ວັນທີ 11 ເມສາ 2025 ສູນກາງແນວລາວສ້າງຊາດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງ ຕັ້ງພັກປະຊາຊົນປະຕິວັດລາວ ແລະ ຫຼຽນກາລະນຶກ 70 ປີ ຄະນະຈັດຕັ້ງສູນກາງພັກ ໃຫ້ແກ່ບັນດາສະຫາຍການນຳ, ພະນັກງານປະຕິວັດອາວຸໂສບຳນານ ແລະ ພະນັກງານ ສູນກາງແນວລາວສ້າງຊາດ (ສນຊ) ເປັນກຽດເຂົ້າຮ່ວມ ແລະ ປະດັບຫຼຽນໂດຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີບັນດາສະຫາຍຮອງປະທານ, ກຳມະການສູນກາງອ້ອມຂ້າງ, ຄະນະທີ່ປຶກສາ, ຄູ່ຮ່ວມງານ ຕະຫຼອດຮອດພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ;

ການຈັດພິທີປະດັບຫຼຽນກາລະນຶກ 70 ປີ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງ ພັກປະຊາຊົນປະ ຕິວັດລາວ (22 ມີນາ 1955-22 ມີນາ 2025) ຄັ້ງນີ້, ຈໍານວນ 28 ສະຫາຍ ເຊິ່ງເປັນຫຼຽນກຽດຕິຄຸນອັນສູງສົ່ງຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະຫາຍສະມາຊິກພັກ ຜູ້ທີ່ມີຜົນງານອັນໃຫ່ຍຫຼວງ, ມີວິລະກຳອັນລ້ຳເລີດ, ເປັນແບບຢ່າງອັນປະເສີດແກ່ຮຸ່ນຄົນສືບທອດ, ໄດ້ປະກອບສ່ວນອຸທິດເຫື່ອແຮງ, ສະຕິປັນຍາໃຫ້ແກ່ພັກ, ການປະຕິວັດໃຫ້ແກ່ປະເທດຊາດ ໃນສະ ໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນຜູ້ຮຸກຮານ ເພື່ອປົດປ່ອຍປະເທດຊາດ, ກອບກູ້ເອົາຄວາມເປັນເອກະ ລາດ ແລະ ອິດສະລະພາບ ມາໃຫ້ປະຊາຊົນລາວບັນດາເຜົ່າ; ທັງເປັນການຢັ້ງຢືນ, ການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສູງ ພ້ອມທັງເປັນການຈາລຶກ ແລະ ຈົດຈໍາຄຸນງາມຄວາມດີ ຂອງບັນດາສະຫາຍສະມາຊິກພັກ-ພະນັກງານປະຕິວັດອາວຸໂສ ຜູ້ທີ່ມີຄຸນງາມຄວາມດີ, ອຸທິດເຫື່ອແຮງ ສະຕິປັນ ຍາປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດໄລຍະຜ່ານມາ. ຍິ່ງໄປກວ່ານັ້ນ, ການຍ້ອງຍໍສັນລະເສີນໃນຄັ້ງນີ້ ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ມີຕໍ່ບັນດາສະຫາຍສະມາຊິກພັກ;
ໂອກາດນີ້, ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ ເປັນກຽດປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ ໃຫ້ພະນັກງານ-ລັດຖະກອນ ຂະ ແໜງຈັດຕັ້ງ ສູນກາງແນວລາວສ້າງຊາດ ທີ່ມີຜົນງານ, ຄຸນງາມຄວາມດີ ໃນການປະກອບສ່ວນເຄື່ອນໄຫວວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຈຳນວນ 21 ສະຫາຍ, ຍິງ 07 ສະຫາຍ ຕື່ມອີກ.
ບ.ກ: ອຸດອນ
ຂ່າວ: ພ.ພຽງ
ພາບ: ລິຄິດ



