ປາຖະກະຖາມູນເຊື້ອກອງທັບປະຊາຊົນລາວ ແລະ ເຜີຍແຜ່ແນະນຳນິຕິກຳການເລືອກຕັ້ງ

ພິທີດັງກ່າວໄດ້ຈັດຂື້ນໃນວັນທີ 20 ມັງກອນ 2026 ທີ່ສູນກາງແນວລາວສ້າງຊາດ ໂດຍມີ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ຮອງປະທານ ສນຊ ໃຫ້ກຽດເຂົ້າຮ່ວມ ແລະ ໃຫ້ກຽດປາຖະກະຖາມູນເຊື້ອກອງທັບ, ມີບັນດາທ່ານຮອງປະທານ ສນຊ ຜູ້ປະຈຳການ ແລະ ຜູ້ບໍ່ປະຈຳການ, ຄະນະພັກ-ຄະນະປະຈຳ ສນຊ, ຕາງໜ້າອົງການພຸດທະສາສະໜາສຳພັນລາວ, ສາສະໜາຕ່າງໆ, ກຳມະການສູນກາງແນວລາວສ້າງຊາດ ແລະ ພະນັກງານລັດຖະກອນ ສນຊ ເຂົ້າຮ່ວມ 124 ທ່ານ, ພະສົງ 7 ອົງ, ຍິງ 61 ທ່ານ.

ທ່ານ ຄຳຜອຍ ວັນນະສານ ຮອງປະທານ ສນຊ ໄດ້ທົບທວນຄືນມູນເຊື້ອຂອງກອງທັບປະຊາຊົນລາວ ໂດຍຍົກໃຫ້ເຫັນ 3 ເນື້ອໃນໃຫຍ່ຄື: 1) ການກຳເນີດແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບ ເຊີ່ງໄດ້ທົບທວນຄືນສະພາບຂອງໂລກ ແລະ ພາຍໃນກ່ອນການສ້າງຕັ້ງກອງທັບ, ການປະກາດສ້າງຕັ້ງກອງທັບ ແລະ ການເຕີບໃຫຍ່ທັງປະລິມານ ແລະ ຄຸນນະພາບຕະຫຼອດ 77 ປີ ຜ່ານມາ ຈາກກອງຮ້ອຍລາດຊະວົງ ທີ່ຖືກສ້າງຕັ້ງຂື້ນໃນວັນທີ 20  ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ (ເຂດຖໍ້າແມ) ທີ່ມີກຳລັງພົນພຽງ 26 ສະຫາຍມາຮອດປະຈຸບັນກອງທັບໄດ້ເຕີບໃຫຍ່ເຂັ້ມແຂງ ໂດຍມີຫຼາຍກອງຮ້ອຍ, ກອງພັນ ແລະ ກອງພົນ, ມີກຳລັງຫຼວງ ແລະ ກຳລັງທ້ອງຖີ່ນ ແລະ ອື່ນໆ ໄດ້ກາຍເປັນກຳແພງເພັດໃນການປົກປ້ອງເຂດນ້ຳແດນດິນ ຂອງປະເທດຊາດ; 2) ຜົນງານອັນລ້ຳເລີດ ແລະ ໃຫຍ່ຫຼວງຂອງກອງທັບປະຊາຊົນລາວ ເຊີ່ງຕະຫຼອດໄລຍະການປະຕິວັດຊາດ ໄດ້ສູ້ຮົບມີໄຊບໍ່ວ່າບັ້ນຮົບນ້ອຍ-ໃຫຍ່ໃດໆ ອຸປະສັກໃດໆ ກອງທັບປະຊາຊົນລາວ ກໍ່ສາມາດຍາດໄດ້ໄຊຊະນະເປັນຕົ້ນມາ ສາມາດປົດປ່ອຍປະເທດຊາດ ໃນວັນທີ 2 ທັນວາ 1975 ຢ່າງສົມບູນ ແລະ 3) ທ່ານ ໄດ້ຍົກໃຫ້ເຫັນທາດແທ້ມູນເຊື້ອປະຕິວັດຂອງກອງທັບ ແລະ ການສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ດັ່ງກ່າວເພື່ອສ້າງກອງທັບໃຫ້ເຂັ້ມແຂງ ທັນສະໄໝ ແລະ ມີລະບຽບວິໃນ.

ພ້ອມກັນນີ້, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ ກໍ່ໄດ້ໃຫ້ກຽດເຜີຍແຜ່, ແນະນຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຊີ່ງຈະໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງ ໃນຂອບເຂດທົ່ວປະເທດ ວັນທີ 22 ກຸມພາ 2026 ນີ້ ແຕ່ 7:00-17:00 ໂມງ; ທ່ານໄດ້ເນັ້ນບາງເນື້ອໃນຈິດໃຈທີ່ສຳຄັນ ໂດຍສະເພາະການເຂົ້າຮ່ວມແຕ່ຫົວທີເລີ່ມແຕ່ດຽວນີ້ໃນການຮັບຮູ້-ເຂົ້າໃຈ, ເຂົ້າຮ່ວມປຸກລະດົມ ແລະ ພ້ອມກັນສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ຈັດຕັ້ງປະຕິບັດມະຕິ XII ຂອງພັກ ແລະ ສູ້ຊົນປະຕິບັດ 400% ຕາມຄາດໝາຍວາງໄວ້.

ຂ່າວ-ພາບ: ຂິດ+ເຢ້

ບກ: ພ. ບຸບຜາ