ສູນກາງແນວລາວສ້າງຊາດ

Lao Front For National Development

ພິທີພົບປະສອງຝ່າຍ

     ການພົບປະສອງຝ່າຍ ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ ເຊິ່ງຝ່າຍລາວນຳໂດຍ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ. ຝ່າຍຫວຽດນາມນໍາໂດຍ ທ່ານ ຟາມ ເຕິດ ຖັງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ, ມີທ່ານ ນາງ ລັດຕະນະ ສີຫາລາດ ອຸປະທູດລາວປະຈໍາ ສສ ຫວຽດນາມ ເຂົ້າຮ່ວມ ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ. ໃນວັນທີ 14 ພະຈິກ 2023 ນີ້.
     ການພົບປະຄັ້ງນີ້ ທ່ານ ຟາມ ເຕິດ ຖັງ ໄດ້ກ່າວສະແດງຄວາມຕ້ອນຮັບ ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມໃນຄັ້ງນີ້ ທັງໄດ້ລາຍງານສະພາບລວມຂອງປະເທດໂດຍຫຍໍ້. ໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານສະພາບລວມ, ຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ ຕາມບົດບັນທຶກທີ່ໄດ້ລົງນາມ ວັນທີ 29 ມີຖຸນາ 2021. ເຊິ່ງມີເນື້ອໃນສັນຍາ 5 ຂໍ້ ມາຮອດດຽວນີ້ສາມາດປະຕິບັດໄດ້ເກືອບທັງໝົດ ຖືວ່າໄດ້ຜັນຂະຫຍາຍໄວສົມຄວນ; ເຖິງແມ່ນວ່າສະພາບເສດຖະກິດມີຄວາມຫຍຸ້ງຍາກ ແຕ່ພວກເຮົາຍັງໄດ້ໄປຢ້ຽມຢາມແລກປ່ຽນບົດຮຽນເຊິ່ງກັນ ແລະກັນປົກກະຕິ. ການພົບປະຂອງສອງຝ່າຍໃນຫວ່າງບໍ່ດົນຜ່ານມານີ້ກໍໄດ້ຕົກລົງເພີ່ມ 2 ຂໍ້ ທີ່ແນວລາວສ້າງຊາດສົນໃຈໃນການຮ່ວມມື. ລວມມີເນື້ອໃນສັນຍາ 7 ຂໍ້ ທັງໝົດນີ້ໄດ້ສະແດງໃຫ້ເຫັນວ່າ: ຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມເວົ້າສະເພາະກໍຄືແນວລາວສ້າງຊາດ ແລະຄະນະຂົນຂວາຍ ສູນກາງພັກກອມມູນິດຫວຽດນາມ ແມ່ນການຮ່ວມມືທີ່ເປັນຮູບປະທໍາ. ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍ່ຄືສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍສູນກາງພັກກອມມູນິດຫວຽກນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ກອງປະຊຸມພົບປະໃນຄັ້ງນີ້ທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຊິ່ງມີ 2 ຫົວຂໍ້ຄື: ວິທີປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະພັດທະນາ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ໃນສະພາບປັດຈຸບັນ ແລະ ຂະບວນການຂົນຂວາຍປະຊາຊົນຄ່ອງແຄ້ວເປັນຕົ້ນຢູ່ຂັ້ນທ້ອງຖິ່ນ. ພ້ອມກັນນີ້, ທັງສອງຝ່າຍໄດ້ປຶກສາຫາລືທິດທາງໃນຕໍ່ໜ້າໃນການຮ່ວມມື ຜັນຂະຫຍາຍວຽກງານຂົນຂວາຍ ດ້ວຍຫລາຍຮູບການລະຫວ່າງສອງອົງການ, ເພີ່ມທະວີການຮ່ວມມື ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ; ສືບຕໍ່ປະກອບສ່ວນຢ່າງແຂງແຮງເຂົ້າໃນພາລະກິດ ເສີມສ້າງສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເກີດດອກອອກຜົນຕົວຈິງຫຼາຍຂຶ້ນກ່ວາເກົ່າ; ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈບົດບັນທຶກຮ່ວມມື 7 ຂໍ້ທີ່ໄດ້ສັນຍາຮ່ວມກັນ ໃຫ້ແຂງແຮງ; ຈະສົ່ງນັກຊ່ຽວຊານຂອງຄະນະຂົນຂວາຍ ສູນກາງພັກກອມມູນິດຫວຽດນາມໄປຢ້ຽມຢາມ ແລະ ເປັນນັກວິທະຍາກອນໃນຊຸດຝຶກອົບຮົມວຽກງານຂົນຂວາຍປະຊາຊົນ ໃຫ້ແກ່ພະນັກງານແນວລາວສ້າງຊາດ; ເພີ່ມທະວີການສຶກສາອົບການເມືອງ-ແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ລຽບຕາມຊາຍແດນ ໃຫ້ຮັບຮູ້ ແລະ ປະຕິບັດກົດໝາຍ ກໍຄືຖະແຫຼງການຮ່ວມ ເພື່ອພ້ອມກັນເສີມສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ພ້ອມກັນພັດທະນາ. ພ້ອມກັນນັ້ນຍັງໄດ້ເຂົ້າຮ່ວມງານລ້ຽງ ໂດຍການເປັນກຽດກ່າວຕ້ອນຮັບ ຂອງທ່ານ ນາງ ບຸ່ຍ ທິ ມິງ ຮວາຍ ເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະເຂົ້າຮ່ວມ.
ບກ: ສຊ ຈື້ໄຊ
ຂ່າວ+ພາບ: ຄໍາຜາຍ
info@lfnd.org.la | 021 213754 | (856-21) 453191