ສູນກາງແນວລາວສ້າງຊາດ

Lao Front For National Development

ຜົນສໍາເລັດກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 2 ສະໄໝທີ XI

ກອງ​ປະຊຸມ​ສາມັນ​ຄົບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ຄັ້ງ​ທີ 2 ສະໄໝ​ທີ XI ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 12 ມັງກອນນີ້ ທີ່ສູນກາງແນວລາວສ້າງຊາດ ພາຍຫລັງດໍາເນີນມາເປັນເວລາ 2 ວັນ ໂດຍ​ການ​ເປັນ​ປະ ທານ​ຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ພະ​ເຖລານຸ​ເຖລະ, ບັນດາທ່ານ​ຮອງ​ປະທານ​​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ປະທານ​ແນວ​ລາວ​ສ້າງ​ຊາດ​ແຂວງ-ນະຄອນຫຼວງ, ກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງ, ກໍາມະການສູນກາງແນວລາວສ້າງຊາດຢູ່ຕ່າງ ປະເທດ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ພ້ອມດ້ວຍແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ; ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຈັດເປັນສອງຮູບແບບຄື: ຮູບແບບປົກກະຕິຢູ່ນະຄອນຫຼວງວຽງຈັນ ແລະ ຮູບແບບວີດີໂອທາງໄກຢູ່ບັນດາແຂວງທົ່ວປະເທດ

ກອງປະຊຸມຄັ້ງນີ້ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງບັນດາເນື້ອໃນຂອງກອງປະຊຸມ ແລະ ສຸມໃສ່ປະກອບຄໍາຄິດຄໍາເຫັນດ້ວຍຄວາມຮັບຜິດຊອບສູງ ກົງໄປກົງມາຕໍ່ບົດສະຫຼຸບຕີລາຄາການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໃນໄລຍະ 1 ປີ ຜ່ານມາ ແລະ ກຳນົດແຜນວຽກຈຸດສຸມປີ 2023 ຈາກທ່ານ ຄໍາເຜີຍ ບຸດດາວຽງ ກຳມະການ​ສູນ​ກາງ​ພັກ ຮອງ​ປະທານ​ຜູ້ປະຈໍາການສູນ​ກາງ​ແນວ​ລາວ​ສ້າງ​ຊາດ; ຊຶ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ອັນ​ພົ້ນ​ເດັ່ນ​ໃນ​ຫຼາຍ​ດ້ານ ໃນ​ການເຄື່ອນໄຫວ​ວຽກ​ງານ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ໃນ​ໄລຍະ 1 ປີຜ່ານມາ ໄດ້​ລົງ​ຊຸກຍູ້​ວຽກ​ງານ​ແນວ​ລາວ​ສ້າງ​ຊາດ, ວຽກ​ງານ​ສາ​ສະ​ໜາ, ວຽກ​ງານ​ຊົນ ເຜົ່າ, ວຽກ​ງານ​ຊັ້ນ​ຄົນ​-​ອົງການ​ຈັດ​ຕັ້ງ​ສັງຄົມ, ວຽກ​ງານ​ການຈັດຕັ້ງ​ພະນັກງານ, ວຽກ​ງານ​ກວດກາ, ວຽກ​ງານ​ໂຄສະນາ, ວຽກ​ງານ​ສູນ​ຝຶກ​ອົບຮົມ ແລະ ​ວຽກ​ງານ​ຄະນະ​ທີ່​ປືກ​ສາ​ຢູ່​ຂັ້ນ​ທ້ອງ​ຖີ່​ນ​ຮາກ​ຖານ​. ພ້ອມດຽວກັນນີ້ ຍັງໃຫ້ຮູ້ວ່າ: ຕະຫລອດໄລຍະຜ່ານມາ, ແນວລາວສ້າງຊາດແຕ່ລະຂັ້ນ ໃນຖານະເປັນຫລັກແຫລ່ງເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນເປັນປຶກແຜ່ນ ໄດ້ເປັນເຈົ້າການສະໜັບສະໜູນແນວທາງ, ນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ ໃນການຄວບຄຸມ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ໂດຍໄດ້ໂຄສະນາເຜີຍແຜ່ ແລະ ປຸກລະດົມແນວຄິດຈິດໃຈ ໃນການຈັດຕັ້ງປະຕິບັດທິດຊີ້ນຳ, ມະຕິ, ຄຳສັ່ງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ 2 ວາລະແຫ່ງຊາດ ຂອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະ ບານ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ພ້ອມກັນນັ້ນ, ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາອົງການແນວລາວສ້າງຊາດ ປະຈໍາປີ 2022 ແລະ ທິດທາງປີ 2023; ຮັບຟັງລາຍງານການຮ່າງມະຕິກ່ຽວກັບວຽກງານການສ້າງລາຍຮັບເພີ່ມ ຂອງແນວລາວສ້າງຊາດ; ໃນນີ້, ໄດ້ຮັບຟັງບັນດາທ່ານ ຮອງປະທານ ສນຊ ຜູ້ບໍ່ປະຈໍາການ ລາຍງານວຽກງານທີ່ຕົນເອງຮັບຜິດຊອບ ແລະ ບັນດາທ່ານກໍາມະການສູນກາງແນວລາວສ້າງຊາດທີ່ເປັນຕົວແທນຈາກອົງການຈັດຕັ້ງພາຄີ ຂອງແນວລາວສ້າງຊາດ, ບັນດາທ່ານປະທານແນວລາວສ້າງຊາດແຂວງ, ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ກໍ່ຄື ທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ປະກອບຄໍາເຫັນຕາມການເຈາະຈິ້ມຂອງປະທານກອງປະຊຸມຕື່ມອີກ; ພ້ອມທັງໄດ້ມີການພິຈາລະນາຮັບຮອງເອົາບຸກຄາລະກອນ ເພື່ອປະກອບເຂົ້າໃນຄະນະກໍາມະການສູນກາງແນວລາວສ້າງຊາດ ເພີ່ມເຕີມ ແລະ ປ່ຽນແທນຈໍານວນໜຶ່ງ.

 

ທ່ານປະທານສູນກາງແນວລາວສ້າງຊາດໄດ້ມີຄໍາເຫັນຕໍ່ກອງປະຊຸມໃນຄັ້ງນີ້ວ່າ: ໃນຕະຫຼອດ 1 ປີຜ່ານມາ, ເຖິງວ່າຈະມີສະພາບຂໍ້ຫຍຸ້ງຍາກ  ຈາກຜົນກະທົບຂອງພະຍາດໂຄວິດ 19 ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນຕາ, ຄ່າຄອງຊີບສູງ ກໍ່ຕາມແຕ່ແນວລາວສ້າງຊາດທຸກຂັ້ນໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຢ່າງຕັ້ງໜ້າ, ຊຶ່ງທຸກແຜນວຽກລ້ວນແຕ່ຖືກຈັດຕັ້ງປະຕິບັດ; ຕ້ອງເສີມສ້າງຄວາມສາມັກຄີ, ຄວາມເປັນປຶກແຜ່ນຂອງປະຊາຊົນທັງຊາດ, ສ້າງສະຕິ ຊາດເອກະພາບອັນໜຶ່ງອັນດຽວ; ສູ້ຊົນ ແລະ ເສີມຂະຫຍາຍໃຫ້ໄດ້ສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເພື່ອປະຕິບັດແຜນວຽກຕ່າງໆຂອງທ້ອງຖິ່ນຕົນ; ສູ້ຊົນຜັນຂະຫຍາຍຂໍ້ແຂ່ງຂັນຮັກບ້ານເກີດ, ກໍາມະການແນວລາວສ້າງຊາດສ້າງຄຸນງາມຄວາມດີ 1 ໂຄງການ 1 ກິດຈະການ; ທຸກຄວາມຮຽກຮ້ອງທຸກວຽກທຸກງານຕ້ອງເລີ່ມຈາກປະຊາຊົນ, ໃຫ້ປະຊາຊົນຮູ້, ປະຊາຊົນເຮັດ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ; ພ້ອມດຽວກັນນີ້ທ່ານຍັງໄດ້ເນັ້ນຕື່ມອີກວ່າ: ໃຫ້ອົງການແນວລາວສ້າງຊາດທຸກຂັ້ນ, ກໍາມະການແນວລາວສ້າງຊາດ ຫັນເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຂອງລັດ ກໍ່ຄືຂອງທ້ອງຖິ່ນ ແລະ ມະຕິກອງປະຊຸມປະຈໍາປີ 2022 ໃຫ້ເປັນແຜນວຽກລະອຽດຂອງຕົນ ໂດຍຈັດໃຫ້ມີບູລິມະສິດຢ່າງຈະແຈ້ງ; ກໍາມະການແນວ, ທີ່ປຶກສາ, ຜູ້ຮ່ວມງານ, ເປັນເຈົ້າການ ນໍາເອົາຈິດໃຈຂອງກອງປະຊຸມນີ້ໄປເຜີຍແຜ່ແນະນໍາ ແລະ ຂົນຂວາຍພະນັກງານ ແລະ ປະຊາຊົນ ຢູ່ອ້ອມຂ້າງຂອງຕົນໃຫ້ເຂົ້າຮ່ວມຂະບວນການຕ່າງໆ; ເພີ່ມທະວີປະສານງານກັບອົງການພາຄີ, ອົງການພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ນັບທັງຂະຫຍາຍການຮ່ວມມືກັບຕ່າງປະເທດ ແລະ ເປີດກວ້າງການພົວພັນການທູດພາກປະຊາຊົນ ເຮັດແນວໃດຈຶ່ງຈະໄດ້ກໍາລັງແຮງເພື່ອພັດທະນາ; ທຸກໜ່ວຍງານຕ້ອງເຄື່ອນໄຫວປະຕິບັດແຜນວຽກ, ບົນພື້ນຖານກົດໝາຍ ແລະ ກົດລະບຽບຂອງແນວລາວສ້າງຊາດ.

 

info@lfnd.org.la | 021 213754 | (856-21) 453191