ຜົນສໍາເລັດກອງປະຊຸມໃຫຍ່ໜ່ວຍພັກກົມຊົນເຜົ່າ ສນຊ ຄັ້ງທີ IX

     ກອງປະຊຸມໃຫຍ່ໜ່ວຍພັກກົມຊົນເຜົ່າ ສູນກາງແນວລາວສ້າງຊາດ (ສນຊ) ຄັ້ງທີ IX ໄດ້ເປີດຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ໄທລໍ ຫວາເຊັ້ງ ກຳມະການຄະນະພັກ ເລຂາໜ່ວຍພັກກົມຊົນເຜົ່າ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາຜອຍ ວັນນະສານ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ ຮອງປະທານ ສນຊ, ມີບັນດາສະຫາຍເລຂາໜ່ວຍພັກບັນດາກົມອ້ອມຂ້າງ, ຄະນະທີ່ປຶກສາວຽກງານຊົນເຜົ່າ ແລະ ຄູ່ຮ່ວມງານ; ສະມາຊິກພັກປະຕິວັດອາວຸໂສບຳນານ; ບັນດາສະຫາຍສະມາຊິກພັກກົມຊົນເຜົ່າ ແລະ ຕາງໜ້າອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມທັງໝົດ ຈຳນວນ 27 ສະຫາຍ, ຍິງ 14 ສະຫາຍ ໃນວັນທີ່ 18 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 2 ສູນກາງແນວລາວສ້າງຊາດ.
     ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້ “ຍົກສູງຄວາມສາມາດນໍາພາຂອງຄະນະໜ່ວຍພັກ, ເສີມສ້າງຄວາມສາມັກຄີທົ່ວປວງຊົນ, ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຈັດຕັ້ງປະຕິບັດມະຕິກອງປະຊຸມ ຄັ້ງທີ VI ຂອງອົງຄະນະພັກ ສູນກາງແນວລາວສ້າງຊາດ ໃຫ້ປະກົດຜົນເປັນຈິງ”; ໃນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານລາຍງານການເມືອງປະກອບດ້ວຍ 2 ພາກ ຄື: ຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ເຊິ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ ພ້ອມທັງບົດຮຽນທີ່ຖອດຖອນໄດ້ ໃນໄລຍະຜ່ານມາ, ທິດທາງໜ້າທີ່ ແລະແຜນວຽກຈຸດສຸມໄລຍະ 2026-2030 ໂດຍມີທິດທາງໜ້າທີ່ລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ; ພ້ອມນີ້, ຄະນະໜ່ວຍພັກໄດ້ຜ່ານບົດສຳຫຼວດການນຳພາລວມຂອງຄະນະໜ່ວຍພັກສະໄໝທີ VIII ພ້ອມທັງກ່າວລາໜ້າທີ່; ໂອກາດນີ້, ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດ ໃໝ່ຈຳນວນ 5 ສະຫາຍ ເລືອກເອົາ 3 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາການເລືອກຕັ້ງ ຄະນະໜ່ວຍພັກກົມຊົນເຜົ່າ ສະໄໝທີ IX ຈຳນວນ 3 ສະຫາຍ ຄື: ສະຫາຍ ໄທລໍ ຫວາເຊັ້ງ ເປັນເລຂາໜ່ວຍພັກ, ສະຫາຍ ສົມສັກ ພົມປັນຍາ ເປັນຮອງເລຂາໜ່ວຍພັກ ທັງເປັນປະທານກວດກາ, ສະຫາຍ ນາງ ສີເມືອງ ນຽມວານິດ ເປັນກຳມະການໜ່ວຍພັກ;
     ໂອກາດນີ້, ສະຫາຍ ຮອງເລຂາຄະນະພັກ ສນຊ ຮອງປະທານ ສນຊ ເປັນກຽດໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຜົນງານ ກໍ່ຄືຜົນສຳເລັດທີ່ໜ່ວຍພັກຍາດມາໄດ້ໃນໄລຍະຜ່ານມາ; ໃນນີ້ ໄດ້ເນັ້ນກ່ຽວກັບທິດທາງແຜນການ ເຊິ່ງມີບາງເນື້ອໃນວ່າ: ໜ່ວຍພັກກົມຊົນເຜົ່າ ຕ້ອງກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍ ແລະ ຫັນເປັນແຜນລະອຽດ ໂດຍແທດເໝາະກັບພາລະບົດບາດ, ສິດ ແລະ ໜ້າທີ ຂອງກົມຊົນເຜົ່າເພື່ອ ສຸມໃສ່ຄົ້ນຄວ້າເຊື່ອມຊືມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສນຊ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງທົ່ວປະເທດ ຄັ້ງທີ XII ໃຫ້ປະກົດຜົນເປັນຈິງ; ຍົກສູງຄວາມສາມາດການນໍາພາ ຂອງໜ່ວຍພັກກົມຊົນເຜົ່າ ໃຫ້ສູງຂຶ້ນ ເພື່ອເຮັດສຳເລັດໜ້າທີ່ ແລະ ມີປະສິດຕິຜົນສູງ ໄດ້ຮັບຮອງເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະກອບສ່ວນເຮັດໃຫ້ບັນດາເຜົ່າໄດ້ຮັບການພັດທະນາ ແລະ ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ ການເຄື່ອນໄຫວ ຂອງກົມຊົນເຜົ່າແມ່ນຕິດພັນ ກັບການຈັດຕັ້ງປະຕິບັດ 4 ເສີມສ້າງ 4 ການຫັນປ່ຽນສູ່ລວງເລິກ ແລະ ເປັນຮູບປະທຳເສີມຂະຫຍາຍມູນເຊື້ອ, ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງບັນດາເຜົ່າ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືພັດທະນາບ້ານເກີດເມືອງນອນຂອງຕົນ ແລະ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນຢ່າງດີ ປັບປຸງກົນໄກການປະສານກັບບັນດາ ການຈັດຕັ້ງພາຍໃນ ສນຊ ກັບ ບັນດາກະຊວງ-ອົງການ ແລະທ້ອງຖິ່ນ ໃນການຕິດຕາມ, ຊຸກຍູ້ການຜັນຂະຫຍາຍມະຕິ, ຄຳສັ່ງ, ລະບຽບກົດໝາຍ ກ່ຽວກັບຊົນເຜົ່າ ແລະນະໂຍບາຍຊົນເຜົ່າ ໃຫ້ເຂົ້າສູ່ຕົວຈິງ.
     ພ້ອມກັນນັ້ນ ທ່ານຍັງໄດ້ເນັ້ນຕື່ມຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລືອກຕັ້ງເປັນຄະນະໜ່ວຍພັກຊຸດໃໝ່ ໃຫ້ເອົາໃຈໃສ່ສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດເນື້ອໃນ ກໍ່ຄືມະຕິກອງປະຊຸມໃຫ່ຍຄັ້ງນີ້; ສືບຕໍ່ຊີ້ນຳ-ນຳພາ ຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນ ກໍ່ຄືມະຕິກອງປະຊຸມໃຫ່ຍຄັ້ງນີ້ໂດຍຫັນເປັນແຜນການ, ແຜນງານ, ໂຄງການ ແລະ ມອບໃຫ້ຄະນະໜ່ວຍພັກຊຸດໃໝ່ແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງ ແລະ ປະກົດຜົນເປັນຈິງ, ເຊິງໄດ້ຮັບຄວາມໄວ້ເນື້ອເຊື້ອໃຈຈາກສະມາຊິກພັກ, ຕ້ອງເຮັດທຸກສິ່ງທຸກຢ່າງ ເພື່ອພາລະກິດລວມຂອງປະເທດຊາດ, ເສີມຂະຫຍາຍມູນເຊື້ອດີເດັ່ນ ຂອງແນວລາວສ້າງຊາດ;ພ້ອມກັນນັ້ນ ກໍຕ້ອງຕີລາຄາຈຸດດີ, ຈຸດອ່ອນຂອງແຕ່ລະສະຫາຍ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບພາຍໃນຄະນະພັກໃຫ້ຖືກຕ້ອງ ແລະ ສອດຄ່ອງ, ສະຫາຍໃດຖືກມອບຫມາຍຫນ້າທີ່ອັນໃດ ກໍ່ຕ້ອງຕັ້ງໜ້າປະຕິບັດໃຫ້ດີ, ເຮັດສຸດຄວາມສາມາດ ແລະ ສຸມສະຕິປັນຍາຂອງຕົນເພື່ອຜົນປະໂຫຍດສ່ວນລວມ.
ບກ: ກົງແກ້ວ
ຂ່າວ+ພາບ: ສຸກສໍາລານ+ໄຊວ່າງ