ຜົນ​ສຳ​ເລັດ ກອງປະຊຸມສາມັນຄົບຄະນະກຳມະການ ສນຊ ຄັ້ງທີ 4 ສະໄໝທີ XI

ກາ​ນ​ດຳ​ເນີນ ກອງປະຊຸມສາ​ມັນຄົບຄະນະກໍາມະການ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ 4 ສະໄໝທີ XI ໂດຍການເປັນປະທານຂອງທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນ ກາງແນວລາວສ້າງຊາດ, ມີບັນດາທ່ານແຂກຖືກເຊີນ, ບັນດາທ່ານຄະນະກຳມະການ ສນຊ ອ້ອມຂ້າງສູນກາງ, ບັນດາ ແຂວງທົ່ວປະເທດ ເຂົ້າຮ່ວມ, ທີ່ຫ້ອງປະຊຸມ ICTC ນະຄອນຫຼວງວຽງຈັນ;

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນທົບທວນ ແລະ ກວດກາຄືນວຽກງານຮອບດ້ານຂອງຄະນະກໍາມະການ ສນຊ ປີ 2024, ຜ່ານການປະກອບຄຳເຫັນຂອງບັນດາທ່ານຜູ້​ແທນກອງ​ປະ​ຊຸມ ໂດຍສັງ​ລ​ວມ​ແລ້ວ ​ສາ​ມາດ​ຍາດ​ໄດ້ຜົນງານອັນພົ້ນເດັ່ນໃນໜ້າວຽກ 6 ດ້ານ, ແຕ່ກໍປັດສະຈາກບໍ່ໄດ້ບາງຂໍ້ຄົງຄ້າງ ໃນປີ 2024 ຊຶ່ງມີຢູ່ 5 ຂໍ້; ພ້ອມນີ້, ກໍໄດ້ຖອດຖອນບົດຮຽນ 4 ຂໍ້, ບົນພື້ນຖານບົດຮຽນນັ້ນ, ໄດ້ພ້ອມກັນປຶກສາຫາລື ແລະ ເປັນເອກະພາບກັນ​ຮັບ​ຮອງແຜນວຽກຈຸດສຸມໃນປີ 2025 ໂດຍສືບຕໍ່ຈັດຕັ້ງປະຕິບັດບັນດາທິດຊີ້ນໍາ ກໍຄືແຜນວຽກທີ່ໄດ້ກໍານົດໃນມະຕິ XI, ແຜນພັດ ທະນາແນວລາວສ້າງຊາດ ແລະ ມະຕິກອງປະຊຸມ ຄະນະກໍາມະການ ສນຊ ຄັ້ງທີ 4 ສະໄໝທີ XI ໃຫ້ແຂງແຮງກວ່າເກົ່າ; ໃນນີ້, ກອງ​ປະ​ຊຸມໄດ້ຮັບຮອງກໍາມະການ ສນຊ ປ່ຽນແທນເພີ​່ມ​ຕື່ມ ຈຳ​ນວນ 2 ທ່ານ;

ໂອ​ກາດ​ກ່າວ​ປິດກອງ​ປະ​ຊຸມ, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້​ເນັ້ນມີ​ບາງ​ເນື້ອ​ໃນ​​ວ່າ: ປີ 2025 ນີ້ ເປັນປີທີ່ສຳຄັນ ແລະ ມີຫຼາຍວຽກງານໃຫຍ່ລະດັບຊາດ ເພື່ອເຮັດສໍາເລັດໜ້າທີ່ພວກເຮົາຕ້ອງກໍາແໜ້ນ ແລະ ເອົາໃຈໃສ່ບາງວິທີການ ແລະ ມາດຕະການ ຄື: ພ້ອມກັນຄົ້ນຄວ້າເຊື່ອມຊຶມມະຕິໃໝ່ຂອງສູນກາງພັກ ເປັນຕົ້ນແມ່ນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI, ກຳແໜ້ນ ແລະ ຈັດຕັ້ງປະຕິບັດນະ ໂຍບາຍ ແລະ ແຜນພັດທະນາ ປະຈຳປີ 2025 ຂອງລັດຖະບານ ທີ່ສະພາແຫ່ງຊາດຮັບຮອງເອົາແລ້ວນັ້ນ,​ ບົນຈິດໃຈອຸ ທິດຕົນ ເພື່ອຜົນປະໂຫຍດລວມຂອງກຳມະການ ສນຊ ທີ່ເປັນມູນເຊື້ອ; ປັບປຸງແບບແຜນເຮັດວຽກບົນຈິດໃຈຮັບຜິດ ຊອບຕໍ່ຜົນໄດ້ຜົນເສຍ, ບົນຈິດໃຈແຂ່ງຂັນກັນເຮັດລ້ອນໜ້າທີ່ຂອງຕົນ, ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຕົ້ນ 9 ຂໍ້ແຂ່ງຂັນ ຂອງອົງການແນວລາວສ້າງຊາດ; ພ້ອມ​ດຽວ​ກັນ​ນີ້, ເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນແບບຢ່າງ ຂອງກໍາມະການແນວລາວສ້າງຊາດ ທຸກຂັ້ນທຸກທ່ານໃຫ້ສູງກວ່າເກົ່າ, ເຮັດແນວໃດໃນພື້ນທີ່ຕົນຮັບຜິດຊອບຕ້ອງເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ເສີມສ້າງຄຸນງາມຄວາມດີໃຫ້ທະວີສູງຂຶ້ນ, ເສີມສ້າງຄຸນວຸດທິ, ເຕົ້າໂຮມຫົວຄິດ, ປະກອບສ່ວນເຮັດໃຫ້ກົມກອງທ້ອງຖິ່ນຂອງຕົນ ມີໃບໜ້າໃໝ່ ແລະ ຈົ່ງເສີມສ້າງໃຫ້ໄດ້ຄຸນນະທໍາ, ອະລິຍະທໍາ ຂອງທຸກສາສະໜາ ໃຫ້ສາສະນິກະຊົນມິສັດທາຍິ່ງໆຂຶ້ນ;

ກອງປະຊຸມຄົບຄະນະກຳມະການ ສູນກາງແນວລາວສ້າງຊາດ ຄັ້ງທີ 4  ສະໄໝທີ XI ໄດ້ດຳເນີນເປັນເວລາ 2 ວັນເຕັມ ລະຫວ່າງ ວັນທີ 15-16 ມັງກອນ 2025 ​ຊຶ່ງ​ໄດ້ບັນ​ລຸ​ຕາມ​ຈຸດ​ປະ​ສົງ, ລະ​ດັບ​ຄາດ​ໝາຍ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ ​ຢ່າງ​ຈົບ​ງາມ;

                                                            ກົມ​ໂຄ​ສະ​ນາ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ