ພິທີພົບປະສອງຝ່າຍ ລະຫວ່າງ ກົມສາສະໜາ ສູນກາງແນວລາວສ້າງຊາດ ແລະ ຄະນະຜູ້ແທນ ສຳນັກງານ ພຣະພຸດທະສາສະໜາແຫ່ງຊາດ ຣາຊະອານາຈັກໄທ ໄດ້ຈັດຂຶ້ນຢ່າງເປັນທາງການ ຝ່າຍລາວນຳໂດຍ ທ່ານ ຄຳຢາດ ຣາດ ຊດາວົງ, ຄະນະປະຈຳ, ຫົວໜ້າກົມສາສະໜາ ສູນກາງແນວລາວສ້າງຊາດ ແລະ ຝ່າຍຣາຊະອານາຈັກໄທ ນຳໂດຍທ່ານ ບຸນເຊີດ ກິດຕິທະລາງກູນ, ຮອງຜູ້ອໍານວຍການສໍານັກງານພຣະພຸດທະສາສະໜາແຫ່ງຊາດ ຣາຊະອານາຈັກໄທ, ມີຜູ້ກວດກາຣາດຊະການ ສຳນັກງານພຣະພຸດທະສາສະໜາ ພ້ອມດ້ວຍພະນັກງານວິຊາການ ທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມຢູ່ທີ່ຫ້ອງວ່າການປົກຄອງ ແຂວງຈຳປາສັກ ໃນວັນທີ 29 ເມສາ 2025;ພິທີພົບປະຄັ້ງນີ້, ເປັນການທົບທວນຄືນບົດບັນທຶກຊ່ວຍຈຳ ລະຫວ່າງ ກົມສາສະໜາ ສູນກາງແນວລາວສ້າງຊາດ ແລະ ສຳນັກງານພຣະພຸດທະສາສະໜາແຫ່ງຊາດ ຣາຊະອານາຈັກໄທ ທີ່ຜ່ານມາ; ໃນນີ້, ໄດ້ຮ່ວມກັນປຶກສາຫາລືບາງບັນຫາ ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມວຽກງານພຸດທະສາສະໜາ, ບັນດາກິດຈະກຳຕ່າງໆ ຄື: ການຝຶກອົບຮົມ, ການຈັດສຳມະນາໃຫ້ແກ່ພະນັກງານ ທີ່ຮັບຜິດຊອບວຽກງານພຸດທະສາສະໜາ, ການສ້າງບຸກຄະລາກອນສົງ ກໍ່ຄືການໃຫ້ທຶນແກ່ພຣະສົງລາວ ໄປຮຽນຢູ່ປະເທດໄທ, ການຊຸກຍູ້ ແລະ ເສີມຂະຫຍາຍ ເພື່ອຮັກສາສາສະ ໜາ ໃຫ້ມີຄວາມຍືນຍົງ, ເປັນການເພີ່ມທະວີການພົວພັນ ຮ່ວມມືກັບ ກົມສາສະໜາ ໃຫ້ຫຼາຍຂຶ້ນກວ່າເກົ່າ;ໃນວາລະການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສຳນັກງານ ພຣະພຸດທະສາສະໜາແຫ່ງຊາດ ຣາຊະອານາຈັກໄທ ລະຫວ່າງ ວັນທີ 28 ເມສາ – 01 ພຶດສະພາ 2025 ໄດ້ເຂົ້າຢ້ຽມຂໍ່ານັບຄະນະນຳ ຂອງແຂວງຈຳປາສັກ, ເຂົ້ານະມັດສະການພຣະອາຈານໃຫຍ່ ປະທານ ອພສ ແຂວງ, ຢ້ຽມຢາມ ແລະ ເຮັດວຽກຮ່ວມກັບວິທະຍາໄລສົງ ແຂວງຈຳປາສັກ, ທັດສະນະສຶກສາຜາສາດຫີນວັດພູ, ນໍ້າຕົກຕາດຄອນພະເພັງ ແລະ ຢ້ຽມຊົມພື້ນຖານ ວັດທະນະທຳຈຳນວນໜຶ່ງ ຢູ່ເມືອງປາກຊ່ອງ.
ບກ: ສ.ຈື້ໄຊ
ຂ່າວ: ພ.ພຽງ
ພາບ: ພູມະໄລ


