ທ່ານ ນາງ ສີພະຈັນ ນັນທະວົງສາ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ລາຍງານກ່ຽວກັບຄວາມຄືບໜ້າ “ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານ ແລະ ປະເມີນການຈັດຕັ້ງປະຕິບັດຄໍາແນະນໍາ ເລກທີ 009/ຄປຈ, ກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂົງເຂດແນວລາວສ້າງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ການກວດກາສຽງສະທ້ອນສັງຄົມຕໍ່ການຈັດຕັ້ງປະຕິບັດວຽກງານຂອງພັກ, ລັດຖະບານ ແລະ ແນວລາວສ້າງຊາດ ຕົ້ນປີ 2025 ຕໍ່ກອງປະຊຸມຄະນະປະຈໍາ ສນຊ ເປີດກວ້າງ ຄັ້ງທີ 4 ສະໄໝທີ XI; ໃນວັນທີ່ 11 ກໍລະກົດ 2025 ເຊິ່ງທ່ານໄດ້ຍົກໃຫ້ເຫັນໝາກຜົນ ຂອງການຕິດຕາມກວດກາ ມີບາງເນື້ອໃນວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຜົນດີ ແລະ ມີປະສິດທິຜົນ ແນວລາວສ້າງຊາດແຕ່ລະຂັ້ນ ຈະໄດ້ພ້ອມກັນເອົາໃຈໃສ່ໂຄສະນາເຜີຍແຜ່ ຜົນຮ້າຍຂອງຢາເສບຕິດ ໃຫ້ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນຕ່າງໆ ໄດ້ຮັບຮູ້, ເຂົ້ົ້າໃຈ, ເຖິງຜົນອັນຕະລາຍ ຂອງຢາເສບຕິດ; ຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ຂະຫຍາຍກວ້າງຂວາງອອກ ໃນຂອບເຂດທົ່ວປະເທດ ຮັບປະກັນການປະເມີນໃຫ້ໄດ້ທັງຈຳນວນ ແລະ ຄຸນນະພາບ; ປະສານສົມທົບກັບອົງການພາຄີ ຂອງແນວລາວສ້າງຊາດ ໃນການຕິດຕາມ, ຊຸກຍູ້ຂະບວນການແກ້ໄຂຄວາມທຸກຍາກບ້ານປອດຢາເສບຕິດ ໂດຍມີການກໍານົດເປົ້າໝາຍ ແລະ ຈຸດສຸມ ຄັກແນ່;
ສຳລັບຫາງສຽງສະທ້ອນສັງຄົມ ທ່ານໄດ້ກ່າວຕື່ມວ່າ: ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍລະບຽບກົດໝາຍຍັງບໍ່ທັນເຂັ້ມງວດ ພົ້ນເດັ່ນໃນປັດຈຸບັນ ແມ່ນບັນຫາຊາວໜຸ່ມ-ໄວລຸ້ນ ມີການພົວພັນຢາເສບຕິດ ເພີ່ມຂຶ້ນ; ສະພາບອຸປະຕິ ເຫດຕາມທ້ອງຖະໜົນ ຍັງສືບຕໍ່ເພີ່ມຂຶ້ນ; ສະພາບນໍ້າອັ່ງ, ນໍ້າຖ້ວມ ຕາມສະຖານທີ່, ເສັ້ນທາງບາງສາຍໃນເວລາຝົນຕົກຕິດ ຕໍ່ກັນຫຼາຍຊົ່ວໂມງ ຍັງເປັນບັນຫາຊໍາເຮື້ອ ແລະ ບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ; ສະພາບລາຄາສິນຄ້າອຸປະໂພກ-ບໍລິໂພກຕາມທ້ອງຕະຫຼາດຍັງສືບຕໍ່ປັບຕົວຂຶ້ນສູງ; ສະພາບການຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງປະເທດ ຂອງຊາວໜຸ່ມ, ໄວໜຸ່ມມີທ່າອ່ຽງເພີ່ມຂຶ້ນ; ກ່ຽວກັບບັນຫາການຂຶ້ນລາຄາກະແສໄຟຟ້າ; ກ່ຽວກັບການສ້າງເສັ້ນທາງລົດເມດ່ວນ ພາຍໃນນະຄອນຫຼວງວຽງຈັນ ເຊິ່ງອາດເປັນສາເຫດພາໃຫ້ເກີດມີປະກົດການລົດຕິດເພີ່ມຂຶ້ນ; ກ່ຽວກັບບັນຫາລົດເກັບມ້ຽນຂີ້ເຫຍື້ອ ທີ່ເຮັດນໍ້າເນົ່າ ເໜັນຕົກເຮ່ຍລົງຕາມເສັ້ນທາງ ເຮັດໃຫ້ເກີດຄວາມບໍ່ສະອາດ; ການຄຸ້ມຄອງ ການເຂົ້າ-ອອກເມືອງ ຂອງຄົນຕ່າງປະເທດ ທີ່ເຂົ້າມາດຳເນີນທຸລະກິດ ຢູ່ ສປປ ລາວ ແລະ ການນຳໃຊ້ລົດປ້າຍຕ່າງປະເທດ ມີຢ່າງຫຼວງຫຼາຍ ແຕ່ບໍ່ໄດ້ຕິດຕາມກວດກາຢ່າງເຂັ້ມງວດ ເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນຢ່າງແຜຫຼາຍ ໃນທົ່ວປະເທດ; ກ່ຽວກັບການຂຸດຄົ້ນແຮ່ທາດແບບຊະຊາຍ ຍັງມີຫຼາຍໃນຂອບເຂດທົ່ວປະເທດ ທັງທີ່ມີນິຕິກຳອອກມາເປັນບ່ອນອີງແລ້ວ ແຕ່ການຈັດຕັ້ງປະຕິບັດນິຕິກຳ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເຮັດໃຫ້ສູນເສຍຊັບພະຍາກອນທຳຊາດ ອັນເປັນຊັບສົມບັດຂອງຊາດ.
ບກ: ສຊ.ຈື້ໄຊ
ຂ່າວ: ຄຳຜາຍ
ພາບ: ແສງຫຼ້າ



