ປະທານ ສນຊ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງໄຊທານີ

ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມບໍລິສັດ ຊັບຈະເລີນຟາມ ບ້ານດົງຄວາຍ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອານຸສັກ ແກ້ວຈະເລີນ ປະທານບໍລິສັດຈະເລີນຊັບຟາມ, ມີບັນດາທ່ານຄະນະນຳຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 6 ຕຸລາ 2025 ນີ້.

ທ່ານ ອານຸສັກ ແກ້ວຈະເລີນ ປະທານບໍລິສັດຈະເລີນຊັບຟາມ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດຈະເລີນຊັບຟາມແມ່ນໄດ້ລິເລີ່ມໃນໄລຍະ 5 ປີມຜ່ານມາ ເພື່ອຢາກຜະລິດສິນຄ້າ ໂດຍການລ້ຽງປາດຸກໃຫ້ມີຄຸນນະພາບ ເພື່ອເຮັດໃຫ້ປະຊາຊົນກິນອາຫານທີ່ສະອາດ, ມີລົດຊາດແຊບ, ລາຄາຖືກ ທີ່ຕອບສະໜອງກັບໄລຍະໃໝ່ໃນປັດຈຸບັນ. ບໍລິສັດຈະເລີນຊັບຟາມເຊິ່ງມີເນື້ອທີ່ທັງໝົດ 22 ເຮັກຕາ ມາຮອດປັດຈຸບັນແມ່ນໄດ້ນໍາໃຊ້ 50% ຂອງເນື້ອທີ່ທັງໝົດໃນການພັດທະນາ ໄດ້ຖືເອົາການປູກຝັງ ແລະ ການລ້ຽງ. ເຊິ່ງປັດຈຸບັນຢູ່ຟາມແມ່ນໄດ້ລ້ຽງປາດຸກ, ລ້ຽງກົບ, ປູກໝາກພ້າວ ແລະ  ໝາກສີດາ. ພ້ອມນີ້, ຍັງໄດ້ຜະລິດແປຮູບປາດຸກຄື: ປາແດດດຽວ, ອົ້ວປາ ແລະ ລູກຊີ້ນ. ໃນຕໍ່ໜ້າຈະມີແຜນພັດທະນາໄປໃນເນື້ອທີ່ທັງໝົດ, ການຂະຫຍາຍສະມາຊິກກຸ່ມຜະລິດໃຫ້ເພີ່ມຂຶ້ນ ແລະ ຕອບສະໜອງຕະຫຼາດສົ່ງອອກທັງພາຍໃນ-ຕ່າງປະເທດ.

ໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານຂອງບໍລິສັດຈະເລີນຊັບຟາມ ທີ່ມີການຂະຫຍາຍຕົວໄວໃນໄລຍະ 5 ປີຜ່ານມາ ຖືວ່າເປັນຕົວແບບທີ່ດີທາງດ້ານກະສິກໍາ ແລະ ທ່ານໄດ້ເນັ້ນຕື່ມໃນການຂະຫຍາຍສະມາຊິກກຸ່ມຜະລິດ ໃຫ້ຫຼາຍຂຶ້ນໂດຍໃຫ້ເນັ້ນເອົາເມືອງໄຊທານີນີ້ເປັນຫຼັກ ແລະ ຂະຫຍາຍຕະຫຼາດສົ່ງອອກພາຍໃນເປັນຫຼັກກ່ອນ ແລະ ຈຶ່ງຂະຫຍາຍສົ່ງອອກໄປຕ່າງປະເທດ. ເຫັນວ່າຟາມດັ່ງກ່າວໄດ້ມີຄວາມຄືບໜ້າໄປຫຼາຍແລ້ວ ພ້ອມກັນນັ້ນ ກໍຍັງເປັນການສ້າງເຮັດວຽກເຮັດງານທຳໃຫ້ປະຊາຊົນຢູ່ເຂດດັ່ງກ່າວ ເພື່ອໃຫ້ມີລາຍຮັບເພີ່ມ ຕື່ມອີກ.

ຈາກນັ້ນ, ທ່ານ ສິນລະວົງ ຄຸດໄພທູນ  ພ້ອມດ້ວຍຄະນະ ກໍ່ສືບຕໍ່ໄປຢ້ຽມຢາມຫໍພິພິທະພັນ ສິລະປະລາວ ເຊິ່ງເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ຂອງປະເທດລາວ ທີ່ລວມເອົາລວດລາຍສິລະປະລາວແຕ່ລະສະໄໝ ແລະ ການ ລວມສູນຂອງຊະນິດໄມ້ໃນປະເທດເຮົາມາແກະສະລັກເປັນຮູບແບບຕ່າງໆ ທີ່ງົດງາມວິຈິດສິນ ເຊິ່ງໃຫ້ການຕ້ອນຮັບ ໂດຍທ່ານ ພິຊິດ ໄຊຍະທິດ ປະທານບໍລິສັດ ຫໍພິພິທະພັນ ສິລະປະລາວ ໄດ້ຢ້ຽມຊົມ ແລະ ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການສ້າງຕັ້ງຫໍພິພິທະພັນສິລະປະລາວ ແລະ ພ້ອມດຽວກັນນີ້, ກໍ່ໄດ້ໄປຢ້ຽມຢາມສວນເພັດນໍ້າງື່ມ ຢູ່ບ້ານແກ້ງໄຄ້ ຕື່ມອີກ.