ຜູ້ນໍາອາຊຽນກັບຜູ້ຕາງໜ້າຊາວໝຸ່ມອາຊຽນ ພ້ອມກັນປຶກສາຫາລືຫຼາຍບັນຫາທີ່ສໍາຄັນ

 

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນ, ໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 20247ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ, ພ້ອມດ້ວຍຜູ້ຕາງໜ້າຊາວໜຸ່ມອາຊຽນ ເຂົ້າຮ່ວມ.

 

ໃນກອງປະຊຸມພົບປະລະຫວ່າງ ຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າຊາວໜຸ່ມອາຊຽນໃນຄັ້ງນີ້, ຕາງໜ້າຊາວໜຸ່ມອາຊຽນ ໄດ້ນໍາສະເໜີຖະແຫຼງການຊາວໜຸ່ມອາຊຽນ ຕໍ່ຜູ້ນໍາອາຊຽນເພື່ອຮັບຊາບ ແລະ ໃຫ້ທິດຊີ້ນໍາ; ການພົບປະດັ່ງກ່າວນີ້, ເປັນເວທີທີ່ມີຄວາມສຳຄັນ ເພາະເປັນການແລກປ່ຽນຄວາມຄິດເຫັນ ແລະ ສະເໜີທິດທາງກ່ຽວກັບການພັດທະນາ ແລະ ການເສີມຂະຫຍາຍບົດບາດຂອງຊາວໜຸ່ມອາຊຽນ ແນໃສ່ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ໃຫ້ບັນລຸຕາມເປົ້າໝາຍການພັດທະນາແບບຍືນຍົງ.

 

ສປປ ລາວ ໃນນາມປະທານອາຊຽນປີ 2024 ໄດ້ສະແດງຄວາມຊົມເຊີຍ ຕໍ່ການປະກອບສ່ວນອັນສຳຄັນຂອງຊາວໜຸ່ມອາຊຽນ ເຂົ້າໃນວຽກງານຕ່າງໆ ຂອງອາຊຽນ ກໍຄືຂະບວນການສ້າງປະຊາຄົມອາຊຽນ ຕະຫຼອດໄລຍະຜ່ານມາ ແລະ ໄດ້ຊຸກຍູ້ໃຫ້ຊາວໜຸ່ມອາຊຽນ ສືບຕໍ່ເສີມຂະຫຍາຍການຮ່ວມມື ໃນດ້ານຕ່າງໆຢ່າງສ້າງສັນ ແລະ ມີຄວາມຮັບຜິດຊອບສູງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງອາຊຽນ. ພ້ອມດຽວກັນນີ້, ໄດ້ສະ   ເໜີໃຫ້ຂະແໜງການຊາວໜຸ່ມອາຊຽນ ສືບຕໍ່ປະກອບສ່ວນຜັນຂະຫຍາຍ ແລະ ຈັດຕັ້ງປະຕິິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດຂອງເສົາຄໍ້າປະຊາຄົມອາຊຽນ ລວມທັງບັນດາເອກະສານສືບທອດ ແລະ ບັນດາເອກະສານກ່ຽວຂ້ອງ ຢ່າງມີປະສິດທິຜົນ.

ກົມໂຄສະນາ ສູນກາງແນວລາວສ້າງຊາດ