ໃນວັນທີ 14 ພະຈິກ 2025 ຜ່ານມານີ້, ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ການກະກຽມກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງຄໍາມ່ວນ, ໂດຍການຕ້ອນຮັບຈາກການນໍາແຂວງຄໍາມ່ວນ, ຊຶ່ງໃນກອງປະຊຸມພົບປະມີການນໍາແຂວງ, ກຳມະການສູນກາງແນວລາວສ້າງຊາດປະຈໍາຢູ່ແຂວງ, ຄະນະນໍາແນວລາວສ້າງຊາດແຂວງ, ຜູ້ຊົງຄຸນວຸດທິ, ຂະແຫນງການຕ່າງໆຂອງແຂວງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບການລາຍງານວຽກງານແນວໂຮມໃນໄລຍະຜ່ານມາໂດຍຫຍໍ້ ແລະການກະກຽມກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວແຂວງຈາກປະທານແນວລາວສ້າງຊາດແຂວງ, ຫລັງຈາກນັ້ນຄະນະຕິດຕາມຈາກສູນກາງແນວລາວສ້າງຊາດໄດ້ມີຄໍາເຫັນແນະນໍາກ່ຽວກັບວຽກງານບຸກຄະລາກອນ ແລະວຽກງານເນື້ອໃນຕໍ່ກອງປະຊຸມ. ໃນຕ້ອນທ້າຍທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານ ສນຊ ໄດ້ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ, ຊຶ່ງທ່ານໄດ້ເນັ້ນຫນັກຕື່ມດ້ານບຸກຄະລາກອນໃຫ້ຄັດເລືອກຕົວແທນເຜົ່າ, ຊັ້ນຄົນ, ສາສະຫນາ ເຂົ້າມາເປັນກຳມະການແນວລາວສ້າງຊາດແຂວງ, ທັງຄົ້ນຄວ້າເປົ້າຫມາຍທີ່ຈະສະຫມັກເປັນກຳມະການສູນກາງແນວລາວສ້າງຊາດສະໄຫມທີ12. ດ້ານເນື້ອໃນໃຫ້ອີງໃສ່ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ11 ຂອງແນວລາວສ້າງຊາດ ເປັນຫລັກ. ພ້ອມນັ້ນທ່ານປະທານ ສນຊ ພ້ອມດ້ວຍຄະນະຍັງໄດ້ລົງຢ້ຽມຢາມໂຮງງານຂົບຫີນ ແລະ ໂຮງງານຜະລິດເກືອໂປຕັດຄາຍຢວນອີກດ້ວຍ.
ຂ່າວ+ພາບ: ແພງສີ
ບກ: ໄພຈິດ+ພຽງ



