ຜົນກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      ວັນທີ 11 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຖະແຫລງຜົນສຳເລັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ທີ່ໄດ້ຈັດ ຂຶ້ນໃນວັນທີ 9-11 ຕຸລາ 2024.ທ່ານກ່າວວ່າ: ໃນໄລຍະ 3 ວັນ ຜ່ານມາ ໄດ້ຈັດບັນດາກອງປະຊຸມສຸດຍອດທັງໝົດມີ 16 ກອງປະຊຸມສຸດຍອດ ຄື: ພາຍໃນອາຊຽນ, ໄດ້ຈັດ 2 ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແບບຕິດຕໍ່ກັນ. ໃນໂອກາດນີ້, ບັນດາຜູ້ນໍາອາຊຽນ ກໍໄດ້ພົບປະກັບບັນດາຜູ້ຕາງໜ້າຈາກສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ, ຊາວໜຸ່ມ ອາຊຽນ ແລະ ສະພາທີ່ປຶກສາທຸລະກິດອາຊຽນ. ນອກຈາກນີ້, ໃນໄລຍະກ່ອນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ກໍໄດ້ມີກອງປະຊຸມສຸດຍອດພາກທຸລະກິດ ແລະ ການລົງທຶນ (ABIS) ແລະ ກິດຈະກໍາປິ່ນອ້ອມອື່ນໆ. ສຳລັບ ອາຊຽນກັບພາຍນອກ, ບັນດາຜູ້ນໍາອາຊຽນ ໄດ້ຈັດ 10 ກອງປະຊຸມສຸດຍອດ ກັບ ບັນດາຜູ້ນໍາຂອງ ຄູ່ເຈລະຈາ ພາຍໃຕ້ຂອບການຮ່ວມມື ອາຊຽນ ບວກໜຶ່ງ, ອາຊຽນບວກສາມ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ. ພ້ອມກັນນີ້, ກໍມີກອງປະຊຸມຜູ້ນໍາປະຊາຄົມອາຊີ ເພື່ອຫລຸດຜ່ອນອາຍພິດໃຫ້ເຫລືອສູນ ຄັ້ງທີ 2 ແລະ ການພົບປະສອງຝ່າຍຢ່າງຫລວງຫລາຍ. ໃນທຸກໆກອງປະຊຸມ, ໄດ້ມີການປຶກສາຫາລືກັນຢ່າງກວ້າງຂວາງ, ກົງໄປກົງມາ, ສ້າງສັນ ແລະ ມີໝາກຜົນ.ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໄດ້ປຶກສາຫາລືຫົວຂໍ້ຕ່າງໆ ດັ່ງນີ້: ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ການສ້າງວິໄສທັດປະຊາຄົມອາຊຽນ 2045 ແລະ ການຮັດ ແໜ້ນການຮ່ວມມືກັບພາຍນອກ. ບັນດາຜູ້ນໍາອາຊຽນ ມີຄວາມຍິນດີຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 9 ຂົງເຂດບູລິມະສິດຂອງການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ທີ່ສຸມໃສ່ການເພີ່ມທະວີການ ເຊື່ອມໂຍງ-ເຊື່ອມຈອດ ໃນຂົງເຂດເສດຖະກິດ, ສ້າງອະນາຄົດແບບທົ່ວເຖິງ ແລະ ຍືນຍົງ, ການຫັນປ່ຽນສູ່ຍຸກດີຈິຕອນ; ການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045 ກໍຄື ແຜນຍຸດທະສາດ 3 ເສົາຄ້ຳ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຍຸດທະສາດວ່າດ້ວຍການເຊື່ອມຈອດ, ການຮັດແໜ້ນຄວາມເປັນແກນກາງຂອງອາຊຽນ, ສົ່ງເສີມການຮ່ວມມືດ້ານສິ່ງແວດລ້ອມ, ການສົ່ງເສີມດ້ານ ວັດທະນະທໍາ ແລະ ສິລະປະ, ສົ່ງເສີມບົດບາດແມ່ຍິງ ແລະ ເດັກ ແລະ ການສົ່ງເສີມຄວາມເຂັ້ມແຂງດ້ານສາທາລະນະສຸກ. ພວກເຮົາ ເຫັນດີ ເລັ່ງດໍາເນີນການປະເມີນຜົນການຈັດຕັ້ງປະຕິບັດ ແຜນແມ່ບົດເສົາຄໍ້າປະຊາຄົມການ ເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄໍ້າເສດຖະກິດ ແລະ ເສົາຄໍ້າວັດທະນະທໍາ-ສັງຄົມ ກໍຄື ການເຊື່ອມຈອດ ແລະ ເຊື່ອມໂຍງອາຊຽນ ເພື່ອຖອດຖອນບົດຮຽນ ແລະ ນໍາໃຊ້ເປັນພື້ນຖານໃຫ້ແກ່ການສ້າງບັນດາແຜນຍຸດທະສາດ ຂອງອາຊຽນ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ເຊິ່ງຈະຮັບຮອງເອົາໃນປີ 2025 ແນໃສ່ສ້າງ ປະຊາຄົມອາຊຽນທີ່ເຂັ້ມແຂງ, ມີນະວັດຕະກໍາ, ຄ່ອງແຄ້ວ ແລະ ມີປະຊາຊົນເປັນແກນກາງ.  ກອງປະຊຸມ ມີຄວາມຍິນດີ ຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນດໍາເນີນງານສໍາລັບການເປັນສະມາຊິກສົມບູນອາຊຽນ ຂອງ ຕີມໍແລັດສະເຕ; ໄດ້ຢໍ້າຄືນຄວາມສໍາຄັນ ໃນການສືບຕໍ່ຮັດແໜ້ນການພົວພັນ ກັບພາຍນອກ ກໍຄື ເສີມຂະຫຍາຍຄວາມເປັນເອກະພາບ ແລະ ຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ພວມຜັນແປ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ. ພ້ອມທັງໄດ້ຮັບການສະໜັບສະໜູນຂອງຄູ່ ຮ່ວມພາຍນອກ ໃນການສ້າງຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ກໍຄື ບຸລິມະສິດສຳລັບປະທານອາຊຽນ ຂອງ ສປປ ລາວ; ໄດ້ທົບທວນຄືນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບມຽນມາ ແລະ ເຫັນດີ ໃຫ້ສືບຕໍ່ຍຶດໝັ້ນ ໃນຄວາມໝາຍໝັ້ນຂອງອາຊຽນ ເພື່ອຊ່ວຍເຫລືອມຽນມາ ຊອກວິທີການແກ້ໄຂດ້ານການເມືອງ ໂດຍສັນຕິວິທີ, ຍືນຍົງ, ມຽນມາ-ເປັນເຈົ້າການ ແລະ ມຽນມາ-ເປັນຜູ້ນຳພາ ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ໄດ້ຮັບຮອງ ແລະ ຮັບຊາບ ເອກະສານຈໍານວນ 56 ສະບັບ ເຊິ່ງເອກະສານສຳຄັນມີດັ່ງນີ້: ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການສ້າງແຜນຍຸດທະສາດ ເພື່ອຈັດຕັ້ງ ປະຕິບັດ ວິໄສທັດປະຊາຄົມອາຊຽນ 2045; ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍແນວຄວາມຄິດອາຊຽນ ກ່ຽວ ກັບອິນໂດ-ປາຊີຟິກ ໃນໂຄງສ້າງພາກພື້ນທີ່ມີອາຊຽນເປັນໃຈກາງ ແລະ ມີຄວາມກຽມພ້ອມສໍາລັບອະນາຄົດ; ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການເພີ່ມທະວີການເຊື່ອມຈອດຕ່ອງໂສ້ການສະໜອງ; ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການສົ່ງເສີມກະສິກໍາແບບຍືນຍົງ; ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການຮັດແໜ້ນຄວາມປອດໄພ ແລະ ຄວາມໝັ້ນຄົງດ້ານຊີວະພາບໃນພາກພື້ນ; ຖະແຫລງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນວັດທະນະທຳຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ເອກະສານການທົບທວນຄືນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາປີ 2024 ເພືື່ອສືບຕໍ່ເປັນເອກະສານອ້າງອີງສຳຄັນ ສຳລັບການແກ້ໄຂບັນຫາພາຍໃນຂອງມຽນມາໃນຕໍ່ໜ້າ. ສຳລັບກອງປະຊຸມສຸດຍອດອາຊຽນກັບພາຍນອກ, ບັນດາຜູ້ນໍາອາຊຽນ ໄດ້ມີກອງປະຊຸມສຸດຍອດກັບແຕ່ ລະຄູ່ເຈລະຈາ ແລະ ຄູ່ຮ່ວມມື ເຊັ່ນ: ສປ ຈີນ, ສ ເກົາຫລີ, ຍີ່ປຸ່ນ, ອິນເດຍ, ອົດສະຕຣາລີ, ສະຫະລັດ ອາເມລິກາ, ການາດາ ແລະ ອົງການສະຫະປະຊາຊາດ (ສປຊ) ເຊິ່ງຜູ້ນໍາອາຊຽນ ແລະ ຄູ່ເຈລະຈາ ໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ຕ່າງກໍເຫັນດີສືບຕໍ່ຮັດແໜ້ນການຮ່ວມມືໃນທຸກຂົງເຂດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມນີ້, ກໍໄດ້ມີກອງປະຊຸມສຸດຍອດອາຊຽນ ບວກສາມ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ. ເນື້ອໃນສໍາຄັນສໍາລັບກອງປະຊຸມສຸດຍອດອາຊຽນ ກັບພາຍນອກ ມີດັ່ງນີ້: ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 27: ຜູ້ນໍາອາຊຽນ-ຈີນ ໄດ້ປະກາດ ການສຳເລັດ ການເຈລະຈາ ເພື່ອຍົກລະດັບສັນຍາເຂດການຄ້າເສລີອາຊຽນ-ຈີນ 3.0 ທີ່ເປັນເອກະສານພື້ນຖານທີ່ສໍາຄັນໃນການ ສົ່ງເສີມ ແລະ ເພີ່ມທະວີການຮ່ວມມືດ້ານເສດຖະກິດອາຊຽນ-ຈີນ ແລະ ໄດ້ຮັບຮອງເອົາ 5 ເອກະສານຜົນກອງ ປະຊຸມ ຄື: ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຕ້ານການສໍ້ໂກງດ້ານເຄືອຂ່າຍໂທລະຄົມ ແລະ ການພະນັນອອນລາຍ; ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮັດແໜ້ນການຮ່ວມມືດ້ານໄປມາຫາສູ່ລະຫວ່າງ ປະຊາຊົນກັບປະຊາຊົນ; ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການສົ່ງເສີມການພັດທະນາກະສິກໍາທັນສະໄໝ; ຖະແຫລງການຮ່ວມອາຊຽນ-ຈີນ ວ່າດ້ວຍ ການຮ່ວມມືເພື່ອອໍານວຍຄວາມສະດວກ ໃນການສ້າງລະບົບນິເວດ ດິຈີຕອນທີ່ກວມລວມ ແລະ ຍືນຍົງ ແລະ ຖະແຫລງການຮ່ວມ ວ່າດ້ວຍ ການສະຫລຸບເນື້ອໃນສໍາຄັນຂອງການ ເຈລະຈາ ຍົກລະດັບສັນຍາການຄ້າເສລີ ອາຊຽນ-ຈີນ ສະບັບທີ 3.0. ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີ ຄັ້ງທີ 25: ໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 35 ປີ ການພົວພັນຮ່ວມມືອາຊຽນ-ສ ເກົາຫລີ ແລະ ໄດ້ຍົກລະດັບການພົວພັນອາຊຽນ-ສ ເກົາຫລີ ຂຶ້ນເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ ໂດຍການຮັບຮອງເອົາຖະແຫລງການຮ່ວມຂອງຜູ້ນໍາ ອາຊຽນ-ສ ເກົາຫລີ ວ່າດ້ວຍການສ້າງ ຕັ້ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສ ເກົາຫລີ; ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27: ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ລິເລີ່ມ ແລະ ແຜນປະຕິບັດງານອາຊຽນ-ຍີ່ປຸ່ນ ເພື່ອຮັດແໜ້ນການພົວພັນ ອາຊຽນ-ຍີ່ປຸ່ນ ທີ່ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2023; ກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ຄັ້ງທີ 4: ພວກເຮົາ ໄດ້ຢໍ້າຄືນຄວາມໝາຍໝັ້ນ ເພື່ອຮັດແໜ້ນ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົດສະຕຣາລີ ໃນຊຸມປີຕໍ່ໜ້າ ແລະ ສືບຕໍ່ຈັດຕັ້ງປະຕິບັດ 2 ເອກະສານຜົນຂອງກອງປະຊຸມສຸດຍອດສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ທີ່ ເມວເບີນ, ອົດສະຕຣາລີ ໃນເດືອນ ມີນາ ປີ 2024 ແລະ ບັນດາແຜນວຽກ ໃຫ້ມີປະສິດທິຜົນ; ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21: ພວກເຮົາ ໄດ້ຮັບຮອງເອົາ 2 ເອກະສານ ຄື: ຖະແຫລງການຮ່ວມ ວ່າດ້ວຍການຮັດແໜ້ນ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນ ພູນສຸກໃນພາກພື້ນ ພາຍໃຕ້ແນວຄວາມຄິດອາຊຽນ ກ່ຽວກັບອິນໂດ-ປາຊີຟິກ ໂດຍການສະໜັບສະໜູນຂອງ ນະໂຍບາຍຫັນສູ່ຕາເວັນອອກຂອງ ອິນເດຍ ແລະ ຖະແຫລງການຮ່ວມ ວ່າດ້ວຍການພັດທະນາການຫັນປ່ຽນທາງ ດີຈິຕອນ. ໄດ້ຍິນດີຕໍ່ການກໍານົດເອົາປີ 2025 ເປັນປີສະເຫລີມສະຫລອງການທ່ອງທ່ຽວອາຊຽນ-ອິນເດຍ; ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 12: ຜູ້ນໍາອາຊຽນ-ສະຫະລັດ ໄດ້ຮັບຮອງເອົາຖະແຫລງການຮ່ວມຜູ້ນໍາອາຊຽນ-ສະຫະລັດ ວ່າດ້ວຍປັນຍາປະດິດທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້;ກອງປະຊຸມ ສຸດຍອດອາຊຽນ-ສປຊ ຄັ້ງທີ 14: ພວກເຮົາໄດ້ຢໍ້າຄືນຄວາມສໍາຄັນໃນການຮັດແໜ້ນຫລັກການຮ່ວມມືຫລາຍຝ່າຍ ລວມທັງ ຄວາມໝາຍໝັ້ນໃນການຈັດຕັ້ງຜັນຂະຫຍາຍ ການເປັນຄູ່ຮ່ວມມືຮອບດ້ານອາຊຽນ-ສປຊ. ພວກເຮົາ ເຫັນວ່າ ອາຊຽນ ແລະ ສປຊ ຄວນສືບຕໍ່ຊຸກຍູ້ຄວາມພະຍາຍາມ ແນໃສ່ສົ່ງເສີມການເຊື່ອມສານ ລະຫວ່າງ ວິໄສທັດ ປະຊາຄົມອາຊຽນ 2025 ກໍຄື ວິໄສທັດປະຊາຄົມອາຊຽນ 2045 ແລະ ວາລະ 2030 ເພື່ອການພັດທະນາແບບ ຍືນຍົງ; ກອງປະຊຸມສຸດຍອດອາຊຽນ-ການາດາ ສະໄໝພິເສດ ວ່າດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ: ຜູ້ນໍາອາຊຽນ-ການາດາ ໄດ້ຮັບຮອງເອົາຖະແຫລງການຮ່ວມຜູ້ນໍາອາຊຽນ-ການາດາ ວ່າ ດ້ວຍການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ເພື່ອສືບຕໍ່ຮັດແໜ້ນຄູ່ຮ່ວມຍຸດທະສາດອາຊຽນ-ການາດາ; ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 27: ພວກເຮົາ ໄດ້ຢໍ້າຄືນຄວາມສໍາຄັນຂອງກົນໄກ ອາຊຽນບວກສາມ ໃນການສົ່ງເສີມການຮ່ວມມືພາກພື້ນອາຊີຕາເວັນອອກ ແລະ ໄດ້ຢໍ້າຄືນຄວາມໝາຍໝັ້ນໃນການ ຈັດຕັ້ງປະຕິບັດບັນດາແຜນວຽກ ແລະ ກິດຈະກໍາການຮ່ວມມືໃຫ້ມີປະສິດທິຜົນ. ກອງປະຊຸມໄດ້ຮັບຮອງເອົາ ຖະແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍ ການຮັດແໜ້ນການເຊື່ອມຈອດຕ່ອງໂສ້ການສະໜອງພາກພື້ນ; ກອງປະຊຸມສຸດຍອດອາຊີຕາເວັນອອກ(ອີເອເອສ) ຄັ້ງທີ 19: ກອງປະຊຸມໄດ້ຢໍ້າຄືນຄວາມສຳຄັນຂອງ ອີເອເອສ ໃນ ການເປັນເວທີທີ່ສໍາຄັນຂອງຜູ້ນໍາ ເພື່ອປຶກສາຫາລື ແລະ ສົ່ງເສີມການຮ່ວມມືທີ່ສ້າງສັນ ໃນຂົງເຂດຕ່າງໆ ເປັນຕົ້ນ ການປຶກສາຫາລືບັນຫາຍຸດທະສາດ, ການເມືອງ ແລະ ເສດຖະກິດ ທີ່ມີຄວາມສົນໃຈ ແລະ ມີຄວາມເປັນຫ່ວງຮ່ວມກັນ ແລະ ໄດ້ຢໍ້າຄືນຄວາມຫມາຍໝັ້ນໃນການເສີມຂະຫຍາຍກົນໄກການຮ່ວມມື ອີເອເອສ ໃຫ້ເຂັ້ມແຂງ. ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຄັ້ງນີ້, ພວກເຮົາໄດ້ຮັບຮອງ ແລະ ຮັບຊາບເອກະສານຫລາຍກວ່າ 90 ສະບັບ, ພ້ອມທັງໄດ້ແລກປ່ຽນຄໍາຄິດຄໍາເຫັນຢ່າງຈິງໃຈ, ກົງໄປກົງມາ ແລະ ສ້າງສັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ. ຜົນສໍາເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ ກ່ຽວຂ້ອງໃນຄັ້ງນີ້ ກໍຄື ການເປັນປະທານອາຊຽນຂອງ ສປປ ລາວ ແມ່ນຍ້ອນພວກເຮົາ ໄດ້ຮັບການສະໜັບສະໜູນ ອັນລໍ້າຄ່າ ແລະ ການຮ່ວມມືຢ່າງໃກ້ຊິດ ຈາກບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ກໍຄື ບັນດາຄູ່ ຮ່ວມມືພາຍນອກ ແລະ ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ແລະ ກອງເລຂາອາຊຽນ.

ສປປ ລາວ ຈະສືບຕໍ່ເປັນປະທານອາຊຽນຈົນຮອດວັນທີ 31 ທັນວາ 2024. ພ້ອມທັງໄດ້ມອບປະທານອາຊຽນ 2025 ໃຫ້ແກ່ ມາເລເຊຍ ເຊິ່ງຈະເລີ່ມແຕ່ວັນທີ 1 ມັງກອນ 2025 ເປັນຕົ້ນໄປ.

ຂ່າວ: ກົມໂຄສະນາ ສູນກາງແນວລາວສ້າງຊາດ