
ໃນວັນທີ 4-7 ຕຸລາ 2024ຜ່ານມານີ້, ທ່ານ ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ 2 ເມືອງ ຂອງແຂວງສະຫວັນນະເຂດ ຄື: ແນວລາວສ້າງຊາດ ນະຄອນໄກສອນພົມວິຫານ ແລະ ແນວລາວສ້າງຊາດ ເມືອງ ເຊໂປນ; ເພື່ອລົງຊຸກຍູ້ວຽກງານແນວລາວສ້າງຊາດ ໂດຍສະເພາະແມ່ນ ການກະກຽມການດໍາເນີນກອງປະຊຸມໃຫຍ່ຂອງແນວລາວສ້າງຊາດ ຂັ້ນແຂວງ ແລະ ຂັ້ນເມືອງ, ກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນຊາດ ຄົບຮອບ 50 ປີ (2/12/1975-2/12/2025), ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ( 22/3/1955-22/3/2025) ແລະ ວັນເກີດປະທານ ໄກສອນພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ແລະ ມີຄໍາເຫັນຕໍ່ບົດບາດຂອງວຽກງານແນວໂຮມໃນໄລະຍາໃໝ່ ; ຄະນະຍັງໄດ້ລົງຢ້ຽມຢາມ ແລະ ມອບຄອມພີວເຕີ ຈໍານວນ 2 ຊຸດ ໃຫ້ແກ່ຫໍສະໝຸດ ເມືອງ ເຊໂປນ ເພື່ອນໍາໃຊ້ໃນວຽກງານບໍລິຫານຫໍສະໝຸດ; ພ້ອມກັນນັ້ນ ຍັງໄດ້ຮັບເອົາຄໍາສະເໜີຂອງ 2 ເມືອງດັ່ງກ່າວເພື່ອນໍາມາຄົ້ນຄວ້າຕໍ່ຄະນະປະຈໍາສູນກາງແນວລາວສ້າງຊາດ ເຊັ່ນ: ສະເໜີຂໍງົບປະມານໃນການລົງເຄື່ອນໄຫວທ້ອງຖິ່ນ ເພີ່ມຕື່ມ, ພາຫະນະຮັບໃຊ້ ແລະ ອຸປະກອນໄອທີທີ່ມີຄວາມຈໍາເປັນໃນການເຮັດວຽກປະຈໍາວັນ.

ນອກຈາກນັ້ນຄະນະກໍ່ໄດ້ລົງໄປຢ້ຽມຢາມກອງທຶນບ້ານສາມັກຄີພັດທະນາແນວລາວສ້າງຊາດ ບ້ານ ດົງຄໍາໝື່ນ, ເມືອງ ຈໍາພອນ, ແຂວງ ສະຫວັນນະເຂດ ໃນການເຄື່ອນໄຫວວຽກງານກອງທືນໃນໄລຍະ 5 ປີ ຜ່ານມາ ແຕ່ປີ 2019-2024 ເຫັນວ່າ: ການເຄື່ອນໄຫວວຽກງານກອງທືນ ຂອງບ້ານ ດົງຄໍາໝື່ນ ສາມາດຊຸກຍູ້ໃຫ້ຊາວກະສິກອນປະຊາຊົນພາຍໃນບ້ານ ແລະ ເມືອງໃນການເຮັດການຜະລິດຂະຫຍາຍຕົວຂື້ນກວ່າເກົ່າ; ນອກນີ້ ຍັງໄດ້ໄປຢ້ຽມຢາມພື້ນຖານການຜະລິດ ຈໍານວນໜື່ງ ເຊັ່ນ: ບໍລິສັດ ຊັນເປັບເປິໂຮນດິງ ທີ່ ເມືອງ ເຊໂປນ ແລະ ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄໍາ .


ບກ ໂດຍ: ສຊ ຈື້ໄຊ


