ກອງປະຊຸມໃຫຍ່ໜ່ວຍພັກກົມໂຄສະນາ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ VIII ໄດ້ເປີດຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ. ແພງພັນ ບຸບຜາພອນ ກຳມະການຄະນະພັກ ເລຂາໜ່ວຍພັກກົມໂຄສະນາ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ດຣ ນາງ ອິນລາວັນ ແກ້ວບຸນພັນ ກະມະການສູນກາງພັກ ຮອງປະທານຜູ້ປະຈຳການ ສນຊ, ມີບັນດາສະຫາຍເລຂາໜ່ວຍພັກບັນດາກົມອ້ອມຂ້າງ, ຄະນະທີ່ປຶກສາວຽກງານຂົນຂວາຍ ແລະ ຄູ່ຮ່ວມງານ;ສະມາຊິກພັກ ປະຕິວັດອາວຸໂສບຳນານ; ບັນດາສະຫາຍສະມາຊິກພັກກົມໂຄສະນາ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ ຈຳນວນ 38 ສະຫາຍ, ຍິງ 18 ສະຫາຍ ໃນວັນທີ່ 17 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສູນກາງແນວລາວສ້າງຊາດ.
ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້ “ຍົກສູງຄວາມສາມາດນໍາພາ ຂອງຄະນະໜ່ວຍພັກ, ຕັ້ງໜ້າປະຕິບັດບົດບາດວຽກງານໂຄສະນາ ຫັນປ່ຽນໃໝ່ ເປັນທັນສະໄໝ ແລະ ມືອາຊີບ, ມີຈັນຍາບັນ, ຈັນຍາທໍາປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກ ຄັ້ງທີ VI ໃຫ້ປະກົດຜົນເປັນຈິງ”; ໃນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລາຍງານການເມືອງປະກອບດ້ວຍ 2 ພາກ ຄື: ຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ ແລະ ທິດທາງໜ້າທີ່ ແລະແຜນວຽກຈຸດສຸມໄລຍະ 2025-2030 ໂດຍມີທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ; ພ້ອມນີ້, ຄະນະໜ່ວຍພັກໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກສະໄໝທີ VII ພ້ອມທັງກ່າວລາໜ້າທີ່; ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕບ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ຈຳນວນ 5 ສະຫາຍ ເລືອກເອົາ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາການເລືອກຕັ້ງ ຄະນະໜ່ວຍພັກກົມໂຄສະນາ ສະໄໝທີ VIII ຈຳນວນ 3 ສະຫາຍ ຄື: ສະຫາຍ ນາງ. ແພງພັນ ບຸບຜາພອນ ເປັນເລຂາໜ່ວຍພັກ, ສະຫາຍ ອຸດອນ ບຸດໃບບຸນ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ, ສະຫາຍ ນາງ ໄພຈິດ ແກ້ວມະນີວົງ ເປັນກຳມະການໜ່ວຍພັກ;
ໂອກາດນີ້, ສະຫາຍ ຮອງເລຂາຄະນະພັກ ສນຊ ຮອງປະທານຜູ້ປະຈຳການ ສນຊ ເປັນກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ກໍ່ຄືຜົນສຳເລັດທີ່ໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ; ໃນນີ້ ໄດ້ເນັ້ນກ່ຽວກັບທິດທາງແຜນການ ເຊິ່ງມີບາງເນື້ອໃນ ວ່າ: ໜ່ວຍພັກໂຄສະນາ ຕ້ອງກຳແໜ້ນແນວທາງການເມືອງຂອງພັກ ແລະ ຫັນເປັນແຜນລະອຽດໂດຍແທດເໝາະກັບພາລະບົດບາດຂອງກົມໂດຍໃຫ້ຈັດຕັ້ງຄົ້ນຄວ້າເຊື່ອມຊຶມມະຕິກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສນຊ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງທົ່ວປະເທດ ຄັ້ງທີ XII ກໍຄືນະໂຍບາຍ ແລະ ແຜນວຽກຕ່າງໆ ຂອງຄະນະພັກຂັ້ນເທິງໃຫ້ດີ; ຍົກສູງຄວາມສາມາດການນໍາພາ ຂອງໜ່ວຍພັກກົມໂຄສະນາ ຕາມເນື້ອໃນຄໍາຂວັນ ໃຫ້ສູງຂຶ້ນ, ຄະນະພັກ, ສະມາຊິກພັກຕ້ອງຄົ້ນຄວ້າຮໍ່າຮຽນຍົກລະດັບຕົນເອງໃຫ້ສູງຂຶ້ນ; ການເຄື່ອນໄຫວ ຂອງກົມໂຄສະນາ ແມ່ນຕິດພັນມູນເຊື້ອການເຄື່ອນໄຫວ ຂອງ ສນຊ; ຕ້ອງເອົາໃຈໃສ່ ປັບປຸງກໍ່ສ້າງກົງຈັກຂອງຕົນໃຫ້ເຂັ້ມແຂງ, ສ້າງພະນັກງານ ໃຫ້ມີຄວາມຮູ້, ຄວາມສາມາດ ໃນການຄົ້ນຄວ້າ, ຂີດຂຽນ, ມີທັດສະນະຫຼັກໝັ້ນ, ຄຸນສົມບັດ ສິນທຳປະຕິວັດ (4 ເສີມສ້າງ ); ປັບປຸງກົນໄກການປະສານງານກັບບັນດາກົມ ພາຍໃນ ສນຊ, ທັງ ສາຍຕັ້ງ ແລະ ສາຍຂວາງກັບບັນດາກະຊວງ-ອົງການ ແລະ ແຂວງ ໃນການຕິດຕາມ, ຊຸກຍູ້ການຜັນຂະຫຍາຍມະຕິ, ຄໍາສັ່ງ, ແຜນວຽກຕ່າງໆ ທີ່ຂັ້ນເທິງວາງອອກຢ່າງເປັນປົກກະຕິ ( 4 ການຫັນປ່ຽນ ); ຍົກສູງປະສິດທິພາບດ້ານການ ບໍລິການຂໍ້ມູນຂ່າວສານໃຫ້ແຂງແຮງຂຶ້ນຕື່ມ; ນໍາພາອົງການຈັດຕັ້ງມະຫາຊົນ ຫັນເຂົ້າສູ່ຂະບວນການຕົວຈິງ ເປັນຕົ້ນແມ່ນຈັດຕັ້ງ ປະຕິບັດ ຄໍາຂວັນ ຂອງແຕ່ລະອົງການ, ເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂົງ ເຂດແນວລາວສ້າງຊາດ, ຜ່ານຂະບວນການດັ່ງກ່າວ ເລືອກໄດ້ຜູ້ທີ່ດີເດັ່ນ.
ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນຕື່ມຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລືອກຕັ້ງເປັນຄະນະພັກຊຸດໃໝ່ ໃຫ້ເອົາໃຈໃສ່ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນ ກໍ່ຄືມະຕິກອງປະຊຸມໃຫ່ຍຄັ້ງນີ້; ເສີມຂະຫຍາຍມູນເຊື້ອດີເດັ່ນ ຂອງແນວລາວສ້າງຊາດ; ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ, ມີຄວາມຮັບຜິດຊອບໂດຍກົງວຽກງານທີ່ຖືກມອບໝາຍ; ຕ້ອງເດັດຂາດ ຕ້ານປະກົດການຫຍໍ້ທໍ້ບໍ່ ໃຫ້ເກີດຂຶ້ນໃນໜ່ວຍພັກ, ຕ້ານບັນຫາສໍ້ລາດບັງຫຼວງ, ເຊື່ອມທາດຂາດຄຸນ; ສືບຕໍ່ຝຶກຝົນຫຼໍ່ຫຼອມ ກໍ່ສ້າງຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເປັນແບບຢ່າງນໍາໜ້າດ້ວຍຄວາມຈົ່ງຮັກພັກດີ ແລະຄວາມຊື່ສັດບໍລິສຸດ ຕໍ່ ອຸດົມຄະຕິຂອງພັກ ແລະ ຜົນປະໂຫຍດ ຂອງປະເທດຊາດ, ມີຄວາມສາມັກຄີຮັກແພງໝູ່ຄະນະ, ດໍາລົງຊີວິດດ້ວຍຄວາມປອດໃສ, ດຸໝັ່ນຊື່ສັດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະດັບຄວາມຮູ້ດ້ານຕ່າງໆ ຂອງຕົນໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ; ສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີຢູ່ພາຍໃນຄະນະພັກ ແລະ ຈົ່ງສືບຕໍ່ຂົນຂວາຍການສະໜັບສະໜູນ ແລະ ຊຸກຍູ້ການເຄື່ອນໄຫວເຮັດໜ້າທີ່ ໃຫ້ມີຜົນສໍາເລັດ ໃຫ້ສົມກັບເປັນອາວຸດທີ່ແຫຼມຄົມ, ເປັນກະບອກສຽງຂອງ ພັກ-ລັດ ແລະ ແນວລາວສ້າງຊາດ ໃນການໂຄສະນາ ເຜີຍແຜ່ມູນເຊື້ອຜົນງານການເຄື່ອນ ໄຫວໃຫ້ກວ້າງຂວາງ ເລິກເຊິ່ງ ແລະ ທົ່ວເຖິງ ທຸກກຸ່ມເປົ້າໝາຍ.
ຂ່າວ: ຜາຍ
ຮູບ:ຂິດ+ໄຊຫວ່າງ
ບກ: ພ ບຸບຜາ



