ພິທີມອບໃບຢັ້ງຢືນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ບັນດາໜ່ວຍພັກອ້ອມຂ້າງສູນກາງແນວລາວສ້າງຊາດໄດ້ຮັບໃບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ເຊິ່ງພິທີມອບໃບຢັ້ງຢືນຈັດຂຶ້ນທີ່ສູນກາງແນວລາວສ້າງຊາດ ​ໃນວັນທີ 14 ກຸມພາ 2025 ໂດຍການເປັນປະທານຂອງ ສະຫາຍ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກ, ບັນດາສະຫາຍເລຂາໜ່ວຍພັກ, ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງບົດສະຫຼຸບຜົນງານຕະຫຼອດໄລຍະໜຶ່ງປີຜ່ານມາ ຂອງຄະນະພັກສູນກາງແນວລາວສ້າງຊາດ ສະເໜີໂດຍສະຫາຍ ສຸ​ລິ​ປັນຍາ ຣາຊສົມບັດ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ສູນກາງແນວລາວສ້າງຊາດ ເຊິ່ງຕະຫຼອດໄລຍະໜຶ່ງປີຜ່ານມາຄະນະພັກສູນກາງແນວລາວສ້າງຊາດໄດ້ເອົາໃຈໃສ່ຊີ້ນຳ – ນໍາພາຮອບດ້ານ ນຳພາແຕ່ລະໜ່ວຍພັກສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມຂັ້ນຕອນໂດຍມີການປະເມີນເປັນໄລຍະເຊິ່ງສາມາດຮັບຮອງ 8 ໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຄື: ໜ່ວຍພັກກົມຈັດຕັ້ງ-ພະນັກງານ, ໜ່ວຍພັກຫ້ອງການ, ໜ່ວຍພັກກົມກວດກາ, ໜ່ວຍພັກກົມໂຄສະນາ, ໜ່ວຍພັກກົມຊົນເຜົ່າ, ໜ່ວຍພັກກົມຊັ້ນຄົນ-ການຈັດຕັ້ງສັງຄົມ, ໜ່ວຍພັກສູນຄົ້ນ​ຄ້ວາ ​ແລະ ຝຶກອົບຮົມ ແລະ ໜ່ວຍພັກກົມສາສະໜາ.

ພ້ອມ​ກັນ​ນັ້ນ, ໃນພິທີ ສະຫາຍ ຄຳໄຫຼ ສີປະເສີດ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ບັນດາຜົນງານທີ່ແຕ່ລະໜ່ວຍພັກຍາດມາໄດ້ຕະຫຼອດໄລຍະໜຶ່ງປີຜ່ານມາກໍ່ຄືສາມາດຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024  ພ້ອມກັນນີ້, ສະຫາຍໄດ້ເນັ້ນຕື່ມອີກວ່າ: ໃຫ້ເອົາໃຈໃສ່ນຳພາຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ຂອງສະມາຊິກພັກ, ພະນັກງານ, ນຳພາເຊື່ອມຊືມແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ເອກະສານອື່ນໆ; ຄະນະໜ່ວຍພັກເອົາໃຈໃສ່ສຶກສາອົບຮົມ-ນຳພາແນວຄິດຂອງສະມາຊິກພັກ,   ພະນັກງານພາຍໃນໃຫ້ເປັນນ້ຳໜຶ່ງໃຈດຽວ, ມີຄວາມສາມັກຄີພາຍໃນ-ພາຍນອກຢ່າງແໜ້ນແຟ້ນ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນຫາແນວຄິດທີ່ຜິດເຂວອື່ນໆ, ເຊື່ອໝັ້ນຕໍ່ແນວທາງ ແລະ ການນຳພາຂອງພັກ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ; ຮ່ວມຊີວິດການເມືອງຢູ່ພາຍໃນໜ່ວຍພັກແຕ່ລະເດືອນໃຫ້ເປັນປົກກະຕິ, ຖືເອົາການຮ່ວມຊີວິດເປັນບ່ອນຕຳນິຕິຊົມ, ກໍ່ສ້າງຊ່ວຍເຫຼືອເຊິ່ງກັນແລະກັນ, ຈະເອົາໃຈໃສ່ຊຸກຍູ້-ສ້າງເງື່ອນໄຂໃຫ້ສະມາຊິກພັກ, ພະນັກງານໄດ້ມີໂອກາດໄປຍົກລະດັບ ແລະ ບຳລຸງທາງທິດສະດີ, ວິຊາສະເພາະ; ເອົາໃຈໃສ່ເຄື່ອນໄຫວ ແລະ ປັບປຸງແບບແຜນນຳພາ, ແບບແຜນວິທີເຮັດວຽກຂອງຄະນະໜ່ວຍພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ.

ບ.ກ: ສຊ ຈື້ໄຊ

ຂ່າວ+​ພາບ: ດວງ​ມະນີ