຈຳປາສັກ, ໂດຍມີບັນດາທ່ານຄະນະປະຈຳພັກແຂວງ, ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ;
       ເຂົ້າສານດັ່ງກ່າວ, ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກອົງການໃຈບຸນສາກົນ ເດເຊເຣັດ (Deseret International Charities ຫຼື DIC) ແລະ ເງິນສົດ ຈໍານວນ 200 ລ້ານກີບ ແມ່ນການປະກອບສ່ວນຈາກສັງຄົມ ໂດຍສະເພາະບັນດາທ່ານຄະນະກໍາມະການສູນກາງແນວລາວສ້າງຊາດ ທີ່ໄດ້ມອບໃຫ້ ໂດຍຜ່ານສູນກາງແນວລາວສ້າງຊາດ ເພື່ອນຳມາຊ່ວຍເຫຼືອ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນພາຍໃນແຂວງ ທີ່ປະສົບໄພພິບັດນ້ຳຖ້ວມ;
      ໃນໂອກາດສຳຄັນ, ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານສະພາບໂດຍລວມການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຈຳປາສັກ ໃຫ້ຄະນະຮັບຊາບ; ພ້ອມດຽວກັນນັ້ນ, ຄະນະກຳມະການຄຸ້ມຄອງໄພພິບັດ ໄດ້ລາຍງານສະພາບຄວາມເສຍຫາຍຈາກພາຍຸ ແລະ ຝົນຕົກໜັກ ທີ່ກໍ່ໃຫ້ເກີດນ້ຳຖ້ວມເປັນບໍລິເວນກວ້າງ ເຮັດໃຫ້ບ້ານຈຳນວນ 244 ບ້ານ ແລະ ເຮືອນ ຈໍານວນ 2.961 ຫຼັງຄາໄດ້ຮັບຜົນເສຍຫາຍ, ເນື້ອທີ່ຖືກນໍ້າຖ້ວມ 7.359 ເຮັກຕາ, ຊົນລະປະທານເປ່ເພ 43 ໂຄງການ, ເສັ້ນທາງຊົນນະບົດ/ເສັ້ນທາງຫຼັກເສຍຫາຍຈຳນວນ 55 ເສັ້ນ, ຕາຝັງເຈື່ອນ 15 ຈຸດ ແລະ ໂຮງຮຽນເສຍຫາຍຈຳນວນ 35 ແຫ່ງ, ພ້ອມທັງຍົກໃຫ້ເຫັນ ການນຳພາ-ຊີ້ນຳ ມາດຕະການແກ້ໄຂບັນເທົາ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ; ພ້ອມນີ້, ທ່ານໄດ້ສະແດງຄວາມຂອບ ໃຈຢ່າງຍິ່ງຕໍ່ທ່ານປະທານ ສນຊ ກໍຄື ບັນດາທ່ານກໍາມະການສູນກາງແນວລາວສ້າງຊາດ ແລະ ພາກສ່ວນຕ່າງໆໃນສັງຄົມ ທີ່ໄດ້ໃຫ້ຄວາມຊ່ວຍເຫຼືອອັນທ່ວງທັນໃນຄັ້ງນີ້, ພ້ອມທັງຢືນຢັນວ່າທາງແຂວງຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປແຈກຢາຍໃຫ້ເຖິງມືປະຊາຊົນ ຜູ້ທີ່ກຳລັງປະສົບໄພໃນປັດຈຸບັນ.
ໃນວັນດຽວກັນ, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມພະນັກງານແນວລາວສ້າງຊາດແຂວງ ໂດຍມີທ່ານ ນາງ ວາດສະໜາ ສິລິມາ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ພ້ອມຄະນະ, ມີບັນດາທ່ານຜູ້ຕາງໜ້າອົງການຈັດຕັ້ງພາຄີ ແລະ ພະນັກງານແນວລາວສ້າງຊາດ ເຂົ້າຮ່ວມ; ພ້ອມທັງມອບເງິນສົດ 60.000.000 ກີບ (ຫົກສິບລ້ານກີບ) ໃຫ້ແກ່ແນວລາວສ້າງຊາດແຂວງ ແລະ ບັນດາເມືອງ ເພື່ອເປັນທຶນຮອນຊຸກຍູ້ສົ່ງເສີມການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃຫ້ມີຄວາມເຂັ້ມແຂງ ຕື່ມອີກ.
ບກ: ພ.ບຸບຜາ
ພາບ ແລະ ຂ່າວ: ພ.ພຽງ