ຝຶກອົບຮົມກ່ຽວກັບການນໍາໃຊ້ປັນຍາປະດິດ (AI).

 
ຫ້ອງການ ສູນກາງແນວລາວສ້າງຊາດ ໄດ້ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ພະນັກງານສູນກາງແນວລາວສ້າງຊາດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ດາວຽງສັກ ຫວ່າງວິຈິດ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ເລີຍຈິ້ງ ອາຈານມາຈາກວິທະຍາໄລ ເຊີງຕູ ສປ ຈີນ ເປັນວິທະຍາກອນ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ພ້ອມດ້ວຍພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດເຂົ້າຮ່ວມ ໃນວັນທີ 3 ກໍລະກົດ 2026 ທີ່ຫ້ອງປະຊຸມສູນຄົ້ນຄວ້າ ແລະ ຝຶກອົບຮົມ ສູນກາງແນວລາວສ້າງຊາດ.
ການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ເປັນການຍົກລະດັບທັກສະໃຫ້ພະນັກງານ ໃນການນໍາໃຊ້ ເຄື່ອງມື AI ໄປໜູນໃຊ້ເຂົ້າໃນວຽກງານຕົວຈິງ. ໂດຍຜູ້ເຂົ້າຮ່ວມໄດ້ຮັບຟັງການແນະນໍາວິທີການນໍາໃຊ້ ໂປຣແກຣມ AI ຕ່າງໆ ພ້ອມທັງລົງພາກປະຕິບັດຕົວຈິງໃນການນໍາໃຊ້ ແອັບ DeepSeek ແລະ ແອັບ doubao ເພື່ອຕອບສະໜອງກັບຍຸກສະໄໝແຫ່ງການຫັນເປັນດີຈີຕອນ ໂດຍເນັ້ນໃສ່ການນໍາໃຊ້ເຕັກໂນໂລຊີເອໄອ (AI) ເຂົ້າໃນການພັດທະນາວຽກງານໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງ, ເພີ່ມປະສິດທິພາບວຽກງານເອກະສານໂດຍ ການນໍາໃຊ້ AI ໃນການຊ່ວຍຮ່າງເອກະສານ, ສະຫຼຸບເນື້ອໃນກອງປະຊຸມ ແລະ ການແປພາສາ ເພື່ອຫຼຸດຜ່ອນເວລາໃນການເຮັດວຽກປະຈໍາວັນ.
ໂອກາດນີ້, ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ຍັງໄດ້ຍົກໃຫ້ເຫັນວ່າ ໃນຍຸກປັດຈຸບັນ, ເຕັກໂນໂລຊີ AI ແມ່ນເປັນເຄື່ອງມືສໍາຄັນທີ່ຈະຊ່ວຍໃຫ້ພະນັກງານຂອງພວກເຮົາເຮັດວຽກໄດ້ຢ່າງມີແບບແຜນ, ວ່ອງໄວ ແລະ ມີວິທະຍາສາດຫຼາຍຂຶ້ນ. ການຝຶກອົບຮົມຄັ້ງນີ້ ຈະເປັນກ້າວກະໂດດສໍາຄັນໃນການພັດທະນາບຸກຄະລາກອນ ຂອງແນວລາວສ້າງຊາດ ໃຫ້ກາຍເປັນພະນັກງານຍຸກດີຈີຕອນເທື່ອລະກ້າວ ແລະ ຍັງຮຽກຮ້ອງມາຍັງສໍາມະນາກອນ ຈົ່ງນໍາເອົາບົດຮຽນໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ.