ພິທີປະກາດການປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນບ່ອນປະຈໍາການ ແລະ ເລື່ອນຕໍາແໜ່ງບໍລິຫານ ໃຫ້ພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ

ພິທີ​ດັ່ງກ່າວ​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 4 ກໍລະກົດ 2025 ຢູ່​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ​ໂດຍ​ໃຫ້ກຽດເຂົ້າຮ່ວມ​ເປັນ​ປະທານ ຂອງສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງ​ເລຂາ​ຄະນະ​ພັກ, ຮອງປະທານ ຜູ້ປະຈຳການ ສູນກາງແນວລາວສ້າງຊາດ, ມີຄະນະປະຈໍາ​ພັກ, ຮອງ​ປະທານ, ກໍາມະການພັກ ​ແລະ ສະມາ​ຊິກ​ພັກ, ພະນັກງານທັງໝົດ​ເຂົ້າ​ຮ່ວມ.​

ສະຫາຍ ສຸຣິປັນຍາ ຣາຊສົມບັດ ກໍາມະການພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການປັບປຸງກົງຈັກ, ສັບຊ້ອນ ບາງພະແນກຄືນໃໜ່ ຂອງຫ້ອງການ, ບັນດາກົມ ຢູ່ສູນກາງແນວລາວສ້າງຊາດ ສະບັບເລກທີ335/ຄປຈ ລົງວັນທີ 3/7/2025 ຄື: ເຫັນດີປັບປຸງ ພະແນກປົກປ້ອງ-ສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ເດັກນ້ອຍ ຂອງຫ້ອງການ, ຊັບຊ້ອນ ຍົກຍ້າຍໄປຢູ່ ກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ພະແນກຄົ້ນຄ້ວານະໂຍບາຍ-ຍ້ອງຍໍ ຂອງກົມຈັດຕັ້ງ ແລະ ພະນັກງານ, ສັບຊ້ອນ ແລະ ຍົກຍ້າຍໄປຢູ່ ກົມຊົນເຜົ່າ ປ່ຽນຊື່ເປັນ ພະແນກຄົ້ນຄ້ວານະໂຍບາຍຊົນເຜົ່າ, ພະແນກໂຄສະນາຂະບວນການ ກົມໂຄສະນາ, ສັບຊ້ອນ ແລະ ຍົກຍ້າຍໄປຢູ່ ກົມສາສະໜາ ປ່ຽນຊື່ເປັນພະແນກຂະບວນການ  ກົມສາສະໜາ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການສັບຊ້ອນບ່ອນປະຈໍາການ ແລະ ເລື່ອນຕໍາແໜ່ງບໍລິຫານໃຫ້ພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ ສະບັບເລກທີ 336/ຄປຈ ລົງວັນທີ 3/7/2025 ໃນນີ້ ຊັບຊ້ອບ່ອນປະຈໍາການ ຂອງພະນັກງານ-ລັດຖະກອນ ພາຍໃນ ສູນກາງແນວລາວສ້າງຊາດ ຈໍານວນ 8 ສະຫາຍ ແລະ ເລື່ອນຕໍາແໜ່ງບໍລິຫານ ໃຫ້ພະນັກງານ-ລັດຖະກອນ ພາຍໃນ ສູນກາງແນວລາວສ້າງຊາດ ຈໍານວນ 8 ສະຫາຍ, ປັດຈຸບັນສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ມີ 6 ກົມ ຫ້ອງການ, ສູນ​ຄົ້ນ​ຄ້ວາ ​ແລະ ຝຶກ​ອົບຮົມ, ມີ 24 ພະ​ແນ​ກທີ່​ຂຶ້ນກັບ.

ສະຫາຍ ຄຳໄຫຼ ສີປະເສີດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີຄຶ: ເພື່ອເຮັດໃຫ້ການຈັດຕັ້ງມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີບາດກ້າວໃໜ່ໂດຍອິງໃສ່ແຜ່ນການກໍານົດພະນັກງານ, ການກະກຽມກອງປະຊຸມໃຫຍ່ບັນດາໜ່ວຍພັກ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານທັງເປັນການກະກຽມ ສະເຫຼີມສະຫຼອງ ວັນສ້າງຕັ້ງສູນກາງແນວລາວສ້າງຊາດ ຄົບຮອບ 75 ປີ ໂດຍສະເພາະບຸກຄະລາກອນທີ່ຖືກຊັບຊ້ອນໃໜ່ໃນບັນດາພະແນກໃຫ້ຄຽງຄູ່ກັບຄວາມຮັບຜິດຊອບໜ້າທີ່ການເມືອງພາຍໃຕ້ການເຫັນດີເປັນເອກະພາບທົ່ວອົງຄະນະພັກ, ພ້ອມກັນນີ້, ສະຫາຍທີ່ຖືກສັບຊ້ອນຍົກຍ້າຍຕ້ອງໄດ້ສະຫຼຸບມອບວຽກງານໃຫ້ລະອຽດຕາມແຜນການ ແລະ ວິທີເຮັດວຽກຂອງສະມາຊິກພັກ ແລະ ຊອກຮູ້ຮໍ່າຮຽນວຽກງານທີ່ຖືກມອບໜາຍໃໜ່ໃນການເປັນເສນາທິການໃຫ້ກົມ, ໃຫ້ພະແນກທີ່ສັງກັດພ້ອມກັນຂັບເຄື່ອນວຽກງານໃຫ້ມີຜົນສໍາເລັດຕາມໜ້າທີ ແລະ ບົດບາດ, ພ້ອມນີ້ສະຫາຍຍັງໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມທັງໜົດຈົ່ງຮັກສາຄວາມສະຫົງບພາຍໃນ,  ອຸ່ນອຽນທຸ່ນທ່ຽງ, ມີສະຕິໃນການບໍລິໂພກຂ່າວອອນລາຍ, ປະກົດການຫຍໍ້ທໍ່ຕ່າງໆ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ໜ່ວຍພັກ ແລະ ອົງຄະນະພັກສໍາເລັດຕາມຄາດໜາຍວາງໄວ້.

ບກ: ພ. ບຸບຜາ

ພາບ: ສຸກ​ສໍາລານ

ຂ່າວ: ແສງຫຼ້າ