ພິທີປະດັບຫຼຽນຊາວໜຸ່ມຕະລຸມບອນ ໃຫ້ຄະນະນຳ ສນຊ

ເນື່ອງໃນໂອກາດ ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1955 – 14 ເມສາ 2025), ທ່ານ ແພງສີ ທໍ່ ຮອງຫົວໜ້າຫ້ອງການ , ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສູນກາງແນວລາວສ້າງຊາດ (ສນຊ)  ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່ຽວກັບການປະດັບຫຼຽນຊາວໜຸ່ມຕະລຸມບອນ ເຊິ່ງເປັນຫຼຽນສູງສຸດຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາທ່ານຮອງປະທານ ແລະ ຄະນະກົມ ສູນກາງແນວລາວສ້າງຊາດ ຈໍານວນ 21 ທ່ານ ທີ່ມີຜົນງານດີ່ເດັ່ນ, ມີຄຸນງາມຄວາມດີ ໃນການນໍາພາ-ຊີ້ນໍາ ວຽກງານຮອບດ້ານການ ເຄື່ອນໄຫວວຽກງານຊາວໜຸ່ມ ໃນໄລຍະຜ່ານມາ, ເປັນກຽດປະດັບຫຼຽນໂດຍ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ສູນກາງແນວລາວສ້າງຊາດ, ໃນວັນທີ 01 ເມສາ 2025.

ບ.ກ:  ພ ພຽງ

ພາບ+ຂ່າວ: ໄຊຫວ່າງ