ພິທີມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ

     ໃນວັນທີ 19 ມີນາ 2029 ນີ້, ສູນກາງແນວລາວສ້າງຊາດ ໄດ້ ຮັບເຄື່ອງອຸປະໂພກ-ບໍລິໂພກ ຈາກອົງການຮ່ວມມື ແລະ ປະສານງານຂອງຕວັກກີ(TIKA) ສະຖານທູດຕວັກກີປະຈໍາ ສປປ ລາວ, ໃຫ້ກຽດມອບໂດຍທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ ແລະ ໃຫ້ກຽດຮັບໂດຍ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການ ສູນກາງແນວລາວສ້າງຊາດ, ພ້ອມດ້ວຍບັນດາທ່ານຫົວໜ້າກົມ, ສູນຄົ້ນຄວ້າ ແລະ ຝຶກອົບຮົມ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ສນຊ ເຂົ້າຮ່ວມ, ເຄື່ອງອຸປະໂພກ-ບໍລິໂພກທີ່ມອບ-ຮັບໃນຄັ້ງນີ້ ລວມເປັນມູນຄ່າ 12 000 ໂດລາ.
     ທ່ານທູດໄດ້ໃຫ້ຮູ້ວ່າການເຄື່ອນໄຫວດ້ານມະນຸດສະທຳແມ່ນດຳເນີນມາຫຼາຍຄັ້ງເຊິ່ງໃນ ປີ 2018 ຊ່ວຍເຫຼືອ200ຄອບຄົວ, ປີ2022 ຊ່ວຍເຫຼືອ 400 ຄອບຄົວ, ປີ2024 ຊ່ວຍເຫຼືອ300ຄອບຄົວ, ປີ 2025 ຊ່ວຍເຫຼືອ410 ຄອບຄົວ ແລະ ລວມທັງຕົ້ນປີ2026ຊ່ວຍເຫຼືອ300 ຄອບຄົວ ປີ ລວມທັງໝົດ 1610 ຄອບຄົວ ຜ່ານອົງການຈັດຕັ້ງມະຫາຊົນ ແລະ ລັດຖະບານລາວ.
     ໃນໂອກາດນີ້, ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ, ສະແດງຄວາມຂອບໃຈຕໍ່ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ ທີ່ ໄດ້ເອົາໃຈໃສ່ປະກອບສ່ວນຊ່ວຍເຫຼືອດ້ານມະນຸດສະທຳແລະ ຄັ້ງນີ້ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ຜ່ານສູນກາງແນວລາວສ້ງຊາດ ພວກເຮົາກໍຈະນຳເອົາເຄື່ອງດັ່ງກ່າວນີ້ໄປຊ່ວຍເຫຼື່ອໃຫ້ແກ່ຄອບຄົວທຸກຍາກ ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດຈາກທຳມະຊາດ ໃນແຂວງຕ່າງໆຂອງ ສປປ ລາວ ອວຍ ພອນໃຫ້ສາຍສຳພັນການທູດລາວ- ຕວັກກີ ຈົ່ງໝັ້ນຄົງຂະໜົງແກ່ນ, ອວຍພອນທ່ານທູດ ປະສົບຜົນສໍາເລັດໃນຫນ້າທີ່ວຽກງານອັນຊົງກຽດຂອງທ່ານ.
ບກ: ອຸດອນ ບຸດໃບບຸນ
ຂ່າວ-ພາບ: ວັນນາ-ແສງຫຼ້າ