ພິທີດັ່ງກ່າວໄດ້ຈັດຂື້ນ ໃນວັນທີ 20 ມີນາ 2026 ທີ່ ສູນກາງແນວລາວສ້າງຊາດ (ສນຊ). ໂດຍການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ສຈ. ປອ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ມີບັນດາສະຫາຍກຳມະການສູນກາງພັກ, ມີຜູ້ຕາງໜ້າຈາກພາກສ່ວນທີກ່ຽວຂ້ອງ ຄະນະທີປຶກສາວຽກງານຂອງສູນກາງແນວລາວສ້າງຊາດ, ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ລັດຖະກອນ ສນຊ ເຂົ້າຮວ່ມ.
ໃນພິທີຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂື້ນສະເໜີຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ 2ສະຫາຍ ໄປຮັບໜ້າທີ່ໃໝ່ ຄື:
1. ຍົກຍ້າຍ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ ໄປຮັບໜ້າທີໃໝ່ ຢູ່ ສູນກາງກຳມະບານ,
2. ຍົກຍ້າຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານ ສນຊ ໄປຮັບໜ້າທີ່ໃໝ່ ຢູ່ ສະພາແຫ່ງຊາດ; ຈາກນັ້ນ, ກໍ່ໄດ້ສະເໜີມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ ຜູ້ໃໝ່ດັ່ງນີ້:
1. ແຕ່ງຕັ້ງສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ,
2. ແຕ່ງຕັ້ງ ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສູນກາງແນວລາວສ້າງຊາດ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ສຈ. ປອ ກິແກ້ວ ໄຂຄໍາພິທູນ ໄດ້ຕາງໜ້າກົມການເມືອງສູນກາງພັກ ເປັນກຽດໂອ້ລົມ ຕໍ່ພິທີ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານພົ້ນເດັ່ນ ແລະ ຜົນສໍາເລັດຫຼາຍດ້ານຂອງ 2 ສະຫາຍຮອງເລຂາຄະນະພັກ ສນຊ ຜູ້ເກົ່າ ເຊິ່ງຕະຫຼອດໄລຍະຜ່ານມາໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານແນວລາວສ້າງຊາດໄດ້ມີຜົນສຳເລັດເປັນຢ່າງດີ ແລະ ໄດ້ມີບາງເນື້ອໃນເນັ້ນໜັກຕໍ່ 2 ສະຫາຍ ທີ່ມາຮັບໜ້າທີ່ໃໝ່ ໃນການຊີ້ນຳ-ນຳພາ ຢູ່ສູນກາງແນວລາວສ້າງຊາດ ດ້ວຍເນື້ອໃນວ່າ: ກ່ອນອື່ນໝົດຕ້ອງໄດ້ເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງລັດ ແລະ ຕິດພັນກັບການສ້າງເສດຖະກິດເປັນ ເຈົ້າຕົນເອງ ໂດຍຈັດຕັ້ງປະຕິບັດພາລະບົດບາດແນວລາວສ້າງຊາດເປັນຕົ້ນ: ① ເປັນຫຼັກແຫຼ່ງເຕົ້າໂຮມ ຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ, ໄວ ລວມທັງພີ່ນ້ອງ ລາວຢູ່ຕ່າງປະ ເທດ ແລະ ສ້າງຄວາມເຂັ້ມແຂງ ທັງປັບປຸງກຳລັງແຮງທົ່ວປວງຊົນ; ② ສຶກສາອົບຮົມ, ປຸກ ລະດົມປະຊາ ຊົນບັນດາເຜົ່າ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ③ ເສີມຂະຫຍາຍ ສິດເປັນເຈົ້າ ໃນການປົກປັກຮັກສາ ວັດທະນະທຳ, ຮີດຄອງປະເພນີອັນດີງາມ, ປົກປ້ອງສິດ ຜົນປະໂຫຍດ ອັນຊອບທຳຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ; ④ ໃກ້ຊິດຕິດແທດ, ເກັບກຳຄຳຄິດຄຳເຫັນ, ສ່ອງແສງມານະຈິດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນລາວບັນດາເຜົ່າ; ⑤ ຕິດຕາມ ກວດກາການ ເຄື່ອນໄຫວຂອງອົງການອໍານາດລັດ ແລະ ພາຄີຂອງແນວລາວສ້າງຊາດ ໂດຍຜ່ານຄຳເຫັນ ຂອງປະຊາຊົນ ບັນດາເຜົ່າ; ⑥ ເປັນໃຈກາງປະສານສົມທົບ ກັບບັນດາພາຄີຂອງຕົນ ແລະ ອີກດ້ານໜຶ່ງພວກເຮົາກໍ່ຕ້ອງ ຊອກວິທີການ ສ້າງເສດຖະກິດເປັນເຈົ້າຕົນເອງຕາມແນວທາງຂອງພັກ ທີ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ຫຼຸດຜ່ອນການນຳໃຊ້ງົບປະມານລັດ ສ່ວນໃດໜຶ່ງ ແລະ ວຽກງານອື່ນໆ ທີ່ຖືກມອບໝາຍ.
ຈາກນັ້ນ, ສະຫາຍ ລາວປາວຊົງ ນະວົງໄຊ ໄດ້ຂຶ້ນກ່າວຮັບຄໍາໂອວາດ ເຊິ່ງກ່ອນອື່ນສະຫາຍໄດ້ກ່າວຂອບໃຈຕໍ່ກົມການເມືອງສູນກາງພັກ ທີ່ໄວ້ວາງໃຈມອບໝາຍໜ້າທີ່ອັນມີກຽດ ໃຫ້ພວກຂ້າພະເຈົ້າທັງສອງ, ພວກຂ້າພະເຈົ້າພ້ອມດ້ວຍໝູ່ຄະນະ ແລະ ກໍາມະການແນວລາວສ້າງຊາດທຸກຂັ້ນ ຈະພ້ອມກັນນໍາເອົາຄວາມເປັນຫ່ວງເປັນໄຍ ແລະ ຈິດໃຈຊີ້ນໍາ ຂອງຂັ້ນເທິງນໍາໄປຜັນຂະຫຍາຍໃຫ້ມີຜົນສໍາເລັດຢ່າງບໍ່ຢຸດຢັ້ງ.
ບກ: ພ ບຸບຜາ
ຂ່າວ-ຮູບ: ຂິດ-ເຢ້ 




