ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ປະຈໍາການ ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວແຂວງ ເຊກອງ ຄັ້ງທີ VII , ມີທ່ານ ບຸນຫລາຍ ສຸດທິ ເລຂາພັກແຂວງ ເຊິ່ງໄຂຂຶ້ນໃນວັນທີ 30 ທັນວາ 2025 ທີ່ ສະໂມສອນໃຫຍ່ຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານກອງປະຊຸມໃຫຍ່ ຂອງທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ປະທານແນວລາວສ້າງຊາດແຂວງ ເຊກອງ ເຊິ່ງມີຜູ້ແທນ, ແຂກຖືກເຊີນເຂົ້າຮ່ວມ 108 ທ່ານ, ພະສົງ 7 ອົງ, ຍິງ 31 ທ່ານ ໃນນັ້ນ ຜູ້ແທນສົມບູນ 84 ທ່ານ.
ກອງປະຊຸມໄດ້ຮັບຟັງຮ່າງລາຍງານການເມືອງສອງພາກ ເຊິ່ງພາກທີ1 ໄດ້ຕີລາຄາຄືນຮອບດ້ານໃນການນໍາພາ ແລະ ເຄືອນໄຫວວຽກງານແນວໂຮມພາຍໃນແຂວງ ສະໄໝທີ VI ຜ່ານມາ ໂດຍຍົກໃຫ້ເຫັນດ້ານດີ ຜົນສໍາເລັດ ດ້ານອ່ອນ-ຄົງຄ້າງ, ສາຍເຫດ ແລະ ບົດຮຽນຖອດຖອນໄດ້; ພາກທີ 2 ໄດ້ວາງທິດທາງຄາດໝາຍ ແລະ ວຽກງານຈຸດສຸມ 5 ປີຕໍ່ໜ້າ(2026-2030); ຈາກນັ້ນ ໄດ້ຜ່ານຮ່າງບົດສະຫລຸບແຜນພັດທະນາວຽກງານແນວໂຮມຂອງແຂວງຜ່ານມາ ແລະ ວາງທິດທາງ 5 ປີຕໍ່ໜ້າ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນຮັບຮອງເອົາ ທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ ເປັນປະທານແນວລາວສ້າງຊາດແຂວງ ເຊກອງ, ຮັບຮອງເອົາຮອງປະທານແນວລາວສ້າງຊາດແຂວງ 4 ທ່ານ ຍິງ 1 ທ່ານ, ຮັບຮອງເອົາຄະນະປະຈໍາແນວລາວສ້າງຊາດແຂວງ 5 ທ່ານ ຍິງ 2 ທ່ານ, ຮັບຮອງເອົາທີ່ປຶກສາແນວລາວສ້າງຊາດແຂວງ 3 ທ່ານ ຍິງ 1 ທ່ານ.
ກອງປະຊຸມຍັງໄດ້ຮັບຟັງຄໍາເຫັນໂອ້ລົມຂອງທ່ານຮອງປະທານ ສູນກາງແນວລາວສ້າງຊາດຕື່ມອີກ.
ແຫຼ່ງຂ່າວຈາກແນວລາວສ້າງຊາດ ແຂວງເຊກອງ



