ໃນວັນທີ 25 ຕຸລາ 2026 ທີ່ສູນກາງແນວລາວສ້າງຊາດ, ຄະຄອນຫຼວງວຽງຈັນ ສປປ ລາວ ພຣະອາຈານໃຫຍ່ ອິນຊູນ(Yin Shun) ຮອງປະທານ ຄະນະປະຈໍາ ສະມາຄົມພຸດທະສາສະໜາ ແຂວງກວ່າງຕຸ້ງ, ປະທານ ສະມາຄົມພຸດທະສາສະໜາ ເມືອງເສີນເຈິນ, ແລະ ປະທານຜູ້ກໍຕັ້ງກອງປະຊຸມ ພຸດສາສະໜາໜານໄຫ ທັງເປັນເຈົ້າອາທິການວັດ ຫົງຟ້າ ສປ ຈີນ ພ້ອມດ້ວຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງ ສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເນື່ອງໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມໂຕະມົນ ພຸດທະສາສະໜາ ໜານໄຫຄັ້ງທີ 11 ທີ່ນະຄອນຫຼວງວຽງຈັນ ທີ່ ສປປ ລາວຮັບກຽດເປັນເຈົ້າພາບຮ່ວມ, ໃນລະຫວ່າງວັນທີ 25-30/10/2026ນີ້.
ໃນໂອກາດດັ່ງກ່າວ ທ່ານ ປະທານ ສູນກາງແນວລາວສ້າງຊາດໄດ້ສະແດງຄວາມຍີນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຮ່ວມກອງປະຊຸມ ຂອງ ພຣະອາຈານໃຫຍ່ ອິນຊູນ(Yin Shun)ພ້ອມດ້ວຍຄະນະ ໂດຍໄດ້ເນັ້ນເຖີງຄວາມສໍາຄັນ ຂອງກອງປະຊຸມໂຕະມົນ ພຸດທະສາສະໜາ ໜານໄຫຄັ້ງທີ XI ທີ່ເປັນເວທີຄວາມເຂົ້າອົກເຂົ້າໃຈແລະ ຄວາມສາມັກຄີອັນດີງາມລາວ-ຈີນ ກໍຄືບັນດາປະເທດໃນພູມີພາກ, ພ້ອມນີ້ ທັງສອງຝ່າຍໄດ້ທົບທວນຄືນການຮ່ວມມືທີ່ຜ່ານມາໃນດ້ານການສົ່ງເສີມພຸດທະສາສະໜາ,ງານບຸນປະເພນີ, ການແລກປ່ຽນວັດທະນະທໍາ ແລະ ການຊ່ວຍເຫຼືອດ້ານມະນຸດສະທໍາ.
ພຣະອາຈານໃຫຍ່ ອິນຊູນ(Yin Shun) ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງປະທານ ສູນກາງແນວລາວສ້າງຊາດ, ພ້ອມທັງໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ການເປັນຄູ່ຮ່ວມ ຊາຕາກໍາ ລາວ-ຈີນ, ຈີນ-ລາວ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືດ້ານສາສະໜາ ແລະວັດທະນະທໍາຈົ່ງນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຜະລິດຂ່າວໂດຍ: ກົມໂຄສະນາ ສູນກາງແນວລາວສ້າງຊາດ


