ປະທານ ສູນກາງແນວລາວສ້າງຊາດ ກ່າວໃນພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75ປີ

        ໃນພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75ປີ(13 ສິງຫາ 1950- 13ສິງຫາ 2025) ຈັດຂື້ນຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ວັນທີ 13ສິງຫາ 2025ນີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ເປັນກຽດຫວນຄືນມູນເຊື້ອ ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການແນວລາວສ້າງຊາດ ຕະຫຼອດໄລຍະ 75ປີ ຜ່ານມາ.

ທ່ານ ປະທານ ສູນກາງແນວລາວສ້າງຊາດລາຍງານໃຫ້ຮູ້ວ່າ: ອົງການແນວລາວສ້າງຊາດໄດ້ຜ່ານ 3ໄລຍະຄື: ໄລຍະແນວລາວອິດສະຫຼະ(1950-1956), ແນວລາວຮັກຊາດ(1956-1979) ແລະ ແນວລາວສ້າງຊາດ( 1979-ປັດຈຸບັນ), ບົນເສັັ້ນທາງ ຂອງແນວລາວສ້າງຊາດ 75 ປີ ພວກເຮົາຮຽນຮູູ້ຢ່າງຈະແຈ້ງວ່າ: ວຽກງານແນວ ໂຮມ ແມ່ນວຽກງານໜຶ່ງທີ່ຈໍາເປັນຂອງພາລະກິດປະຕິວັດຕໍ່ສູ້ກູ້ຊາດໃນເມື່ອກ່ອນກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນ. ເນື້ອໃນພື້ນຖານ ຂອງວຽກງານແນວໂຮມຍາມໃດກໍຕິດພັນກັບໜ້າທີ່ການເມືອງ ແລະ ແຜນນະໂຍບາຍຂອງພັກໄລຍະນັັ້ນໆ. ໃນໄລຍະໃໝ່-ໄລຍະແຫ່ງການບູລະນະລະບອບປະຊາທິປະໄຕປະຊາຊົນກ້າວຂື້ນສັງຄົມນິຍົມ,ໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ເຂົ້າ ສູ່ລ່ວງເລິກ, ໄລຍະນໍາພາປະເທດຫຼຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ໃນສະຖານະພາບສັງຄົມລາວທີ່ກໍາລັງພັດທະນາສູ່ສັງຄົມກວ້າງ ແລະ ສະພາບພາກພື້ນ-ສາກົນປະເຊີນກັບຄວາມຫຍຸ້ງຍາກທ້າທາຍນັັ້ນ, ວຽກງານແນວໂຮມເປັນອີກວຽກງານໜຶ່ງທີີ່ຈໍາເປັນ ແລະ ຕ້ອງໄດ້ຮັບການບູລະນະ; ເປົ້າໝາຍຂອງວຽກງານແນວໂຮມໃນໄລຍະໃໝ່ແມ່ນການເຕົ້າໂຮມກໍາລັງແຮງທັງພາຍໃນ ແລະ ຕ່າງປະເທດ ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ; ເນື້ອໃນຟື້ນຖານ ‘‘ແມ່ນການເສີມສ້າງມະຫາສາມັກຄີວົງຄະນະຍາດແຫ່ງຊາດ ແມ່ນການສ້າງສັງຄົມສາມັກຄີປອງດອງ ຫຼືການສ້າງຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນທັງ ຊາດ’’ ກົນໄກຂັບເຄືີ່ອນວຽກງານແນວໂຮມແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງພັກ-ໝາຍຄວາມວ່າພັກທັງເປັນຄັນທຸງຂອງແນວໂຮມ, ທັງເປັນຜູ້ນໍາພາອົງການແນວລາວສ້າງຊາດ; ແນວລາວສ້າງຊາດເປັນເສນາທິການ, ເປັນທີີ່ປຶກສາ ແລະ ເປັນອົງກອນຫຼັກແຫຼງໃຫ້ພັກໃນວຽກງານແນວໂຮມ; ປະເທດເຮົາມີໂຄງສ້າງສັງຄົມທີ່ປະກອບມີຫຼາຍຊົນເຜົ່າ, ຫຼາຍສາສະໜາ, ຫຼາຍຊັ້ນຄົນ, ຫຼາຍອົງການຈັດຕັ້ງສັງຄົມ, ມີຊາວຕ່າງປະເທດອາໄສຢູ່ລາວ ແລະ ມີພີ່ນ້ອງລາວຢູ່ຕ່າງປະເທດຫຼວງຫຼາຍ; ການເສີມສ້າງມະຫາສາມັກຄີວົງຄະນະຍາດແຫ່ງຊາດຕ້ອງຄໍາເນີງອົງປະກອບລວງກວ້າງຄວາມສາມັກຄີ ຄື: ຄວາມສາມັກຄີປອງດອງຊົນເຜົ່າ, ຄວາມສາມັກຄີສາສະໜາ, ຄວາມສາມັກຄີຊັ້ນຄົນ-ເພດໄວ, ຄວາມສາມັກຄີກັບພີ່ນ້ອງລາວຢູ່ຕ່າງປະເທດ ແລະ ຄວາມສາມັກຄີສາກົນ, ກ່ອນອື່ນໝົດແມ່ນກັບປະຊາຊົນບ້ານໃກ້ເຮືອນຄຽງ. ປັດໄຈ ແລະ ເງືີ່ອນໄຂພື້ນຖານເພືີ່ອເສີມສ້າງມະຫາສາມັກຄີວົງຄະນະຍາດແຫ່ງຊາດແມ່ນ ຕ້ອງຢູ່ບົນພື້ນຖານແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ; ຕ້ອງຢຶດໝັ້ນ ແລະ ຖືພັນທະພາບກໍາມະກອນ-ຊາວກະສິກອນ ແລະ ປັນຍາຊົນ ພາຍໃຕ້ການນໍາພາຂອງພັກ, ຕ້ອງຮັບປະກັນຄວາມສະເໝີພາບເທົ່າທຽມກັນຂອງແຕ່ລະກ້ອນກໍາລັງສາມັກຄີໂດຍຖືຜົນປະໂຫຍດລວມຂອງຊາດເປັນກົກ, ຍົກສູງຊີວິດການເປັນຢູ່-ຄວາມຢູ່ດີກິນດີຂອງປະຊາຊົນຊັ້ນຄົນຕ່າງໆໃນສັງຄົມເປັນສໍາຄັນ ເຄົາລົບນັບຖື, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.  ພ້ອມດຽວກັນນັ້ນຄໍາເນີງເຖິງອົງປະກອບລວງເລິກຂອງຄວາມສາມັກຄີແມ່ນເລີ່ມຈາກຄວາມສາມັກຄີໃນຄອບຄົວວົງຕະກຸນ, ຊຸມຊົນ ສະຖາບັນ ແລະ ໃນຂອບເຂດວົງຄະນະຍາດແຫ່ງຊາດ.

ຂ່າວໂດຍ: ໄຊຫວ່າງ

ພາບ: ສຸວັນລີ

ບກ: ສ. ຈື້ໄຊ