ຜົນງານພົ້ນເດັ່ນໃນການບັນເທົາທຸກ ແລະ ກູ້ໄພ 1623 ຕະຫຼອດ 5 ປີຜ່ານມາ

ວັນທີ 28 ເມສາ 2026 ໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII, ທ່ານ ນາງ ບົວວອນ ອ່ອນຈັນຫອມ ໄດ້ຕາງໜ້າມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຂຶ້ນປະກອບຄຳເຫັນໃນຫົວຂໍ້: “ການປະກອບສ່ວນຊ່ວຍເຫຼືອປະຊາຊົນຜູ້ທີ່ທຸກຍາກຂອງມູນນິທິ”, ເຊິ່ງໄດ້ສັງລວມເອົາຜົນງານການເຄື່ອນໄຫວດ້ານມະນຸດສະທຳອັນກວ້າງຂວາງ ແລະ ເປັນຮູບປະທຳ ໂດຍໄດ້ຍົກໃຫ້ເຫັນຜົນສຳ ເລັດການເຄື່ອນໄຫວທີ່ພົ້ນເດັ່ນ (ລວມມູນຄ່າ 6.8 ຕື້ກວ່າກີບ) ໃນຕະຫຼອດໄລຍະ 5 ປີຜ່ານມາ, ມູນນິທິໄດ້ຈັດຕັ້ງປະຕິບັດ 6 ກິດຈະກຳຫຼັກ ດັ່ງນີ້:
1. ວຽກງານການສຶກສາ: ຊ່ວຍປຸກສ້າງ ແລະ ສ້ອມແປງໂຮງຮຽນ, ມອບອຸປະກອນການຮຽນໃນເຂດຫ່າງໄກສອກຫຼີກ ມູນຄ່າຫຼາຍກວ່າ 392 ລ້ານກີບ;
2. ວຽກງານສາທາລະນະສຸກ: ຊ່ວຍເຫຼືອຄົນເຈັບທຸກຍາກ, ເດັກນ້ອຍ ແລະ ມອບອຸປະກອນການແພດໃຫ້ໂຮງໝໍມະໂຫສົດ ມູນຄ່າຫຼາຍກວ່າ 711 ລ້ານກີບ;
3. ການບັນເທົາທຸກໄພພິບັດ: ຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ ແລະ ໄຟໄໝ້ ໃນຫຼາຍແຂວງທົ່ວປະເທດ ມູນຄ່າຫຼາຍກວ່າ 3 ຕື້ກີບ;
4. ວຽກງານມະນຸດສະທຳ: ບໍລິຈາກໂລງສົບ ແລະ ຈັດງານສົບໃຫ້ຜູ້ທຸກຍາກ-ໄຮ້ຍາດ ຈຳນວນຫຼາຍຮ້ອຍສົບ ມູນຄ່າຫຼາຍກວ່າ 714 ລ້ານກີບ;
5. ໜ່ວຍກູ້ໄພ 1623: ມີບົດບາດສຳຄັນໃນການຂົນສົ່ງຄົນເຈັບໂຄວິດ-19 (8,350 ຄົນ), ມ້ຽນຊາກສົບຜູ້ເສຍຊີວິດຈາກໂຄວິດ ແລະ ໄດ້ເຄື່ອນໄຫວອອກຮັບເຫດອຸບັດຕິເຫດຕ່າງໆ ຢ່າງຕໍ່ເນື່ອງ;
ດ້ວຍຜົນງານດັ່ງກ່າວ, ມູນນິທິ ແລະ ໜ່ວຍກູ້ໄພ ໄດ້ຮັບການຍ້ອງຍໍຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ ຫຼຽນໄຊພິລະອາດຫານ 1 ໜ່ວຍ ແລະ ໃບຍ້ອງຍໍຈາກຂັ້ນຕ່າງໆ ກວ່າ 280 ໃບ.
ເຖິງແມ່ນວ່າຍາດໄດ້ຜົນງານໃຫຍ່ຫຼວງ, ແຕ່ມູນນິທິຍັງປະສົບກັບບັນຫາບາງດ້ານ ເຊິ່ງເປັນສິ່ງທ້າທາຍ ແລະ ຂໍ້ຄົງຄ້າງ ເຊັ່ນ: ບຸກຄະລາກອນຍັງບໍ່ທັນພຽງພໍ, ສະຖານທີ່ຕັ້ງ ແລະ ຈຸດບໍລິການກູ້ໄພ ໃນບາງແຂວງຍັງບໍ່ທັນຖາວອນ ແລະ ງົບປະມານ ພ້ອມທັງອຸປະກອນກູ້ໄພທີ່ທັນສະໄໝ (ເຄື່ອງປ້ຳຫົວໃຈ) ຍັງມີຈຳກັດ;
ສຳລັບທິດທາງໃນຊຸມປີຕໍ່ໜ້າມູນນິທິໄດ້ກຳນົດ 5 ແຜນງານສຳຄັນ ເພື່ອສືບຕໍ່ພາລະກິດ ຄື: ເນັ້ນການສຶກສາອົບຮົມດ້ານແນວຄິດ ແລະ ນ້ຳໃຈເສຍສະຫຼະໃຫ້ອາສາກູ້ໄພ; ປັບປຸງກົງຈັກການຈັດຕັ້ງ ແລະ ຝຶກອົບຮົມວິຊາສະເພາະໃຫ້ບັນດາອາສາກູໄພ ມີຄວາມຊຳນິຊຳນານສູງຂຶ້ນ; ເພີ່ມທະວີການປຸກລະດົມທຶນຮອນຈາກຜູ້ໃຈບຸນທັງພາຍໃນ ແລະ ຕ່າງປະເທດ ແລະ ຮັດແໜ້ນການຮ່ວມມືກັບອົງການກູ້ໄພສາກົນ ເພື່ອຍາດແຍ່ງບົດຮຽນ ແລະ ເຕັກໂນໂລຊີໃໝ່ໆ;
“ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ຍັງຄົງຢຶດໝັ້ນໃນພາລະກິດເສຍສະຫຼະ ເພື່ອສ່ວນລວມ ແລະ ເປັນທີ່ເພິ່ງພາ ຂອງປະຊາຊົນໃນຍາມວິກິດ”.