ປິດງານສັບປະດາ ສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ

    ພິທີປິດງານດັ່ງກ່າວ ໄດ້ຈັດຂຶ້ນຕອນບ່າຍວັນທີ 11 ສິງຫາ 2025 ນີ້, ພາຍຫັຼຼງດໍາເນີນມາເປັນເວລາ 4 ວັນເຕັມ ນັບແຕ່ວັນທີ 8-11 ສິງຫາ ທີ່ ສວນບັນດາເຜົ່າ (ສວນພຶກສາ) ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍແມ່ນສູນກາງແນວລາວສ້າງຊາດ ຮ່ວມກັບອົງການປົກຄອງນະຄອນຫຼວງວຽງຈັນ, ເມືອງນາຊາຍທອງ ແລະ ສວນບັນດາເຜົ່າ ຮ່ວມມືປະສານສົມທົບກັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີ ຕິດພັນກັບ 3 ວັນປະຫວັດສາດຂອງພັກຂອງຊາດ ເຊິ່ງເປັນໜຶ່ງໃນ 9 ກິດຈະກໍາໃຫຍ່ ; ໃນພິທີປິດ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີທ່ານ ຈະເລີນ ເຢຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາທ່ານກໍາມະການສູນກາງພັກ, ຮອງປະທານ ສນຊ ການນໍານະຄອນຫຼວງວຽງຈັນ, ທ່ານ ພູວົງ ພະມີສິດ ກໍາມະການ ສນຊ, ປະທານສວນບັນດາເຜົ່າ, ຄອບຄົວການນໍາພັກ-ລັດ ແຂກຖືກເຊີນ ຈາກກະຊວງ-ອົງການ, ບັນດາແຂວງ ແລະ ມວນຊົນນະຄອນຫວງວຽງຈັນ ພ້ອມດ້ວຍປະຊາຊົນບັນດາເຜົ່າທົ່ວປະເທດ ແລະ ຜູ້ປະກອບການ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ ແລະ ຟົດຟືື້ນ.
    ໃນພິທີຄັ້ງນີ້, ທ່ານ ພູວົງ ພະມີສິດ ປະທານສວນບັນດາເຜົ່າ ຫົວໜ້າຄະນະທີ່ປຶກສາວຽກງານຊົນເຜົ່າຂອງສູນກາງແນວລາວສ້າງຊາດ ໄດ້ລາຍງານຫຍໍ້ຄວາມເປັນມາຂອງສວນບັນດາເຜົ່າແຫ່ງນີ້ ເຊິ່ງໄດ້ເປີດໃຫ້ບໍລິການມາແຕ່ປີ 2017, ເພື່ອສ້າງເປັນແຫຼ່ງທ່ອງທ່ຽວທາງວັດທະນະທໍາບັນດາຊົນເຜົ່າຕ່າງໆ ທົ່ວປະເທດ (50 ຊົນເຜົ່າ) ສະຖານທີ່ຕັ້ງຂອງສວນບັນດາເຜົ່າ ຢູ່ບ້ານດານຊີ, ເມືອງນາຊາຍທອງ ຫ່າງຈາກໃຈກາງນະຄອນຫຼວງວຽງຈັນປະມານ 20 ກິໂລແມັດ ໄດ້ຮັບການໄກ້ຊິດຕິດແທດຈາກການຊີ້ນໍາຂອງຄະນະພັກເມືອງ ນາຊາຍທອງ. ພາຍໃນສວນຂອງພວກເຮົາປະກອບດ້ວຍຈຸດທ່ອງທ່ຽວຢ້ຽມຊົມ-ຮຽນຮູ້ຄື: ມີ ເຮືອນເຜົ່າ ຕົວຈິງ 10 ຊົນເຜົ່າ, ມີຫ້ອງວາງສະແດງຂໍ້ມູນບັນດາເຜົ່າ, ຫ້ອງຂາຍເຄື່ອງທີ່ລະນຶກ, ບ່ອນສັກກະລະບູຊາ ວັງພະຍານາກ, ສວນພືດເປັນຢາ, ຣີສອດ, ສະໂມສອນ, ຮ້ານອາຫານ – ກາເຟ ເຄື່ອງດື່ມ, ຕູບນັ່ງຊົມວິວ, ຈໍາລອງນໍ້າຕົກ, ທໍາມະຊາດອື່ນໆ. ງານສັບປະດາຄັ້ງນີ້ ແມ່ນໄດ້ດໍາເນີນເປັນເວລາ 4 ວັນຜ່ານມາ ນັບແຕ່ວັນທີ 8-11 ສິງຫາ ແລະ ພາຍໃນງານແຕ່ລະວັນ ຈະມີຫຼາກຫຼາຍກິດຈະກໍາຕະຫຼອດງານ ທີ່ໜ້າສົນໃຈ ຈິ່ງເຊີນຊວນສັງຄົມ ແລະ ມວນຊົນ ເຂົ້າທ່ຽວຊົມ ເພື່ອປະກອບສ່ວນມີສ່ວນຮ່ວມໃນງານສົ່ງເສີມວັດທະນະທໍາອັນດີງາມຂອງຊາດລາວ.
     ໃນໂອກາດນີ້, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ໃຫ້ກຽດຂຶ້ນກ່າວປິດງານ ແລະ ບາງຕອນທ່ານກ່າວາ: ກອນອື່ນຂໍຕາງໜ້າຄະນະປະຈໍາ ສນຊ ສະແດງຄວາມຊົມເຊີີຍຕໍ່ຄະນະຮັບຜິດຊອບທັງໝົດທີີີ່່ ່ໄດ້ເອົາໃຈໃສນໍາພາຊີີີີ້ນໍາ ແລະ ມີີເນື້ອໃນ ມີີບັນຍາກາດດີ ແລະ ມີຄວາມສະຫງົບສຸກ ແລະ ທ່ານກ່າວຕື່ມວ່າ ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສໍາພັນທາງການເມືອງຂອງທົ່ວສັງຄົມ, ມີພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມຂົນຂວາຍກໍາລັງແຮງຂອງທົ່ວສັງຄົມປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ ປີ 1950 ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີີຜົນງານອັນໃຫ່ຍຫຼວງຜ່ານ 3 ໄລຍະ(ໄລຍະແນວລາວອິດສະຫຼະ, ແນວລາວຮັກຊາດ ໃນເມື່ອກ່ອນ ແລະ ແນວລາວສ້າງຊາດໃນປະຈຸບັນ)
     ການຈັດງານສັບປະດາຕະຫລອດໄລຍະ 4 ວັນຜ່ານມາ ໄດ້ມີຫຼາຍກິດຈະກໍາເປັນຕົ້ນ: ທ່ຽວຊົມສູູນຂໍ້ມູູນບັນດາເຜົ່າໃນລາວ, ວາງສະແດງຜະລິດຕະພັນຊົນເຜົ່່າ( ອາຫານ, ເຄືືື່່ອງດື່່່ມ, ເຄື່ອງໃຊ້ສອຍປະຈໍາວັນ, ການສະແດງສິິລະປະວັດທະນະທໍາ, ຢ້ຽມຢາມເຮືອນຊົນເຜົ່າແຕ່ລະຫລັງ, ຟ້ອນລໍາວົງມວນຊົນສາມັກຄີີ, ເດີນແບບ ແລະທ່ານໄດ້ ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການນໍາພັກ-ລັດ, ຄະນະປະຈໍາ ສນຊ, ຄະນະຮັບຜິດຊອບທັງໝົດ, ພາກສ່ວນທີ່ກ່ຽວຂ້ອງ ທຸກພາກສ່ວນທີ່ປະກອບສ່ວນເຫື່ອແຮງ ສະຕິປັນຍາ ແລະ ວັດຖຸປັດໄຈ ເວລາ ເຂົ້າໃນງານສັບປະດາຄັ້ງນີ້້ ມຜົນສໍາເລັດຕາມຄາດໝາຍ ແລະ ໄດ້ແຈ້ງວາລະການເຄື່ອນໄຫວກິດຈະກໍາສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແຕ່ນີ້ຮອດວັນທີ 13 ສິງຫາ 2025 ຕື່ມອີກ.
ບກ: ພ.ບຸບຜາ
ຂ່າວ+ພາບ: ລີ