ຜົນສຳເລັດ “ກອງທຶນສາມັກຄີປູກກາເຟ” ບ້ານພູໂອຍ ເປັນຕົວແບບພັດທະນາ

ທ່ານ ນາງ ວາດສະໜາ ສີລິມາ, ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງຈຳປາສັກ ໄດ້ຂຶ້ນປະກອບຄຳເຫັນ ໃນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ຄັ້ງວັນທີ 28 ເມສາ 2026, ໃນຫົວຂໍ້: “ການປຸກລະດົມຂົນຂວາຍປະຊາຊົນ ເຂົ້າຮ່ວມກອງທຶນສາມັກຄີ ແລະ ການພັດທະນາ ໃນການປູກກາເຟ ຢູ່ບ້ານພູໂອຍ, ເມືອງປາກຊ່ອງ” ເພື່ອເປັນການແລກປ່ຽນບົດຮຽນກ່ຽວກັບການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ ໂດຍໄດ້ຍົກໃຫ້ເຫັນ ຜົນສຳເລັດອັນພົ້ນເດັ່ນ ວ່າ: ແນວລາວສ້າງຊາດແຂວງຈຳປາສັກ ໄດ້ຜັນຂະ ຫຍາຍມະຕິ ຂອງພັກ-ລັດ ເຂົ້າສູ່ຮາກຖານຢ່າງເປັນຂະບວນການ ໂດຍສະເພາະແມ່ນການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ເປັນຕົ້ນແມ່ນ: ການສ້າງຕັ້ງກອງທຶນສາມັກຄີ ແລະ ພັດທະນາ ບ້ານພູໂອຍ ສ້າງຕັ້ງຂຶ້ນໃນປີ 2020 ໂດຍໄດ້ຮັບການສະໜັບສະໜູນທຶນກູ້ຢືມ ຈາກທະນາຄານພົງສະຫວັນ ໃນວົງເງິນ 7 ຕື້ກີບ, ໂດຍການສ້າງລາຍຮັບໃຫ້ປະຊາຊົນໄດ້ນຳໃຊ້ທຶນເຂົ້າໃນການປູກ ແລະ ຈຳໜ່າຍກາເຟ ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ມີລາຍຮັບເພີ່ມຂຶ້ນ; ສຳລັບພື້ນຖານໂຄງລ່າງຊຸມຊົນ: ປັດຈຸບັນມີຫ້ອງການກອງທຶນ, ອຸປະກອນການຜະລິດ, ລົດຂົນສົ່ງ ແລະ ຮ້ານກາເຟຊຸມຊົນ ເພື່ອຮອງຮັບການຜະລິດກາເຟເປັນສິນຄ້າສົ່ງອອກ.
ເຖິງແມ່ນວ່າຈະມີຜົນສຳເລັດ, ແຕ່ຍັງມີບາງດ້ານທີ່ຈະຕ້ອງໄດ້ມີການແກ້ໄຂ ແລະ ປັບປຸງ ຄື: ການຂະຫຍາຍສະມາຊິກກອງທຶນ ຍັງບໍ່ທັນບັນລຸຕາມຄາດໝາຍ; ລະບົບການເກັບຊື້ກາເຟຍັງບໍ່ທັນຕອບສະໜອງໄດ້ເຕັມສ່ວນກັບຄວາມຕ້ອງການ ຂອງຕະຫຼາດ ແລະ ການປະສານງານລະຫວ່າງ ພາກສ່ວນກ່ຽວຂ້ອງ ແລະ ທະນາຄານ ຍັງມີບາງຈຸດທີ່ບໍ່ທັນກົມກຽວ;
ສຳລັບທິດທາງແຜນການໃນຕໍ່ໜ້າ: ເພື່ອເຮັດໃຫ້ກອງທຶນດັ່ງກ່າວມີຄວາມຍືນຍົງ, ແນວລາວສ້າງຊາດແຂວງ ໄດ້ວາງແຜນດັ່ງນີ້: ສືບຕໍ່ຄຸ້ມຄອງ ແລະ ປຸກລະດົມ: ຂົນຂວາຍປະຊາຊົນເຂົ້າຮ່ວມກອງທຶນໃຫ້ຫຼາຍຂຶ້ນ ແລະ ສົ່ງເສີມການຊື້-ຂາຍ ກາເຟ ເພື່ອສົ່ງອອກທັງພາຍໃນ ແລະ ຕ່າງປະເທດ; ພັດທະນາກິດຈະກຳຊຸມຊົນ: ຍົກລະດັບຮ້ານກາເຟຊຸມຊົນໃຫ້ມີຄວາມຫຼາກຫຼາຍ ແລະ ເປັນແຫ່ຼງລາຍຮັບທີ່ໝັ້ນຄົງ ແລະ ເພີ່ມທະວີການປະ ສານງານ: ຈັດກອງປະຊຸມຖອດຖອນບົດຮຽນຮ່ວມກັບທະນາຄານ ແລະ ຄະນະຮັບຜິດຊອບກອງທຶນ ຢ່າງເປັນປົກກະຕິ ເພື່ອແກ້ໄຂບັນຫາໃຫ້ທັນການ;
“ການປູກກາເຟຢູ່ບ້ານພູໂອຍ ບໍ່ພຽງແຕ່ແມ່ນການສ້າງລາຍຮັບ, ແຕ່ແມ່ນການຢັ້ງຢືນເຖິງພະລັງຄວາມສາມັກຄີ ແລະ ການພັດທະນາ ຕາມທິດສ້າງຄວາມເຂັ້ມແຂງດ້ວຍຕົນເອງ”.